ຂປລ
ສະມາຄົມລົດ ອັດສະລິຍະ ເຊື່ອມຕໍ່ເຄືອຂ່າຍ ຂຶ້ນກັບສະມາຄົມຈີນ-ສະຫະພາບເອີຣົບ ຮ່ວມກັບ ຫໍພິພິຕະພັນລົດ ປັກກິ່ງ ໄດ້ເປີດເຜີຍ “ບົດລາຍ ງານ ດັດຊະນີ ອິດທິພົນວິສາຫະກິດລົດໃນ 3 ໄຕມາດຕົ້ນປີ 2026”

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມນີ້, ສະມາຄົມລົດ ອັດສະລິຍະ ເຊື່ອມຕໍ່ເຄືອຂ່າຍ ຂຶ້ນກັບສະມາຄົມຈີນ-ສະຫະພາບເອີຣົບ ຮ່ວມກັບ ຫໍພິພິຕະພັນລົດ ປັກກິ່ງ ໄດ້ເປີດເຜີຍ “ບົດລາຍ ງານ ດັດຊະນີ ອິດທິພົນ ວິສາຫະກິດລົດໃນ 3 ໄຕມາດຕົ້ນປີ 2026” ເຊິ່ງຜົນການຈັດອັນດັບສະແດງ ໃຫ້ເຫັນວ່າ: ລົດຍີ່ຫໍ້ ດີວາຍດີ(BYD) ຂອງ ສປ ຈີນ ສາມາດຄວ້າ ອັນດັບ 1 ໃນຂົງເຂດ ລົດ ໂດຍ ສານ ດ້ວຍ ຄວາມເຂັ້ມແຂງ ສັງລວມ ທີ່ໂດດເດັ່ນ, ສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງອິດທິພົນທີ່ເຂັ້ມແຂງ ຂອງລົດພະລັງງານໃໝ່ຈີນ. ດັດຊະນີດັ່ງກ່າວ ເພື່ອປະເມີນຜົນ ກ່ຽວກັບ ຄວາມເຂັ້ມ ແຂງສັງ ລວມ ຂອງ ວິສາຫະກິດລົດ ຢ່າງພາວະວິໄສ ແລະ ຮອບດ້ານ ໂດຍໄດ້ປິ່ນອ້ອມ ດ້ານຕ່າງໆ ເຊັ່ນ: ປະລິມານການຂາຍ, ປະລິມານການເຜີຍແຜ່ ຂໍ້ມູນຂ່າວສານ ທາງອິນເຕີເນັດ, ຄວາມນິ ຍົມຊົມ ຊອບ ຂອງຜູ້ຊົມໃຊ້, ມູນຄ່າຄົງເຫລືອ ຫລັງໃຊ້ງານ ແລະ ອື່ນໆ.ມາຮອດ ປັດຈຸບັນ, ປະລິມານ ການຂາຍລົດ ຂອງກຸ່ມບໍລິສັດ BYD ນັບແຕ່ເດືອນມັງກອນ ຫາເດືອນກັນຍາປີນີ້ ບັນລຸເຖິງ 3,13 ລ້ານຄັນ, ໃນນັ້ນ, ຕະຫລາດ ຕ່າງປະເທດ ກວມເອົາ 1,33 ລ້ານຄັນ ສະແດງໃຫ້ເຫັນວ່າ: ຕະຫລາດຢູ່ຕ່າງປະເທດ ໄດ້ຮັກສາທ່ວງທ່າ ຂະຫຍາຍຕົວ ໃນຈັງຫວະສູງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL