ຂປລ
ໄທ ແລະ ມາເລເຊຍ ເຫັນດີເປັນເອກພາບ ເພີ່ມທະວີ ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ຊຸກຍູ້ການສົນທະນາ ສັນຕິພາບ ຢູ່ພາກໃຕ້ຂອງ ໄທ. ພ້ອມ ກັນນັ້ນ ກໍ່ຍູ້ແຮງບັນດາໂຄງການເຊື່ອມຕໍ່ ແລະ ພັດທະນາ ຢູ່ເຂດຊາຍແດນ

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ໄທ ແລະ ມາເລເຊຍ ເຫັນດີເປັນເອກພາບ ເພີ່ມທະວີ ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ຊຸກຍູ້ການສົນທະນາ ສັນຕິພາບ ຢູ່ພາກໃຕ້ຂອງ ໄທ. ພ້ອມ ກັນນັ້ນ ກໍ່ຍູ້ແຮງບັນດາໂຄງການເຊື່ອມຕໍ່ ແລະ ພັດທະນາ ຢູ່ເຂດຊາຍແດນ, ມຸ່ງໄປເຖິງ ການສ້າງສະພາບແວດລ້ອມ ໃຫ້ມີສະຖຽນລະພາບ ຢ່າງຍາວນານ ແລະ ຍົກສູງຊີວິດ ການເປັນຢູ່ ຂອງປະຊາຊົນ ຂອງສອງປະເທດ. ກອງປະຊຸມຖະແຫລງຂ່າວ ໃນຂອບເຂດການຢ້ຽມຢາມເຮັດວຽກຢູ່ ໄທ ຂອງທ່ານ ໂມຮາມັດ ຮາສັນ(Mohamad Hasan), ລັດຖະມົນຕີ ການຕ່າງປະເທດ ມາເລເຊຍ (ແຕ່ວັນທີ 27-28 ຕຸລາ), ທ່ານ ສີຫາສັກ ພວງເກດແກ້ວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດໄທ ໃຫ້ຮູ້ວ່າ ສອງຝ່າຍ ໄດ້ສຸມໃສ່ປຶກສາຫາລື ສີ່ຂົງເຂດຫລັກ ຄື: ການສ້າງເຂດຊາຍແດນ ປອດໄພ, ສັນຕິພາບ; ຊຸກຍູ້ການເຊື່ອມຕໍ່ ພື້ນຖານໂຄງລ່າງ ຄົມມະນາຄົມ; ເພີ່ມທະວີດ້ານການຄ້າ, ການລົງທຶນ ແລະ ການພົບປະແລກປ່ຽນປະຊາຊົນ. ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ສົມທົບກັນ ລາດຕະເວນຊາຍແດນຮ່ວມ ແລະ ປ້ອງກັນ, ຕ້ານອາຊະຍາກຳຂ້າມຊາດ ແລະ ອາດຊະຍາກຳທາງໄຊເບີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL