ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ສຳເລັດລົງຢ່າງຈົບງາມ

17/11/2020 17:50
Email Print 1291
ຂປລ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາເປັນເວລາ 16 ວັນ, ແຕ່ວັນທີ 27 ຕຸລາ - 17 ພະຈິກ 2020, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ

ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາເປັນເວລາ 16 ວັນ, ແຕ່ວັນທີ 27 ຕຸລາ - 17 ພະຈິກ 2020, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນສູງຂອງພັກ-ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ-ລັດ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.

     

ກອງປະຊຸມຄັ້ງນີ້, ໄດ້ພິຈາລະນາຮັບຮອງເອົາ ບັນຫາສຳຄັນພື້ນຖານ ຂອງປະເທດຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມ ຈຳນວນ 9 ສະບັບ ຄື: ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງ ທ່ານ ຄໍາເຈນ ວົງໂພສີ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ; ການຮັບຮອງເອົາການແຕ່ງຕັ້ງ ທ່ານ ທອງຈັນ ມະນີໄຊ ເປັນລັດຖະມົນຕີ ກະຊວງພາຍໃນ; ການຮັບຮອງເອົາແຜນຜັງລວມ ຕົວເມືອງນະຄອນຫລວງວຽງຈັນ ສະບັບທີ III; ການຮັບຮອງເອົາບົດລາຍງານ ຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ປະຈໍາປີ 2020, ທິດທາງແຜນການ ປະຈໍາປີ 2021; ການຮັບຮອງເອົາບົດລາຍງານ ຂອງລັດຖະບານກ່ຽວກັບການສະຫລຸບ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນປະຕິບັດໝົດປີ 2020 ແລະ ແຜນການ ປະຈໍາປີ 2021; ການຮັບຮອງເອົາບົດລາຍງານ ຜົນການກວດສອບບົດສະຫລຸບ ຂາດຕົວການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019 ແລະ ບົດລາຍງານຜົນການກວດກາ ຕາມຜົນການກວດສອບປີ 2018, ສົກປີ 2013-2014 ແລະ 2015-2016; ການຮັບຮອງເອົາບົດລາຍງານ ຂອງອົງການໄອຍະການ ປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2020 ແລະ ທິດທາງແຜນການ ປະຈໍາປີ 2021; ການຮັບຮອງເອົາບົດສະຫລຸບ ການເຄື່ອນໄຫວວຽກງານ ຂອງອົງການກວດສອບແຫ່ງລັດ ປະຈໍາປີ 2020 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2021 ແລະ ການຮັບຮອງເອົາບົດ ລາຍງານການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ປີ 2020 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ຄາດຄະເນແຜນການ ປະຈໍາປີ 2021.

     

ກອງປະຊຸມຄັ້ງນີ້, ຍັງໄດ້ພິຈາລະນາຮັບ ຮອງເອົາກົດໝາຍ ຈຳນວນ 5 ສະບັບ, ໃນນັ້ນກົດໝາຍສ້າງໃໝ່ 4 ສະບັບ ແລະ ປັບປຸງ 1 ສະບັບ ຄື: ກົດໝາຍວ່າດ້ວຍຊັ້ນນັກການທູດ, ກົດໝາຍວ່າດ້ວຍຊາວໜຸ່ມລາວ, ກົດໝາຍວ່າດ້ວຍການສຶກສາຊັ້ນສູງ, ກົດໝາຍວ່າດ້ວຍການຮ່ວມມື ລະຫວ່າງປະເທດ ທາງອາຍາ ແລະ ກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ສະບັບປັບປຸງ.

ຢູ່ໃນການດຳເນີນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ສະເໜີ ໃຫ້ 4 ພາກສ່ວນຂຶ້ນຊີ້ແຈງຕໍ່ຄຳຊັກຖາມກ່ຽວກັບ ບັນຫາທີ່ພົ້ນເດັ່ນຂອງສັງຄົມ, ຊຶ່ງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໄດ້ຍົກຂຶ້ນຢູ່ໃນກອງປະຊຸມປະກອບ ມີ: ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ.

ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນ ດັ່ງກ່າວມາຂ້າງເທິງນັ້ນ, ໃນໄລຍະດຳເນີນກອງປະຊຸມ ໄດ້ມີປະຊາຊົນບັນດາເຜົ່າ ສົ່ງຄຳຄິດຄຳເຫັນຜ່ານ ໂທລະສັນສາຍດ່ວນ (156) ຫລາຍກວ່າ 536 ສາຍ, ເຊິ່ງພົວພັນເຖິງການ ຄຸ້ມຄອງບໍລິຫານລັດ, ການພັດທະນາ ເສດຖະກິດ-ສັງຄົມ, ການພັດທະນາ ທີ່ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ. ຕໍ່ກັບຄໍາຄິດເຫັນ ຂອງປະຊາຊົນທີ່ສົ່ງມາທາງໂທ ລະສັບສາຍດ່ວນດັ່ງກ່າວ ກອງເລຂາກອງປະຊຸມ ຈະໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງ ສອດຄ່ອງຕາມກົດໝາຍ ແລະ ລະ ບຽບການ.

ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວສູນທອນພົດ ປິດກອງປະຊຸມ, ເຊິ່ງຍົກໃຫ້ເຫັນບາງຕອນສຳຄັນ ວ່າ: ກອງປະຊຸມ ຕີລາຄາສູງຕໍ່ຄວາມພະຍາຍາມ ຂອງລັດຖະບານ ທີ່ໄດ້ສູ້ຊົນຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໃນສະພາບແວດລ້ອມສາກົນ ແລະ ພາກພື້ນມີຄວາມຫຍຸ້ງຍາກ ແລະ ມີສິ່ງທ້າຍທາຍ ຫລາຍປະການ ເຮັດໃຫ້ການຈັດຕັ້ງປະຕິບັດ ຫລາຍຄາດໝາຍ ບັນລຸຕາມແຜນທີ່ກຳນົດໄວ້. ໃນກອງປະຊຸມຄັ້ງນີ້, ນອກຈາກຈະພິຈາລະນາຮັບຮອງເອົາ ບັນຫາພື້ນຖານ ທີ່ສຳຄັນຂອງຊາດ ຍັງໄດ້ຮັບຟັງ ແລະ ປະກອບຄຳເຫັນ ເບື້ອງຕົ້ນໃສ່ຮ່າງແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຮ່າງແຜນການເຄື່ອນໄຫວ ວຽກງານຂອງສະພາແຫ່ງຊາດ 5 ປີ (2021-2025). ພ້ອມກັນນັ້ນ, ກໍໄດ້ສະເໜີມາຍັງ ລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຈົ່ງໄດ້ຊີ້ນຳກະຊວງ ແລະ ກຳມາທິການກ່ຽວຂ້ອງ ນຳເອົາຄວາມຄິດເຫັນ ຂອງສະມາຊິກສະພາແຫ່ງຊາດ ໄປປັບປຸງເຂົ້າແຜນດັ່ງກ່າວ ແລະ ສືບຕໍ່ຄົ້ນຄວ້າໃຫ້ເລິກເຊິ່ງ ຕໍ່ແຕ່ລະບັນຫາ ເພື່ອກຳນົດບັນດາຄາດໝາຍ, ທິດທາງ, ວຽກງານຈຸດສຸມໃນແຕ່ລະດ້ານ ໃຫ້ມີຄວາມຊັດເຈນ ແລະ ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງ ການໃນການພັດທະນາ ເສດຖະກິດ-ສັງຄົມ, ຄວາມອາດສາມາດຕົວຈິງທາງດ້ານທຶນຮອນ ໃນໄລຍະ 5 ປີຕໍ່ໜ້າ ເພື່ອສາມາດນຳໄປພິຈາລະນາ ແລະ ຮັບຮອງເອົາຢູ່ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້.

ທ່ານ ນາງ ປານີ ຢາທໍ່ຕູ້ ໂດຍຕາງໜ້າໃຫ້ຄະນະ ປະຈຳສະພາແຫ່ງຊາດ, ເນື່ອງຈາກວ່າສະພາແຫ່ງຊາດຊຸດທີ VIII ໃກ້ຈະໝົດວາລະໄປອີກ ບໍ່ເທົ່າໃດເດືອນຂ້າງໜ້ານີ້, ສະແດງຄວາມຂອບໃຈ ແລະ ຍ້ອງຍໍສັນລະເສີນ ບັນດາທ່ານສະມາຊິກ ສະພາແຫ່ງຊາດ ທີ່ໄດ້ສຳເລັດໜ້າທີ່ ອັນມີກຽດສະຫງ່າຂອງຕົນ ແລະ ຫວັງຢ່າງຍິ່ງວ່າ ສະມາຊິກສະພາແຫ່ງຊາດ ແຕ່ລະທ່ານ ຈະມີຄວາມຊົງຈຳທີ່ດີຕະຫລອດ ໄລຍະການຮ່ວມເຄື່ອນໄຫວວຽກງານ ໃນສະພາແຫ່ງຊາດຊຸດນີ້ ແລະ ຈະສືບຕໍ່ປະກອບສ່ວນ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ ແລະ ຄວາມຈະເລີນຮຸ່ງເຮືອງ ວັດທະນາຂອງ ປະເທດຊາດລາວເຮົ​າ. ພ້ອມກັນນັ້ນ, ກໍໄດ້ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງໄດ້ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍ ບັນດາມະຕິ ແລະ ກົດໝາຍ ທີ່ໄດ້ຮັບຮອງໃນກອງປະຊຸມ ຄັ້ງນີ້ ໃຫ້ເປັນແຜນວຽກອັນລະອຽດຂອງຕົນ, ພ້ອມທັງ ອອກແຮງແຂ່ງຂັນສ້າງຜົນງານ ເພື່ອຂ່ຳນັບຮັບຕ້ອນ ວັນບຸນສຳຄັນຂອງຊາດ ກໍຄື ສ້າງຂະບວນການຕ້ອນຮັບ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຂອງພັກ ຄັ້ງທີ XI ທີ່ຈະໄຂຂຶ້ນໃນ ມໍ່ໆນີ້.

ຂ່າວ: ສິງຄຳ, ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    •  ປະກາດແຕ່ງຕັ້ງຮອງເລຂາພັກແຂວງ-ຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່ການເມືອງ

      ປະກາດແຕ່ງຕັ້ງຮອງເລຂາພັກແຂວງ-ຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່

      1/20/2025 3:25:40 PM

      ຂປລ. ພິທີປະກາດການຈັດຕັ້ງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ​ໂດຍ​ເປັນ​ກຽດ​ເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍ່ແກ້ວ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ຫົວໜ້າ-ຮອງ ຫົວໜ້າພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ

    • ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລົດຖະມົນຕີການເມືອງ

      ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລົດຖະມົນຕີ

      1/20/2025 3:16:46 PM

      ຂປລ. ໃນ​ວັນ​ທີ 20 ມັງກອນ 2025 ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ຄະນະ ໄດ້​ເຂົ້າ​ອວຍພອນ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຮອງ​ປະ ທານ​ຜູ້​ປະຈຳການ ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ສູນ​ກາງ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 76 ປີ.

    • 76 ປີ ຜ່ານມາ ກອງທັບປະຊາຊົນລາວ ໄດ້ເສີມ ຂະຫຍາຍທາດແທ້-ມູນເຊື້ອອັນສະຫງ່າງາມຂອງຕົນການເມືອງ

      76 ປີ ຜ່ານມາ ກອງທັບປະຊາຊົນລາວ ໄດ້ເສີມ ຂະຫຍາຍທາດແທ້-ມູນເຊື້ອອັນສະຫງ່າງາມຂອງຕົນ

      1/20/2025 2:15:37 PM

      ຂປລ. ຕະຫລອດ​ໄລ​ຍະ 76 ປີຜ່ານມາ, ກອງທັບປະຊາຊົນລາວ ໄດ້ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ, ຍາມໃດກໍເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກຳລັງຫລັກແຫລ່ງ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໄດ້ຢ່າງໝັ້ນຄົງ ຮັບປະ ກັນໄດ້ສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ປະກອບສ່ວນຢ່າງຕັ້ງໜ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ຄະນະກວດກາພັກ ອອປສ ສະຫລຸບ ວຽກງານປະຈໍາໄຕມາດ IV ປະຈຳປີ 2024ການເມືອງ

      ຄະນະກວດກາພັກ ອອປສ ສະຫລຸບ ວຽກງານປະຈໍາໄຕມາດ IV ປະຈຳປີ 2024

      1/20/2025 1:52:02 PM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ຄະນະກວດກາພັກ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ດໍາເນີນກອງປະຊຸມວຽກງານກວດກາພັກ ປະຈໍາໄຕມາດ IV ປະຈຳປີ 2024 ເພື່ອສະຫລຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ວຽກງານກວດກາພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍານຸທອນ ສູນວິເລີດ ຮອງປະທານກວດກາພັກ, ຫົວໜ້າກົມກວດກາ, ມີບັນດາສະຫາຍຮອງເລຂາໜ່ວຍພັກ ຜູ້ເຮັດວຽກງານກວດກາໜ່ວຍພັກຂອງຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົມຮົມໄອຍະການ, ພະນັກງານຫລັກແຫລ່ງຂອງກົມກວດກາ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.

    • ກະຊວງ ຜທ ເປີດບັ້ນແຂ່ງຂັນ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ Vການເມືອງ

      ກະຊວງ ຜທ ເປີດບັ້ນແຂ່ງຂັນ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V

      1/16/2025 1:42:29 PM

      ຂປລ. ກະຊວງແຜນການ ແລະ ການລົງທຶນ (ຜທ) ເປີດບັ້ນຂະບວນການແຂ່ງຂັນ ເພືື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ໃນວັນທີ 15 ມັງກອນ 2025

ads
ads

Top