50 ປີ ສຳນັກ​ຂ່າວສານ​ປະ​ເທດ​ລາວ ຂປລ/KPL

08/01/2018 10:30
Email Print 1329
ຂປລ ມູນ​ເຊື້ອ ​ແລະ ການ​ກຳ​ເນີ​ດ (6 ມັງກອນ 1968) ບົນ​ເສັ້ນທາງ​ຮັບ​ໃຊ້​ໜ້າ​ທີ່​ການ​ເມືອງຂອງ​ພັກ-ລັດ.




* ສື່ມວນຊົນລາວ ເວົ້າລວມ, ເວົ້າສະເພາະສຳນັກຂ່າວສານ ປະເທດລາວ ແມ່ນພາຫະນະສຳຄັນອັນໜຶ່ງ ທີ່ໄດ້ປະກອບສ່ວນ ໃນໄຊຊະນະລວມ ຂອງການປະຕິວັດ, ມີບົດບາດໃນການ ໂຄສະນາປຸກລະດົມ ນ້ຳໃຈຮັກຊາດ, ຮັກບ້ານ ເກີດເມືອງນອນ ຂອງປະຊາຊົນລາວ ບັນດາເຜົ່າ.

ໃນວັນທີ 13 ສິງຫາ 1950, ກອງປະຊຸມແນວລາວອິດສະລະ ໄດ້ໄຂຂຶ້ນຢູ່ພາກເໜືອຂອງລາວ, ພັກ ໄດ້ຕົກລົງສ້າງຕັ້ງໜັງສືພິມປະຕິວັດ ສະບັບໜຶ່ງສະບັບ ດຽວຂອງຕົນຂຶ້ນ ໂດຍໃສ່ຊື່ລາວອິດສະລະ”, ໂດຍແມ່ນທ່ານ ສີຊະນະ ສີສານ ເປັນຫົວໜ້າບັນນາທິການ ແລະ ມີຜູ້ຮ່ວມງານຈຳນວນໜຶ່ງ ເຊິ່ງໃຊ້ເຄື່ອງພິມລີໂຕ,  ພິມດ້ວຍເຈ້ຍເຟືອງ ມີໃບດຽວພິມ ເປັນສອງໜ້າຈຳນວນ 200 ໃບ ຫລື 400 ໜ້າ.

ຈາກນັ້ນມາໃບຂ່າວ ໜັງສືພິມປະຕິວັດ ຈຶ່ງສືບຕໍ່ໄດ້ຮັບການ ພັດທະນາເສີມຂະຫຍາຍ ໃນຫລາຍຮູບແບບ ຕາມສະ ພາບ ແລະ ເງື່ອນໄຂການຕໍ່ສູ້ ໃນແຕ່ລະທ້ອງຖິ່ນ. ບາງບ່ອນ ຫລື ບາງໄລຍະກໍ່ຂຽນເປັນ ໃບປິວຫວ່ານໄປຕາມຖະ ໜົນໃນຕົວເມືອງ ເປັນຕົ້ນແມ່ນໃນ ໄລຍະລວມ ລາວຄັ້ງທີ 1 ທ້າຍຊຸມປີ 1950 ເພື່ອຮັບໃຊ້ບັ້ນໂຄສະນາ ເລືອກຕັ້ງຜູ້ແທນລາສະດອນເພີ່ມ ເຊິ່ງມີຄົນຂອງແນວລາວ ຮັກຊາດເຂົ້າຮ່ວມ. ຜົນກໍ່ຄືຜູ້ສະໝັກ ຂອງແນວລາວຮັກຊາດ ໄດ້ຮັບ ຄະແນນສຽງສູງ ຢ່າງຂາດລອຍກັບ ຜູ້ສະໝັກອື່ນໆ, ອັນໄດ້ສ້າງຄວາມ ບໍ່ພໍໃຈໃຫ້ພວກປະຕິການ ຈົນນຳໄປສູ່ການໂຄ່ນລົ້ມ ລັດຖະບານປະສົມ ແລະ ຈັບກຸມຄຸມ ຂັງບັນດາຜູ້ນຳ ຂອງແນວລາວຮັກຊາດ,  ລວມທັງທ່ານ ສີຊະນະ ສີສານ ແລະ ທ່ານ ຄຳຜາຍ ບຸບຜາ ຫົວໜ້າ ແລະ ຮອງບັນນາທິການ ໜັງສືພິມລາວຮັກຊາດ ທີ່ພິມຈຳໜ່າຍຢູ່ວຽງຈັນ.

ປີ 1964, ສົງຄາມທຳລາຍ ທາງອາກາດຂອງ ຈັກກະພັດແບບໃໝ່ ກັບພວກລູກແຫລ້ງຕີນມື ໄດ້ເລີ່ມຕົ້ນ ແລະ ນັບມື້ນັບຮ້າຍແຮງຂຶ້ນ. ເພື່ອປົກປັກຮັກສາ ກຳລັງການປະຕິວັດ, ສູນກາງພັກ ຈຶ່ງຊີ້ນຳໃຫ້ສຳນັກງານຕ່າງ ຍົກຍ້າຍໄປຢູ່ ຖ້ຳຕ່າງໆ. ສຳນັກງານວິທະຍຸກະຈາຍສຽງ ຂອງຝ່າຍປະເທດລາວ ກໍ່ຈຳເປັນຕ້ອງໄດ້ແຍກອອກ ເປັນສອງກອງ, ກອງໜຶ່ງໄປຕັ້ງຢູ່ດົງດ່າ ປະເທດ ຫວຽດນາມ ເອີ້ນວ່າ ເບ1 (B1), ກອງສອງຍ້າຍຈາກບ້ານບັກ (ລ້ອງກູ່-ນາໄກ່) ໄປຕັ້ງຢູ່ນາແຄ ໃກ້ກັບບ້ານຊຽງຊື້ (ເຂດເມືອງວຽງໄຊ ໃນປັດຈຸບັນ) ເອີ້ນວ່າ ເຊ 2 (C2) ເຮັດໜ້າທີ່ສະໜອງຂ່າວ ແລະ ບົດຕ່າງໆ ໃຫ້ ເບ 1 ເຊິ່ງການປະຕິບັດໜ້າທີ່ ຕົວຈິງໃນເວລານັ້ນ ແມ່ນມີຄວາມຫຍຸ້ງຍາກຫລາຍ ຍ້ອນສຳນັກຢູ່ສອງບ່ອນ ແລະ ມີຫລາຍຂັ້ນຕອນ ກວ່າຈະໄດ້ອ່ານ ອອກອາກາດ. ໃນເວລານັ້ນ ສຳນັກຂ່າວສານ ເປັນພຽງຕູບນ້ອຍ ຫລັງໜຶ່ງຢູ່ກ້ອງສຸມໄມ້ ຫົກໄມ້ພາງພໍໄດ້ ຊົ້ນຫົວນອນ ແລະ ເປັນບ່ອນເຮັດວຽກ ໂດຍອາໄສຕຽງໄມ້ໄຜ່ ຂອງໃຜລາວ ເປັນໂຕະ ສຳລັບ ຂຽນບົດ, ຂຽນຂ່າວ ເພື່ອຮັບປະກັນ ການກະຈາຍອອກ ສູ່ອາກາດໄດ້ທັນການ. ໃນຂະນະນັ້ນ, ພວກໂຈນອາກາດ ອາເມລິກາ ບໍ່ໄດ້ລົດລະ ໃນການຖິ້ມລະເບີດ ແລະ ຫວ່ານບົມບີລົງໃສ່ ເຂດທີ່ໝັ້ນຂອງການ ປະຕິວັດບໍ່ເວັ້ນ ໃນແຕ່ລະວັນ. ທ່າມກາງຫ່າຝົນ ແລະ ຄວາມໜາວເຢັນ ຈົນເຂົ້າກະດູກ, ປະສານກັບຄວາມທຸກຍາກ ຂາດເຂີນນາໆປະການ, ອຸປະກອນຮັບໃຊ້ວິຊາສະເພາະບໍ່ພຽງພໍ, ເຂົ້າປາອາຫານຂາດເຂີນ, ແຕ່ດ້ວຍຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ ການປະຕິວັດ, ມີນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນ, ອ້າຍນ້ອງນັກຮົບຂ່າວສານ ລ້ວນແຕ່ມີຄວາມສາມັກຄີ ຮັກແພງ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ປະຕິບັດໜ້າທີ່ວຽກງານ ຂອງຕົນດ້ວຍ ຄວາມຮັບຜິດຊອບ, ເຮັດລ້ອນພາລະກິດ ອັນໜັກໜ່ວງ ທີ່ການປະຕິວັດ ແລະ ປະຊາຊົນ ມອບໝາຍໃຫ້ໄດ້ເປັນຢ່າງດີ.

