ຂປລ
ຂປລ. ໂຄງການປະກວດ ມິສແກຣນລາວ 2022 (Miss Grand Laos) ຈະຈັດຂຶ້ນໃນວັນທີ 9 ກໍລະກົດ 2022 ທີ່ຈະມາເຖິງນີ້, ຢູ່ນະຄອນຫລວງວຽງຈັນ ໂດຍ ໂດຍປະທານໂຄງການ ໄດ້ເຊີນຊວນແມ່ຍິງລາວ ໃນຂອບເຂດທົ່ວປະເທດ ຜູ້ທີ່ມີຄວາມພ້ອມ, ມີຄວາມໝັ້ນໃຈ,

ຂປລ. ໂຄງການປະກວດ ມິສແກຣນລາວ 2022 (Miss Grand Laos) ຈະຈັດຂຶ້ນໃນວັນທີ 9 ກໍລະກົດ 2022 ທີ່ຈະມາເຖິງນີ້, ຢູ່ນະຄອນຫລວງວຽງຈັນ ໂດຍ ໂດຍປະທານໂຄງການ ໄດ້ເຊີນຊວນແມ່ຍິງລາວ ໃນຂອບເຂດທົ່ວປະເທດ ຜູ້ທີ່ມີຄວາມພ້ອມ, ມີຄວາມໝັ້ນໃຈ, ກ້າຄິດ, ກ້າສະແດງອອກ ເຂົ້າຮ່ວມປະກວດໃນໂຄງການດັ່ງກ່າວ ໂດຍຈະເປີດຮັບສະໝັກໃນຂອບເຂດທົ່ວປະເທດ ເລີ່ມແຕ່ວັນທີ 10 ມິຖຸນາ 2022 ເປັນຕົ້ນໄປ ຈົນຮອດວັນທີ 9 ກໍລະກົດ 2022 (ບໍ່ຈຳກັດຈຳນວນຄົນ).
ທ່ານ ສາຍແກ້ວ ສີດາວົງ ປະທານໂຄງການປະກວດ Miss Grand Laos ກ່າວໃນໂອກາດຖະແຫລງຂ່າວ ການຈັດງານດັ່ງກ່າວ ເມື່ອບໍ່ດົນນີ້ວ່າ: ງານປະກວດ Miss Grand Laos ຮອບທຳອິດ, ຮອບຄັດເລືອກເອົານ້ອງນາງສາວ 20 ຄົນສຸດທ້າຍ ຂອງຈຳນວນຜູ້ເຂົ້າຮ່ວມສະໝັກທັງໝົດ ໃນທົ່ວປະເທດ ຈະຈັດຂຶ້ນໃນວັນທີ 9 ກໍລະກົດ 2022, ຈາກນັ້ນ, ໃນວັນທີ 16 ກໍລະກົດ 2022 ຈະເປັນມື້ເປີດໂຕມົງກຸດ ແລະ ເປີດໂຕຜູ້ເຂົ້າຮອບຂອງຜູ້ເຂົ້າປະກວດທັງ 20 ຄົນ, ຫລັງຈາກນັ້ນ, ວັນທີ 1 ສິງຫາ 2022 ຈະເລີ່ມເກັບຕົວ ແລະ ເຮັດກິດຈະກຳກັບທາງກອງປະກວດ ຈົນຮອດ ວັນທີ 13 ສິງຫາ 2022 ເລີ່ມງານປະກວດ ແລະ ໃນວັນທີ 27 ສິງຫາ 2022 ແມ່ນຮອບ ຕັດສິນການປະກວດ Miss Grand Laos 2022.
ສຳລັບ ຜູ້ທີ່ມີຄວາມສົນໃຈ ສາມາດຕິດຕໍ່ສອບຖາມ ໄດ້ທີ່ເບີ 020 99373838, 020 91191717 ຫລື ເຂົ້າໄປສະໜັກຜ່ານທາງອອນລາຍ ໄດ້ທີ່ເພສເຟສບຸກ Miss Grand Laos-ມິສແກຣນລາວ ເຊິ່ງມາດຖານເງື່ອນໄຂຂອງຜູ້ເຂົ້າຮ່ວມປະກວດ ຕ້ອງມີອາຍຸ 17-27 ປີ, ສູງ 165 ຂຶ້ນໄປ, ຕ້ອງມີຄວາມຮູ້ພື້ນຖານດ້ານພາສາອັງກິດ, ຕ້ອງເປັນຜູ້ທີ່ກ້າຄິດ, ກ້າສະແດງອອກ ແລະ ອື່ນໆ.
ທ່ານ ສາຍແກ້ວ ສີດາວົງ ຍັງໃຫ້ຮູ້ອີກວ່າ: ການຈັດການປະກວດ Miss Grand Laos 2022 ທີ່ຈະມາເຖິງນີ້, ກໍເພື່ອຄົ້ນຫານ້ອງນາງສາວລາວທີ່ມີຄວາມພຽບພ້ອມ ດ້ານຄວາມຮູ້, ຄວາມສາມາດ, ກ້າສະແດງອອກ ເພື່ອເປັນຕົວແທນ ໃຫ້ແກ່ປະເທດລາວ ໄປເຜີຍແຜ່ວັດທະນະທຳໃຫ້ຊາວໂລກ ໄດ້ຮັບຮູ້ເຖິງວັດທະນະທຳລາວ, ຄວາມສາມາດ, ຄວາມເກັ່ງກ້າຂອງແມ່ຍິງລາວ ເຊິ່ງໄລຍະທີ່ຜ່ານມາ ພວກເຮົາໄດ້ເລີ່ມຈັດໂຄງການປະກວດ Miss Grand Laos ຕັ້ງແຕ່ປີ 2018 ທີ່ຈັດໂດຍ ບໍລິສັດ Prime modeling ແລະ ບໍລິສັດ Enjoy Media ຈຳກັດ ເປັນເຈົ້າຂອງລິຂະສິດໃນການຈັດກອງປະກວດ Miss Grand Laos ແລະ ໄດ້ເອົານ້ອງນາງສາວໄປປະກວດໃນເວທີໂລກມາແລ້ວເຖິງ 2 ຄັ້ງ ໄດ້ຮັບການຕອບຮັບຈາກເວທີສາກົນໄດ້ດີ ແລະ ຍັງໄດ້ເຮັດໃຫ້ປະເທດອື່ນ ຮັບຮູ້ເຖິງປະເທດລາວຕື່ມອີກ.
ຂ່າວ-ພາບ: ທະນູທອງ
KPL