ຂປລ
* ໃນໄລຍະ 10 ປີທໍາອິດຂອງການ ສ້າງສາພັດທະນາ ປະເທດຊາດ (1975-1985) ກ້າວຂຶ້ນສູ່ສັງຄົມນິຍົມ ໂດຍ ກົງ; ພັກປະຊາຊົນ ປະຕິວັດລາວ ໄດ້ຮໍ່າຮຽນເອົາ ຕົວແບບຂອງບັນດາ ປະເທດທີ່ໄປກ່ອນ, ໂດຍສະເພາະແມ່ນ ຕົວແບຂອງ ສະຫະພາບ ໂຊວຽດ.
* ໃນໄລຍະ 10 ປີທໍາອິດຂອງການ ສ້າງສາພັດທະນາ ປະເທດຊາດ (1975-1985) ກ້າວຂຶ້ນສູ່ສັງຄົມນິຍົມ ໂດຍກົງ; ພັກປະຊາຊົນ ປະຕິວັດລາວ ໄດ້ຮໍ່າຮຽນເອົາ ຕົວແບບຂອງບັນດາ ປະເທດທີ່ໄປກ່ອນ, ໂດຍສະເພາະແມ່ນ ຕົວແບຂອງ ສະຫະພາບ ໂຊວຽດ; ແຕ່ຍ້ອນຈຸດເລີ່ມຕົ້ນ ແຫ່ງການກ້າວຂຶ້ນ ຂອງປະເທດເຮົາ ຕໍ່າເກີນໄປ ຈຶ່ງໄດ້ປະສົບກັບ ຄວາມຫຍຸ້ງຍາກຫລາຍປະການ, ເສດຖະກິດບໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ ຂອງພະນັກງານ, ທະຫານ-ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ມີ ຄວາມຝືດເຄືອງ. ໂດຍເຫັນໄດ້ ສະພາບຄວາມ ເປັນຈິງດັ່ງກ່າວ, ພັກປະຊາຊົນ ປະຕິວັດລາວ ໄດ້ມີຄວາມສະດຸ້ງໄວ, ໄດ້ເລີ່ມລົງເລິກ ຄົ້ນຄວ້າຈຸດພິເສດ, ສະພາວະ ຄວາມເປັນຈິງ ຂອງປະເທດເຮົາ ສົມທົບກັບການຄົ້ນຄວ້າບົດຮຽນ ຂອງປະເທດເພື່ອນ ມິດ ແລະ ສາກົນ ຊຶ່ງໄດ້ສ້າງຄວາມ ຮັບຮູ້ໃໝ່ ກ້າວໄປເຖິງການດໍາເນີນ ການປ່ຽນແປງໃໝ່.
ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ໃນປີ 1986 ເປັນຕົ້ນມາ; ກອງປະຊຸມໃຫຍ່ຄັ້ງທີ V, VI, VII, VIII, IX ແລະ X ຂອງພັກ ໄດ້ສືບຕໍ່ນໍາພາຜັນຂະ ຫຍາຍການ ປ່ຽນແປງໃໝ່, ພ້ອມທັງມີ ການກວດກາ, ສະຫລຸບຕີລາຄາ ຖອດຖອນບົດ ຮຽນ ຈາກພຶດຕິກໍາຕົວຈິງ ໃນແຕ່ລະໄລຍະ ຢ່າງເປັນລະບົບຕໍ່ເນື່ອງ, ເຮັດໃຫ້ແນວ ທາງປ່ຽນແປງໃໝ່ ຮອບດ້ານມີຫລັກການ ຂອງພັກບໍລິບູນ ຂຶ້ນເລື້ອຍໆ. ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ໃນປີ 1986 ໄດ້ເນັ້ນໜັກເຖິງ ການປ່ຽນແປງ ໃໝ່ດ້ານ ຈິນຕະນາການ, ດັດແປງກົນໄກ ຄຸ້ມຄອງເສດຖະກິດ ແລະ ແບບແຜນວິທີ ເຮັດວຽກ ເຊິ່ງການປ່ຽນແປງ ດ້ານເສດຖະກິດ ຕົ້ນຕໍແມ່ນປ່ຽນ ແປງໃໝ່ ນະໂຍບາຍເສດຖະກິດ; ຫັນເສດຖະກິດ ທໍາມະຊາດ ແລະ ເຄິ່ງທໍາມະຊາດ, ເພິ່ງຕົນເອງກຸ້ມ ຕົນເອງ ໄປສູ່ ເສດຖະກິດສິນຄ້າ; ຂະຫຍາຍເສດຖະກິດ ຫລາຍພາກສ່ວນ ດ້ວຍຫລາຍຮູບການ ກໍາມະສິດ, ຫລາຍຮູບການ ຈັດຕັ້ງການຜະລິດ ທຸລະກິດ ເຊິ່ງໃນນັ້ນທຸກພາກສ່ວນ ເສດຖະກິດລ້ວນແຕ່ ມີຄວາມ ສະເໝີພາບ ຕໍ່ໜ້າກົດໝາຍ; ປ່ຽນແປງໃໝ່ ກົນ ໄກຄຸ້ມຄອງ ເສດຖະກິດ ດ້ວຍການຫັນປ່ຽນ ຈາກກົນໄກຄຸ້ມຄອງ ລວມສູນອາດຍາສິດ, ບໍລິຫານເກື້ອກູນໄປສູ່ການ ໄລ່ລຽງທຸລະກິດ, ເປີດກວ້າງການພົວພັນ ຮ່ວມມືກັບຕ່າງ “ປະເທດ. ສໍາລັບການປ່ຽນແປງໃໝ່ ດ້ານຈິນຕະນາການ ແລະ ດ້ານຄວາມ ຮັບຮູ້ກ່ຽວກັບ ສັງຄົມນິ ຍົມນັ້ນ; ພັກເຮົາໄດ້ທົບທວນຄືນ ທິດສະດີ ແລະ ພຶດຕິກໍາ ແຫ່ງການສ້າງສັງຄົມນິຍົມ ຢູ່ເທດເຮົາບົນຈິດໃຈ ກ້າເບິ່ງຄວາມຈິງ ແລະ ມີຄວາມເດັດດ່ຽວ ແກ້ໄຂທັດ ສະນະຮ້ອນຮົນຟ້າວຟັ່ງ. ກອງປະຊຸມ ຄົບຄະນະ ສູນກາງພັກ ຄັ້ງ ທີ 7 ສະໄໝທີ IV ໄດ້ຄົ້ນຄວ້າ ແລະ ແລກປ່ຽນຄວາມເຫັນ ຫລາຍບັນຫາທີ່ພົວພັນ ເຖິງທິດສະ ດີ ແລະ ພຶດຕິກໍາ ເຊັ່ນ: ບັນຫາກ່ຽວກັບລັກ ສະນະຂອງຍຸກສະໄໝ, ສາຍພົວພັນລະຫວ່າງ ການຕໍ່ສູ້ເພື່ອສັນຕິພາບ ກັບການຕໍ່ສູ້ ປະຕິວັດ ແລະ ການຕໍ່ສູ້ ຊົນ ຊັ້ນ, ຄວາມຮັບຮູ້ກ່ຽວກັບ ທິດສະດີທຶນ ນິຍົມທັນສະໄໝ ແລະ ລັດທິຈັກກະພັດນິຍົມ, ຄວາມຮັບຮູ້ກ່ຽວກັບ ການປ່ຽນ ແປງໃໝ່ ຢູ່ສະຫະພາບໂຊວຽດ ແລະ ບັນດາປະ ເທດ ສັງຄົມນິຍົມ, ຄວາມຮັບຮູ້ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວ ຂຶ້ນ ສັງຄົມນິຍົມ ຍຸກປັດຈຸບັນ ແລະ ອື່ນໆ.
ໃນກອງປະຊຸມຄັ້ງນີ້ ໄດ້ເປັນເອກະພາບ ກັນຫລາຍບັນຫາ ກ່ຽວກັບທິດສະດີ ແລະ ພຶດຕິກໍາທີ່ພົວພັນ ເຖິງການປະຕິວັດ ປະເທດເຮົາ ເຊິ່ງເປັນຂີດໝາຍ ທີ່ສໍາຄັນ ໃນການ ປ່ຽນແປງໃໝ່ດ້ານ ຈິນຕະນາການ, ຄວາມຮັບຮູ້ໃນ ຂົງເຂດທິດສະດີ ແລະ ພຶດຕິກໍາຂອງການ ປະຕິວັດປະເທດ ໃນໄລຍະໃໝ່.
KPL