ທູດລາວປະຈຳ ອິນໂດເນເຊຍ​ ຈັດພາເຂົ້າສາມັກຄີ ຊົມເຊີຍ​ ທັບນັກກິລາ ບານເຕະ​ທີມຊາດລາວ​ ຮຸ່ນອາຍຸບໍ່ເກີນ19ປີ ພ້ອມດ້ວຍ​ຄະນະນຳ ແລະ​ ຄະນະຄູຝຶກ.

17/07/2022 13:03
Email Print 4147
ຂປລ ງານດັ່ງກ່າວ ຈັດຂຶ້ນໃນຕອນຄໍ່າ ວັນທີ 16 ກໍລະກົດ 2022 ຢູ່ທີ່ສະຖານທູດລາວ ປະຈຳປະເທດອິນໂດເນເຊຍ,​ ໂດຍ ທ່ານ ພົມມາ ສິດເສນາ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ອິນໂດເນເຊຍ ໄດ້ກ່າວຍ້ອງຍໍຊົມເຊີຍຄະນະນຳ ຄະນະຄູຝຶກ​ແລະ​ ນັກກິລາບານເຕະ ທີ່ສາມາດສ້າງຜົນງານໄດ້ໂດດເດັ່ນຍາດໄດ້ອັນດັບ 2 ໃນການເຂົ້າຮ່ວມ ແຂ່ງຂັນເຕະບານຊາຍ ຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 ຫລື​ AFF U19 BOYS CHAMPIONSHIP 2022 ຢູ່ທີ່ປະເທດອິນໂດເນເຊຍ.

ງານດັ່ງກ່າວ ຈັດຂຶ້ນໃນຕອນຄໍ່າ ວັນທີ 16 ກໍລະກົດ 2022 ຢູ່ທີ່ສະຖານທູດລາວ ປະຈຳປະເທດອິນໂດເນເຊຍ,​ ໂດຍ ທ່ານ ພົມມາ ສິດເສນາ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ອິນໂດເນເຊຍ ໄດ້ກ່າວຍ້ອງຍໍຊົມເຊີຍຄະນະນຳ ຄະນະຄູຝຶກ​ແລະ​ ນັກກິລາບານເຕະ ທີ່ສາມາດສ້າງຜົນງານໄດ້ໂດດເດັ່ນຍາດໄດ້ອັນດັບ 2 ໃນການເຂົ້າຮ່ວມ ແຂ່ງຂັນເຕະບານຊາຍ ຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 ຫລື​ AFF U19 BOYS CHAMPIONSHIP 2022 ຢູ່ທີ່ປະເທດອິນໂດເນເຊຍ.

ສຳລັບ​ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ຈະອອກເດີນທາງຈາກ ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ກັບ ສປປ ລາວ ໃນຕອນບ່າຍ ວັນທີ 17 ກໍລະກົດ ແລະ ຈະເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງ ສປປ ລາວ ເວລາ 19:20ໂມງ.

Cr: ສະຫະພັນບານເຕະແຫ່ງຊາດລາວ
KPL

ຂ່າວອື່ນໆ

ads
ads

Top