ເພື່ອເສີມຂະຫຍາຍແຫລ່ງຂ່າວ ໃຫ້ກວ້າງຂວາງຂຶ້ນ, ໃນລະຫວ່າງ ປີ 1967, ຢູ່ ເຊ2 ກໍ່ໄດ້ເປີດຊຸດອົບຮົມ ນັກຂ່າວຂຶ້ນເປັນເວລາ 45 ວັນ ໂດຍການຊ່ວຍເຫລືອ ຂອງຊ່ຽວຊານຫວຽດນາມ ແລະ ໄດ້ເຕົ້າໂຮມເອົາ ນາຍທະຫານ, ພະ ນັກງານນຳພາ ທີ່ເຮັດວຽກງານ ຖະແຫລງ ຂ່າວ-ວັດທະນະທຳ ໃນແຕ່ລະພາກກັບ ພະນັກງານໜຸ່ມນ້ອຍ ຈຳນວນ ໜຶ່ງ, ລວມເກືອບ 20 ຄົນ ເຂົ້າອົບຮົມ. ເມື່ອສຳເລັດການອົບຮົມ, ຈຳນວນຫລາຍ ກໍ່ໄດ້ຖືກຈັດສົ່ງໄປ ປະຈຳການຢູ່ພາກ ແລະ ກົມກອງຕ່າງໆ. ຈາກນັ້ນ, ຕາໜ່າງຂ່າວຈຶ່ງຫລາຍຂຶ້ນ. ສິ່ງສຳຄັນແມ່ນໄດ້ ເປັນພື້ນຖານໃນການ ກໍ່ສ້າງພະນັກງານສືບທອດ ໃນເວລາຕໍ່ໆມາ.

ຈາກເງື່ອນໄຂແຫ່ງໄຊຊະນະ ຂອງການປະຕິວັດ ນັບມື້ເຕີບໃຫຍ່ ຂະຫຍາຍຕົວ, ຄວາມຮຽກຮ້ອງ ຕ້ອງການໃນການ ໂຄສະນາພາຍໃນ ແລະ ຕໍ່ຕ່າງປະເທດ ນັບມື້ເພີ່ມຂຶ້ນ. ເນື່ອງໃນໂອກາດລະນຶກ ວັນສ້າງຕັ້ງແນວລາວຮັກຊາດ ຄົບ ຮອບ 12 ປີ; ປະທານ ສຸພານຸວົງ ໄດ້ລົງນາມໃນມະຕິ ຕົກລົງສ້າງຕັ້ງ ສຳນັກຂ່າວສານປະເທດລາວຂຶ້ນ ຢ່າງເປັນທາງການ, ໂດຍໄດ້ທ້ອນໂຮມ ກອງທີສອງ ຫລື ເຊ 2 (C2) ຢູ່ພູແຄ ຄືກອງບັນນາທິການຂ່າວ, ພາກສ່ວນເຕັກນິກ ຂອງວິ ທະຍຸຂອງຝ່າຍປະເທດລາວ ແລະ ກອງຖ່າຍ-ຜະລິດຮູບ, ກອງບັນນາທິການ ໜັງສືພິມແນວລາວຮັກຊາດ ຈາກພະແນກຖະແຫລງຂ່າວ ໂຄສະນາເຂົ້າກັນ. ພິທີປະກາດການ ສ້າງຕັ້ງຈັດຂຶ້ນ ຢ່າງສົມກຽດ ຢູ່ທີ່ປາກຖ້ຳພູແຄ ເຊິ່ງໃນພິທີກາງ ແຈ້ງທີ່ກະທັດຮັດນັ້ນ ມີສອງຄຳຂວັນທີ່ຂຽນ ດ້ວຍນ້ຳມຶກສີຟ້າ ແລະ ສີແດງ ເນັ່ງຜ່ານໄມ້ຫົກ, ແຜ່ນໜຶ່ງມີເນື້ອໃນປະເທດ ລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ”, ອີກແຜ່ນໜຶ່ງມີເນື້ອໃນ: “ຊົມ ເຊີຍມະຕິຕົກລົງ ປະກາດສ້າງຕັ້ງ ສຳນັກຂ່າວສານ ປະເທດລາວ ເປັນທາງການຢ່່າງສຸດໃຈ (ຂປລ-KPL  6/1/1968)”. ໃນເວລາ 9 ໂມງ ຂອງວັນດັ່ງກ່າວ, ທ່ານ ສົມເທີ ເພັດມະນີ ໃນນາມຄະນະຈັດ ຕັ້ງໄດ້ຂຶ້ນກ່າວຈຸດປະສົງ ແລະ ເຊີນ ທ່ານ ສີຊະນະ ສີສານ ຂຶ້ນອ່ານມະຕິຕົກລົງ ປະກາດສ້າງຕັ້ງສຳນັກງານ ຂ່າວສານປະເທດລາວ ເປັນທາງການຢ່າງ ສະຫງ່າຜ່າ ເຜີຍ ແລະ ໄດ້ຮຽກຮ້ອງໃຫ້ ພະນັກງານ ແລະ ນັກຂ່າວທຸກຄົນ ມີຄວາມບຸກບືນ ແລະ ມີຄວາມຮັບຜິດ ຊອບສູງຂຶ້ນ ເພື່ອເຮັດລ້ອນ ພາລະໜ້າທີ່ອັນໜັກໜ່ວງ ແຕ່ມີກຽດທີ່ຖືກມອບໝາຍ. ແຕ່ວັນນັ້ນເປັນຕົ້ນມາ, ເຖິງວ່າສະພາບການ ຜັນແປໄປຄືແນວ ໃດຂ່າວສານປະເທດລາວ ກໍໄດ້ຜ່ານຜ່າທຸກອຸປະສັກ, ຈັດພິມ-ຈຳໜ່າຍ ຢ່າງເປັນປົກ ກະຕິ ແລະ ນັບມື້ນັບເພີ່ມຂຶ້ນ ທັງທາງດ້ານປະລິມານ ແລະ ຄຸນນະພາບ.

ໃນເວລາສ້າງຕັ້ງຂຶ້ນໃໝ່, ການນຳຂອງຂ່າວສານປະເທດລາວ ແລະ ວິທະຍຸກະຈາຍສຽງ ຂອງຝ່າຍປະເທດລາວ ແມ່ນອັນດຽວກັນ ມີ ທ່ານ ສີຊະນະ ສີສານ ເປັນຫົວໜ້າ, ທ່ານ ສອນຄຳ ວານວົງສາ ຮັບຜິດຊອບ B1 ແລະ ທ່ານ ສົມເທີ ເພັດມະນີ ຮັບຜິດຊອບ C2 ເປັນ ຮອງຕໍ່ມາກໍມີທ່ານ ສີສະໜານ ແສນຍານຸວົງ ແລະ ທ່ານ ບົວບານ ວໍລະຂຸນ ເປັນຄະນະບັນນາທິການ (ບກ).

