ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເປັນຂີດໝາຍການພັດທະນາຢ່າງແຂງແຮງຂອງພັກກອມມູນິດຫວຽດນາມ

28/01/2021 09:51
Email Print 873
ຂປລ ພ້ອມກັບຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ໃນຕອນເຊົ້າວັນທີ 26 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ກໍ່ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫລວງຮ່າໂນ້ຍ ດ້ວຍຄຳຂວັນທີ່ວ່າ: “ຄວາມສາມັກຄີ-ປະຊາທິປະໄຕ-ມີລະບຽບວິໄນ-ການປະດິດສ້າງ-ການພັດທະນາ”.
 

ພ້ອມກັບຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ໃນຕອນເຊົ້າວັນທີ 26 ມັງກອນ, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ກໍ່ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫລວງຮ່າໂນ້ຍ ດ້ວຍຄຳຂວັນທີ່ວ່າ: “ຄວາມສາມັກຄີ-ປະຊາທິປະໄຕ-ມີລະບຽບວິໄນ-ການປະດິດສ້າງ-ການພັດທະນາ”.
   * ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂື້ນ 13 ເທົ່າພາຍຫລັງ 35 ປີແຫ່ງການປ່ຽນແປງໃໝ່ ກອງປະຊຸມໃຫຍ່ ຂອງພັກກອມມູນິດ ຫວຽດນາມ ຄັ້ງນີ້ເປັນຂີດໝາຍ ແລະ ບາດກ້າວອັນສຳຄັນ ໃນພາລະກິດປ່ຽນແປງໃໝ່ ເພື່ອເປັນທິດທາງ (ປະຖົມປັດໄຈ) ໃຫ້ແກ່ສະໄໝຕໍ່ໄປໃນການ ປະຕິບັດບັນດາເປົ້າໝາຍ ຍຸດທະສາດ ການພັດທະນາ ປະເທດຊາດ ເຖິງປີ 2030 ແລະ ວິໄສທັດ ເຖິງປີ 2045 ຢ່າງມີຜົນສໍາເລັດ.
    ພາຍຫລັງ 35 ປີແຫ່ງການປະຕິບັດ ນະໂຍບາຍປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດ ແຜນຍຸດທະສາດ ການສ້າງສາປະເທດຊາດ ໃນໄລຍະຫັນ ໄປສູ່ສັງຄົມນິຍົມ, ທິດສະດີກ່ຽວກັບ ເສັ້ນທາງການປ່ຽນແປງໃໝ່, ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວສູ່ສັງຄົມນິຍົມຢູ່  ຫວຽດນາມ ກໍາລັງໄດ້ຮັບການປັບປຸງ ແລະ ກ້າວເຂົ້າສູ່ຄວາມ ຈິງເທື່ອລະກ້າວ. ຫວຽດນາມ ໄດ້ຮັບຜົນສຳເລັດອັນໃຫຍ່ຫລວງ, ມີຄວາມໝາຍທາງປະຫວັດສາດ, ໄດ້ຮັບການພັດທະນາຢ່າງແຂງແຮງ ແລະ ຮອບດ້ານກ່ວາເກົ່າ ເມື່ອທຽບໃສ່ໄລຍະ ກ່ອນການປະຕິບັດນະໂຍບາຍການປ່ຽນແປງໃໝ່. ລະດັບເສດຖະກິດຈາກ 27 ຕື້ໂດລາສະຫະລັດ ໃນປີ 1986 ໄດ້ເພີ່ມຂຶ້ນ 13 ເທົ່າມາເປັນ 343 ຕື້ໂດລາສະຫະລັດ, ລວມຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍໃສ່ຫົວຄົນບັນລຸ 3,521 ໂດລາສະຫະລັດ ໃນທ້າຍປີ 2020.
  

ໃນສະໄໝທີ XII ທີ່ຜ່ານມາ, ເປັນເວລາ 4 ປີຕິດຕໍ່ກັນ, ແຕ່ປີ 2016-2019 ຫວຽດນາມ ໄດ້ຢືນຢູ່ໃນອັນດັບ 10 ຂອງບັນດາປະເທດ ທີ່ມີການເຕີບໂຕສູງທີ່ສຸດໃນໂລກ, ແມ່ນໜຶ່ງໃນ 16 ປະເທດມີເສດຖະກິດພົ້ນເດັ່ນທີ່ສຸດ.
ໂດຍສະເພາະ, ໃນປີ 2020 ທີ່ຜ່ານມາ, ໃນຂະນະທີ່ປະເທດສ່ວນໃຫຍ່ ມີລະດັບການເຕີບໂຕຕິດລົບ ຫລືຕົກເຂົ້າສູ່ສະພາວະຖົດຖອຍ ຍ້ອນຜົນກະທົບ ຈາກການລະບາດ ຂອງພະຍາດ COVID-19, ເສດຖະກິດຂອງ ຫວຽດນາມ ຍັງມີການເຕີບໂຕໃນທາງບວກ 2,91% ຍ້ອນການສະກັດກັ້ນຢ່າງທັນການ, ການຄວບຄຸມໂດຍພື້ນຖານ ແລະ ການປ້ອງກັນການ ແພ່ລະບາດຂອງພະຍາດ COVID-19 ໃນເຂດຊຸມຊົນໄດ້ເປັນຢ່າງດີ ເຊິ່ງປະກອບສ່ວນເຮັດໃຫ້ GDP ໃນໄລຍະ 2016-2020 ເພີ່ມຂື້ນໂດຍສະເລ່ຍ 5,9% ຕໍ່ປີ, ເປັນໜຶ່ງໃນກຸ່ມປະເທດ ທີ່ມີລະດັບການເຕີບໂຕ ສູງທີ່ສຸດໃນພາກພື້ນ ແລະ ໃນໂລກ. ດ້ວຍຜົນສຳເລັດດັ່ງກ່າວ, ຫວຽດນາມ ໄດ້ຮັບການຍອມຮັບ ຈາກທົ່ວໂລກວ່າ: ເປັນຈຸດພົ້ນເດັ່ນ ໃນການຈັດຕັ້ງປະຕິບັດ "ເປົ້າໝາຍຄູ່" ທັງຄວບຄຸມ ແລະ ປ້ອງກັນພະຍາດລະບາດ COVID-19 ຢ່າງມີຜົນສຳເລັດ; ທັງຟື້ນຟູ ແລະພັດທະນາເສດຖະກິດ, ຮັບປະກັນຊີວິດ ແລະ ຄວາມປອດໄພຂອງປະຊາຊົນ…
ຄຽງຄູ່ກັນນັ້ນ, ວຽກງານການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງກັບສາກົນ ສືບຕໍ່ບັນລຸໄດ້ບັນດາໝາກຜົນທີ່ສຳຄັນ, ພິເສດ, ໃນປີ 2020, ຫວຽດນາມ ໄດ້ສຳເລັດການປະຕິບັດ ບົດບາດເປັນປະທານປະຊາຄົມ ປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ແລະ ກໍາລັງມີການເຄື່ອນໄຫວ ເພື່ອປະກອບສ່ວນ ຢ່າງຕັ້ງໜ້າ ໃນຖານະເປັນສະມາຊິກ ບໍ່ປະຈໍາຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄລຍະ 2020-2021.
  * ສືບຕໍ່ນຳພາປະເທດຊາດກ້າວສູ່ສັງຄົມນິຍົມ
ເພື່ອສູ້ຊົນຮອດກາງສະຕະວັດທີ XXI, ໃຫ້ ຫວຽດນາມ ໄດ້ກາຍເປັນປະເທດທີ່ພັດທະນາ, ປະຕິບັດຕາມແນວທາງສັງຄົມນິຍົມ, ໃນກອງປະຊຸມໃຫຍ່ຄັ້ງນີ້, ບັນດາຜູ້ແທນໄດ້ສຸມໃສ່ ຄົ້ນຄ້ວາ,ປຶກສາຫາລື ແລະຮັບຮອງເອົາບົດລາຍງານ ສະຫລຸບການປະຕິບັດ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII  ໄປຄຽງຄູ່ກັບການຕິລາຄາ ໃນໄລຍະ 35 ປີ ໃນການປະຕິບັດ ການປ່ຽນແປງໃໝ່, 30 ປີ ແຫ່ງການ ປະຕິບັດໂຄງການດໍາເນີນງານ ໃນປີ 1991 ແລະ 10 ປີ ປະຕິບັດໂຄງການດໍາເນີນງານ (ການເພີ່ມຕື່ມ, ການພັດທະນາ ໃນປີ 2011), ຍຸດທະສາດ ການພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະ 10 ປີ ຄື ປີ 2011-2020; ການສະເໜີ ທິດທາງ, ໜ້າທີ່ ການພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະ 5 ປີ ຄື ປີ 2021-2025 (ເພື່ອສະເຫລີມສະຫລອງ 50 ປິ ແຫ່ງການ ປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມທົ່ວປະເທດຊາດ), ການກຳນົດເປົ້າໝາຍ, ທິດທາງ ເຖິງປີ 2030 (ເພື່ອສະເຫລີມສະຫລອງ 100 ປີ ແຫ່ງການສ້າງຕັ້ງ ພັກກອມ ມູນິດ ຫວຽດນາມ) ແລະ ວິໄສທັດ ໃນການພັດທະນາ ປະເທດຊາດເຖິງ ປີ 2045 (ເພື່ອສະເຫລີມສະຫລອງ 100 ປີ ແຫ່ງການສ້າງຕັ້ງ ປະເທດຫວຽດນາມ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ  ຊື່ງປັດຈຸບັນ ແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ).
ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາ ແລະ ຊີ້ນຳອັນສະຫລາດສ່ອງໃສ, ຖືກຕ້ອງ ແລະ ປະດິດສ້າງຂອງຕົນ, ພັກກອມມູນິດຫວຽດນາມ ຈະຈັດຕັ້ງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຢ່າງມີຜົນສຳເລັດຢ່າງຈົບງາມ; ສືບຕໍ່ນຳພາທົ່ວກອງທັບ ແລະທົ່ວປວງຊົນ ຫວຽດນາມ ເສີມຂະຫຍາຍຜົນສຳເລັດ ທີ່ບັນລຸໄດ້ໃນຊຸມປີທີ່ຜ່ານມາ ປະຕິບັດສຳເລັດ ທຸກເປົ້າໝາຍທີ່ວາງອອກ ເພື່ອສ້າງປະເທດຫວຽດນາມ ໃຫ້ຮັ່ງມີ, ເຂັ້ມແຂງ, ສັງຄົມຍຸຕິທຳ ແລະມີຄວາມສີວິໄລ ເພື່ອຄວາມຜາສຸກ ຂອງປະຊາຊົນ; ສ້າງເປັນບ່ອນອິງ ເພື່ອກ້າວຂຶ້ນສູ່ລັດທິສັງຄົມນິຍົມ.
ໃນຖານະເປັນສອງປະເທດ ບ້ານໃກ້ເຮືອນຄຽງທີ່ມີພູຜາ ແລະແມ່ນ້ຳຕິດກັນ, ສາຍພົວພັນມິດຕະພາບອັນພິເສດ ລະຫວ່າງລາວ-ຫວຽດນາມ ໄດ້ຜ່ານຜ່າສິ່ງທ້າທາຍຫລາຍຢ່າງ, ທີ່ເຕັມໄປດ້ວຍການເສຍສະຫລະ ແລະ ທຸກຍາກຄວາມລຳບາກ. ພວກເຮົາມີຄວາມພາກພູມໃຈເມື່ອຮູ້ວ່າ, ໃນຫລາຍທົດສະວັດ, ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ລາວ- ຫວຽດນາມ ຍາມໃດກໍ່ຢືນຄຽງບ່າຄຽງໄຫລ່ໃນການຕໍ່ສູ້ຕ້ານຈັກກະພັດຕ່າງດ້າວ ເພື່ອຍາດເອົາເອກະລາດແຫ່ງຊາດ ແລະ ສືບຕໍ່ຮ່ວມແຮງຮ່ວມໃຈກັນໃນພາລະກິດສ້າງສາລັດທິສັງຄົມນິຍົມ.
  

