ສສ ຫວຽດນາມ ຕ້ອນຮັບຂ້າຫລວງໃຫຍ່ ອີຢູ ແລະ ບັນດາລັດຖະມົນຕີ CPTPP

27/11/2026 17:04
ຂປລ ທ່ານ​ ເລ​ມິ​ງ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ ຂ້າຫລວງ​ໃຫຍ່​ການ​ຄ້າ ແລະ ຄວາມ​ໝັ້ນ​ຄົງ​ເສດ​ຖະ​ກິດ​ ຂອງ​ສະ​ຫະ​ພາບ ເອີ​ລົບ (EU), ບັນ​ດາ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ ​ບັນ​ດາ​ປະ​ເທ​ດ​ສະ​ມາ​ຊິກ ສົ​ນ​ທິ​ສັນ​ຍາ ​ຄູ່​ຮ່ວມ​ມື ​ຮອບ​ດ້ານ ແລະ ກ້າວ​ໜ້າ​ຂ້າມ​ປາ​ຊີ​ຟິກ (CPTPP).

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ​ວັນ​ທີ 16 ພະ​ຈິກ,ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ (ຮ່າ​ໂນ້ຍ), ທ່ານ​ ເລ​ມິ​ງ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ ຂ້າຫລວງ​ໃຫຍ່​ການ​ຄ້າ ແລະ ຄວາມ​ໝັ້ນ​ຄົງ​ເສດ​ຖະ​ກິດ​ ຂອງ​ສະ​ຫະ​ພາບ ເອີ​ລົບ (EU), ບັນ​ດາ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ ​ບັນ​ດາ​ປະ​ເທ​ດ​ສະ​ມາ​ຊິກ ສົ​ນ​ທິ​ສັນ​ຍາ ​ຄູ່​ຮ່ວມ​ມື ​ຮອບ​ດ້ານ ແລະ ກ້າວ​ໜ້າ​ຂ້າມ​ປາ​ຊີ​ຟິກ (CPTPP).ໂດຍ​ເນັ້ນ​ໜັກ​ຕື່ມ ​ທິດ​ທາງ ​ຈຳ​ນວນ​ໜຶ່ງ​ຂອງ CPTPP ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ​ໃຫ້ສືບ​ຕໍ່​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ ​ບົດ​ບາດ​ນຳ​ໜ້າ​ ໃນ​ການ​ຊຸກ​ຍູ້​ການ​ຄ້າ​ເປີດ, ອີງຕາມຂໍ້​ກຳ​ນົດ​ກົດ​ໝາຍ ແລະ ປັບ​ປຸງ​ລະ​ບົບ​ການ​ຄ້າ ຫລາຍ​ຝ່າຍ​ກັບ WTO ຢູ່​ຕຳ​ແໜ່ງ​ໃຈ​ກາງ; ສະ​ໜັບ​ສະ​ໜູນ​ ການ​ຍົກ​ລະ​ດັບ ແລະ ເປີດກວ້າງ​ ສັນ​ຍາ​ບົນ​ພື້ນ​ຖານ ​ຄວາມ​ເຫັນ​ດີ ​ເຫັນ​ພ້ອມ, ຮັບ​ປະ​ກັນ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ ໃນ​ການ​ປະ​ຕິ​ບັດ, ສຳ​ຄັນ​ທີ່​ສຸ​ດ​ແມ່ນ​ນຳ​ມາ ​ເຊິ່ງ​ຜົນ​ປະ​ໂຫຍດ​ ຢ່າງ​ແທ້​ຈິງ ໃຫ້​ແກ່ ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ. ທ່ານ​ເລ​ມິງ​ຮຶງ ກໍ່​ສະ​ເໜີ ​ເພີ່ມ​ທະ​ວີ​ ການ​ເຊື່ອມ​ຕໍ່ ແລະ ຮ່ວມ​ມື​ລະ​ຫວ່າງ CPTPP ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ພິ​ເສດ​ແມ່ນ ອາ​ຊ​ຽນ ແລະ EU, ເອົາ​ໃຈ​ໃສ່​ຍົກ​ສູງ​ ປະ​ສິດ​ທິ​ຜົນ​ ຂອງ​ສົນ​ທິ​ສັນ​ຍາ, ​ໝູນ​ໃຊ້​ບັນ​ດາ​ທ່າ​ແຮງ​ ບົ່ມ​ຊ້ອນ​ ຢ່າງ​ສຸດ​ຂີດ ​ເພື່ອ​ໜູນ​ຊ່ວຍ​ເຊິ່ງ​ກັນ​ ແລະ​ ກັນ​ ລະ​ຫວ່າງ​ ບັນ​ດາ​ປະ​ເທດ CPTPP, ASEAN ແລະ EU, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ເຊື່ອມ​ຕໍ່ ລະ​ບົບ​ການ​ສະ​ໜອງ, ການ​ຄ້າ ແລະ ການ​ລົ​ງ​ທຶນ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ຫັນ​ເປັນ​ສີ​ຂຽວ, ນະ​ວັດ​ຕະ​ກຳ ແລະ ​ການພັດ​ທະ​ນາ​ ແບບ​ຍືນຍົງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top