ຮອດທ້າຍປີ 1968-1969 ຈຳນວນນັກຂ່າວ ໄດ້ເພີ່ມຂຶ້ນກວ່າເກົ່າ ນັບທັງດ້ານເຕັກນິກ ສົ່ງຂ່າວກໍສາມາດ ກຸ້ມຕົນເອງ ຍ້ອນມີການສ້າງ ພະນັກງານກັບທີ່ ແລະ ຮັບເອົານັກຮຽນ ນັກສຶກສາທີ່ຮຽນ ຈົບມັດທະຍົມຕອນປາຍ ຈາກພາຍ ໃນ ແລະ ຕ່າງປະເທດ ມາເປີດຊຸດອົບຮົມຢ່າງມີລະບົບ ແລະ ສ່ວນໜຶ່ງກໍ ຮັບເອົາພະນັກງານ ທີ່ມາຈາກວິທະຍຸ ຂ່າວ ສານແຂວງຊຽງຂວາງ ອັນໄດ້ສ້າງເງື່ອນໄຂ ໃຫ້ສາມາດຈັດຕັ້ງ ໜ່ວຍຂ່າວໄປເຄື່ອນໄຫວ ເກັບກຳຂ່າວ ແລະ ຈັດຕັ້ງສາ ຂາຂ່າວ ຢູ່ພາກກາງ, ພາກໃຕ້ ແລະ ຢູ່ບັນດາ ແຂວງພາກເໜືອ ເປັນເວລາ 3 ເດືອນຫາ 1 ປີ.

ທ່ານ ສີຊະນະ ສີສານ ຫົວໜ້າ ບກ ຜູ້ທຳອິດ ໄດ້ເວົ້າເຖິງການກໍ່ສ້າງ ນັກຂ່າວໃນເວລານັ້ນວ່າ: ທັງເຮັດໄປນຳຮຽນໄປນຳດົນໆ ຈຶ່ງມີໂອກາດສົ່ງຄົນ ໄປຝຶກອົບຮົມຢູ່ ຫວຽດນາມ ການປະຕິບັດໜ້າທີ່ ວຽກງານກໍຫຍຸ້ງຍາກ ກັນດານ ທີ່ ສຸດ ເພາະແມ່ນ ຍາມສົງຄາມທຳລາຍ, ປ່າດົງພົງໄພ ຮ່ອມຫ້ວຍຜາຊັນ, ທຸກບ່ອນແມ່ນສະໜາມຮົບ. ດ້ວຍເຫດນີ້ີນັກຂ່າວ ຈຶ່ງຕ້ອງມີຄວາມ ເດັດດ່ຽວໜຽວແໜ້ນ ແລະ ເສຍສະລະທຸກ ສິ່ງທຸກຢ່າງ ທັງເຮັດວຽກທັງໄປ ລຳລຽງຂົນສົ່ງ, ທັງ ຈັບ ປືນເວນຍາມທັງເວັນ ແລະ ຄືນ; ບາງຄັ້ງຍັງໄດ້ພັດປ່ຽນກັນ ຂຶ້ນປ້ອມຍິງຍົນກໍມີ. ຍ້ອນແນວນັ້ນ ໃນໄລຍະດັ່ງກ່າວ ຈຶ່ງມີນັກຂ່າວເສຍຊີວິດ ລວມ 4 ຄົນ ຄື: ທ່ານ ໄຊສົງຄາມ ເສຍຊີວິດໃນເວລາ ໄປເກັບກຳຂ່າວຢູ່ບັ້ນ ຮົບຊຽງ ຂວາງ, ທ່ານ ສົມຈິດ  ເສຍຊີວິດໃນເວລາ ໄປເກັບກຳຂ່າວ ຢູ່ບັນດາແຂວງພາກເໜືອ, ທ່ານ ບຸນຊູ ເສຍຊີວິດ ໃນເວລາກັບມາແຕ່ ໄປສົ່ງຂ່າວຖືກຍົນຍິງ ແລະ ທ່ານ ຄຳເສັງ ເສຍຊີວິດຍ້ອນ ຖືກລະເບີດບົ່ມບີ ໃນເວລາຊົ່ວໂມງ ອອກ ແຮງ ງານເພີ່ມພູນຜະລິດຜົນ ແລະ ຈຳນວນໜຶ່ງ ໄດ້ຮັບບາດເຈັບ.