ໃນຕະຫລອດໄລຍະ 45 ປີແຫ່ງການສ້າງສາ ແລະພັດທະນາປະເທດຊາດ ໂດຍສັນຕິວິທີ, ສອງພັກ ແລະ ສອງປະເທດເຮົາສືບຕໍ່ມີການຮ່ວມມືຮອບດ້ານໃນທຸກຂົງເຂດ. ສອງຝ່າຍຈັດໃຫ້ມີ ການແລກປ່ຽນຢ້ຽມຢາມ ຄະນະຜູ້ແທນເຊິ່ງກັນ ແລະກັນຢ່າງເປັນປະຈຳ, ຮ່ວມມືກັນຢ່າງແໜ້ນແຟ້ນ ໃນຂົງເຂດທິດສະດີ ແລະ ພາກປະຕິບັດຕົວຈິງ; ສອງປະເທດຍັງໄດ້ປຶກສາຫາລື ແລະຮ່ວມມືກັນຢ່າງເປັນປະຈຳ ໃນວຽກງານການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ; ທາງດ້ານເສດຖະກິດ, ການລົງທືນ ແລະການຄ້າ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ ລົງທຶນໃຫຍ່ທີ່ສຸດ, ຢືນຢູ່ອັນດັບທີ 3 ການລົງທຶນຕ່າງປະເທດຢູ່ລາວ ດ້ວຍຍອດທຶນຈົດທະບຽນຫລາຍກວ່າ 4 ຕື້ USD.
ໂດຍສະເພາະ, ໃນກອງປະຊຸມຄັ້ງທີ 43 ປີ 2021 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານລາວ - ຫວຽດນາມ ໄດ້ຈັດຂຶ້ນຢູ່ນະຄອນຫລວງຮ່າໂນ້ຍ ໃນເດືອນ ທັນວາ ປີ 2020, ສອງຝ່າຍໄດ້ລົງນາມ ໃນເອກະສານຮ່ວມມື 17 ສະບັບ, ເຊິ່ງໃນນັ້ນມີເອກະສານທີ່ສຳຄັນ ຫລາຍສະບັບເຊັ່ນ: ອະນຸສັນຍາ ລະຫວ່າງ ລັດຖະບານລາວ - ຫວຽດນາມ ວ່າດ້ວຍການຮ່ວມມືພັດທະນາທ່າເຮືອ ຫວຸງອ໋າງ 1, 2, 3; ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງໂຍທາທິການ ແລະຂົນສົ່ງ ລາວ ແລະກະຊວງ ຄົມມະນາຄົມຂົນສົ່ງ  ຫວຽດນາມ ກ່ຽວກັບການພັດທະນາທາງລົດໄຟ ລາວ-ຫວຽດນາມ; ໂຄງການປັບປຸງຄຸນະພາບ ແລະປະສິດທິຜົນຂອງການຮ່ວມມື ລາວ-ຫວຽດນາມ ໃນຂົງເຂດການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໃນໄລຍະປີ 2021-2030; ແລະບົດບັນທຶກຄວາມເຂົ້າໃຈ ຫລາຍສະບັບກ່ຽວກັບການຊື້ໄຟຟ້າ ຈາກລາວ ຂອງຫວຽດນາມ ... ເຊິ່ງສ້າງບ່ອນອີງໃໝ່ ເພື່ອບໍ່ພຽງແຕ່ຊ່ວຍ ໃຫ້ເສດຖະກິດຂອງລາວ ພັດທະນາຢ່າງໝັ້ນຄົງ ໃນຊຸມປີຕໍ່ໜ້າ, ແຕ່ຍັງຈະເຮັດໃຫ້ສາຍພົວພັນ ລະຫວ່າງ ສອງປະເທດ ແໜ້ນແຟ້ນຍິ່ງຂຶ້ນ.
ມາຮອດປັດຈຸບັນ, ສາມາດຢືນຢັນໄດ້ວ່າ, ຜ່ານການທົດສອບຫລາຍທົດສະວັດ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ບໍ່ພຽງແຕ່ໄດ້ຮັບການ ຮັກສາໄວ້ເປັນຢ່າງດີ, ແຕ່ຍັງໄດ້ຮັບການ ເພີ່ມພູມຄູນສ້າງ ຢ່າງບໍ່ຢຸດຢັ້ງ, ພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ .

KPL

ຂ່າວອື່ນໆ

    • ການນຳຂັ້ນສູງພັກ-ລັດ ຮ່ວມໃສບ່ບາດຫໍ່ເຂົ້າປະດັບດິນການເມືອງ

      ການນຳຂັ້ນສູງພັກ-ລັດ ຮ່ວມໃສບ່ບາດຫໍ່ເຂົ້າປະດັບດິນ

      8/25/2025 2:41:01 PM

      ໃນວັນທີ 23 ສິງຫາ 2025, ຄົນລາວຊາວພຸດທັງຫລາຍ ໃນທົ່ວປະເທດໄດ້ພ້ອມກັນຕື່ນເດີກລຸກເຊົ້າເພື່ອຫ້າງຫາກະກຽມອາຫານ, ເຂົ້າໜົມ, ເຂົ້າຕົ້ມຕ່າງໆເພື່ອໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນໃນມື້ບຸນຫໍ່ເຂົ້າປະດັບດິນຢູ່ຕາມວັດວາອາຮາມຕ່າງໆຢ່າງຟົດຟື້ນ ແລະ ຖືກຕ້ອງຕາມຮີດຄອງປະເພນີອັນຈົບງາມຂອງຊາດລາວ.

    • ກະຊວງ ວທ ທາບທາມບຸກຄະລາກອນ ສະໜັກ ເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ Iການເມືອງ

      ກະຊວງ ວທ ທາບທາມບຸກຄະລາກອນ ສະໜັກ ເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ I

      8/20/2025 12:09:53 PM

      ຂປລ. ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມທາບທາມບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກະຊວງ ວທ ສະໄໝທີ VI ຮອບທີ I ໃນວັນທີ 20 ສິງຫາ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ວທ

    • ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສິງກະໂປການເມືອງ

      ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສິງກະໂປ

      8/13/2025 11:28:40 AM

      ຂປລ. ໃນວັນທີ 12 ສິງຫາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລໍເຣນ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການໃນວັນທີ 11-12 ສິງຫາ 2025.

    • ກະຊວງປ້ອງກັນປະເທດ ຫວນຄືນມູນເຊືິ້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີການເມືອງ

      ກະຊວງປ້ອງກັນປະເທດ ຫວນຄືນມູນເຊືິ້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

      8/13/2025 9:48:15 AM

      ຂປລ. ກະຊວງປ້ອງກັນປະເທດ ປະຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 12 ສິງຫາ 2025 ທີ່ກະຊວງປ້ອງກັນປະເທດ ໂດຍໃຫ້ກຽດປະຖະກະຖາ ຂອງທ່ານ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານເຂົ້າຮ່ວມ.

    • ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີການເມືອງ

      ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

      8/13/2025 9:43:27 AM

      ຂປລ. ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ, ການນໍາ, ອະດີດການນໍາ, ຜູ້ປະກອບການດ້ານການພິມຈຳໜ່າຍ, ພ້ອມດ້ວຍບັນດາສື່ມວນຊົນ ຈາກທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ads
ads

Top