ປີ 1973 ໄດ້ມີການເຈລະຈາຢຸດຍິງ ແລະ ນຳໄປສູ່ການເຊັນສັນຍາ ແລະ ອະນຸສັນຍາຖືກ ຕ້ອງປອງດອງຊາດ ຢູ່ວຽງຈັນ ໃນວັນທີ 21 ມີນາ 1973. ເພື່ອຮັບໃຊ້ພາລະໜ້າທີ່ ດັ່ງກ່າວສຳນັກຂ່າວສານ ປະເທດລາວ ໄດ້ສົ່ງພະນັກງານ ຂອງຕົນ ໄປປະຈຳຢູ່ 2 ຕົວເມືອງເປັນກາງວຽງຈັນ ແລະ ຫລວງພະບາງ; ໃນນັ້ນ  4 ຄົນ ສົ່ງເຂົ້າວຽງຈັນ ມີ: ທ່ານ ຄຳຕາ  ລໍວັນອິນ, ທ່ານ ວັນໂຍເລດ ລົດອຸທຸມ (ພະນັກງານເຕັກນິກ), ທ່ານ ມາລາຈອນ ລົດອຸທຸມ (ນັກ ຂ່າວ), ທ່ານ ທອງຄຳ ບຸນວິຊຽນ  (ນັກຖ່າຍຮູບ), ສົ່ງໄປຫລວງພະບາງ 2 ທ່ານ ຄື: ທ່ານ ຄຳຫລ້າ ສຸລິລາດ (ນັກຖ່າຍຮູບ) ແລະ ທ່ານ ລິດຖີ  ສີສຸວົງ (ນັກຂ່າວ) ມີໜ້າທີ່ບໍ່ພຽງແຕ່ ຕິດຕາມຄະນະປະສົມສູນກາງ ເພື່ອເກັບກຳຂ່າວ, ຖ່າຍຮູບ ແລະ ຂຽນບົດ ພ້ອມທັງສົ່ງອອກ ວິທະຍຸກະຈາຍສຽງ ຂອງຝ່າຍປະເທດລາວ ໃຫ້ທັນພາກ  6  ໂມງແລງ ໃນແຕ່ລະວັນເທົ່ານັ້ນ ແຕ່ມາຮອດ ຕົ້ນປີ 1974  ຍັງມີໜ້າທີ່ຈັດພິມ ຂ່າວສານປະເທດລາວ ລາຍວັນຢູ່ສຳນັກງານ ຜູ້ຕາງໜ້າແນວລາວ ຮັກຊາດ ຢູ່ວຽງຈັນ ເຊິ່ງມີທ່ານນາງ ທັນດາ ແລະ ທ່ານ ສີສຸພັນ ເປັນຜູ້ຕີ ພິມພ້ອມຜູ້ແກວ່ງ (ພິມ) ຈັກໂລນຽວ  ອີກ 1 ຄົນ. ການເຮັດວຽກງານສຸດ ທີ່ໜັກໜ່ວງ ແລະ ເຄັ່ງຕຶງ; ຕໍ່ມາຈຶ່ງມີພະນັກງານ ສອງຄົນມາເພີ່ມຄື: ທ່ານ ວັນທອງ ພົນຈັນເຮືອງ ມາຈາກ B1  ແລະ ທ່ານ  ຄຳສີ ຈັນທະວີທອງ ມາຈາກໜັງສືພິມ ແນວລາວຮັກຊາດ.

ນັບຕັ້ງແຕ່ນັ້ນເປັນຕົ້ນມາ ສຳນັກຂ່າວສານປະເທດລາວ ຈຶ່ງໄດ້ສືບຕໍ່ຈັດພິມ ຢູ່ວຽງຈັນຕະຫລອດມາ ແລະ ນັບມື້ເຕີບໃຫຍ່ຂະຫຍາຍຕົວ. ໃນເວລາຈັດພິມຄັ້ງທຳອິດ ມີບົດຂ່າວຢ່າງຕ່ຳວັນລະ 5-6 ໜ້າ, ເພີ່ມຂຶ້ນເປັນ 8-10 ໜ້າ ດ້ວຍ ຈຳນວນພິມເບື້ຶອງຕົ້ນ 500 ສະບັບຕໍ່ວັນ, ຍົກເວັ້ນວັນເສົາ ແລະ ວັນອາທິດ, ເພີ່ມຂຶ້ນເປັນ 800 ສະບັບ ແລະ ຂຶ້ນເຖິງ 1.500 ສະບັບຕໍ່ວັນ ຕາມລຳດັບ. ການພິມໃບຂ່າວ ຂ່າວສານປະເທດລາວ ຢູ່ວຽງຈັນໄດ້ສ້າງຄວາມ ສົນໃຈໃຫ້ ແກ່ຊາວວຽງຈັນ, ຫລວງພະບາງ ກໍຄື ຊາວລາວ ທົ່ວປະເທດສະແດງອອກ ບ່ອນໃດກໍມີຄວາມຕ້ອງການ ຈົນພວກເຮົາບໍ່ສາມາດ ສົ່ງໃຫ້ໄດ້ເຮັດໃຫ້ຫາງ ສຽງສັງຄົມມີຄວາມຕື່ນຕົວ. ໃນຂະນະດຽວກັນກໍ ສ້າງຄວາມຢ້ານກົວ ໃຫ້ແກ່ຝ່າຍ ວຽງຈັນ, ເພາະມັນ ແມ່ນໃບຂ່າວໜຶ່ງດຽວ ຢູ່ວຽງຈັນທີ່ກ້າສ່ອງແສງ ຢ່າງພາວະວິໄສຖືກ ກັບຄວາມຈິງ, ໄວ ແລະ ທັນເຫດການທີ່ເກີດຂຶ້ນ ໃນແຕ່ລະວັນທັງມີ ບົດຄວາມເຜີຍແຜ່ ກົນອຸບາຍອັນເລິກແລບ ຂອງພວກປະຕິການຂວາ ຈັດທີ່ ເຄື່ອນໄຫວມ້າງເພຄວາມ ຖືກຕ້ອງປອງດອງຊາດ ແລະ ມີບົດວິຈານຕອບໂຕ້ ທຸກຖ້ອຍທຳນອງ ໃສ່ຮ້າຍປ້າຍສີ ແລະ ເສກສັນປັ້ນ ແຕ່ງ ຂອງພວກກຳອຳນາດຫຸ່ນ ຜ່ານສື່ໜັງສືພິມປະຕິການ ທີ່ຈຳໜ່າຍຢູ່ວຽງຈັນ.

ເພື່ອກະກຽມໃຫ້ແກ່ ການຢຶດອຳນາດໃນຂອບເຂດ ທົ່ວປະເທດ ສຳນັກຂ່າວສານ ປະເທດລາວ ກໍ ໄດ້ສົ່ງນັກຂ່າວລົງຕິດແໜ້ນ ກັບທຸກຂະບວນການ ຢືດອຳນາດໃນແຕ່ລະບ່ອນ ເຊັ່ນ: ຢູ່ສະຫວັນນະເຂດ, ຈຳປາສັກ, ຄຳມ່ວນ, ຫລວງ ພະບາງ ແລະ ບ່ອນອື່ນໆ. ສະເພາະຢູ່ວຽງຈັນ ແມ່ນໄດ້ອອກຂ່າວ ແລະ ບົດກ່ຽວກັບການ ຢຶດອຳນາດຢູ່ໃນ ແຕ່ລະເມືອງ, ກົມກອງ ແລະ ງານໂຮມຊຸມນຸມ ຢຶດອຳນາດຢູ່ນະຄອນ ຫລວງວຽງຈັນ ເມື່ອວັນທີ 23 ສິງຫາ 1975 ທີ່ເດີ່ນພະ ທາດຫລວງ; ໄດ້ເປັນເຈົ້າການເກັບກຳ ຂ່າວ-ຮູບພາບກອງປະຊຸມ ຜູ້ແທນປະຊາຊົນ ທົ່ວປະເທດ, ປະກາດສ້າງຕັ້ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ  2  ທັນວາ ປີ 1975 ອັນເປັນການສິ້ນສຸດ ລະບອບລາ ຊາທິປະໄຕ ແລະ ສິ້ນສຸດສົງຄາມ ຮຸກຮານຂອງ ຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ພວກລູກແຫລ້ງຕີນມື ປະຕິການຢູ່ປະເທດເຮົາ.


KPL

ຂ່າວອື່ນໆ

ads
ads

Top