ຂປລ
ສສ ຫວຽດນາມ ແລະ ອິນເດຍ ຕ້ອງຍູ້ແຮງ ການຮ່ວມມື ບຳລຸງສ້າງ ແຫລ່ງຊັບພະຍາກອນມະນຸດ, ແບ່ງປັນຂໍ້ມູນ, ຍົກສູງຄວາມສາມາດ ໃນການຄຸ້ມຄອງ ແລະ ຮັບປະກັນຄວາມໝັ້ນຄົງໃນການເດີນເຮືອ, ຜ່ານນັ້ນ ໄດ້ປະກອບສ່ວນຢ່າງແທດຈິງ ໃຫ້ແກ່ ສັນຕິພາບ, ສະຖຽນລະພາບ ຢູ່ພາກພື້ນມະຫາສາໝຸດ ອິນເດຍ-ປາຊີຟິກ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ສສ ຫວຽດນາມ ແລະ ອິນເດຍ ຕ້ອງຍູ້ແຮງ ການຮ່ວມມື ບຳລຸງສ້າງ ແຫລ່ງຊັບພະຍາກອນມະນຸດ, ແບ່ງປັນຂໍ້ມູນ, ຍົກສູງຄວາມສາມາດ ໃນການຄຸ້ມຄອງ ແລະ ຮັບປະກັນຄວາມໝັ້ນຄົງໃນການເດີນເຮືອ, ຜ່ານນັ້ນ ໄດ້ປະກອບສ່ວນຢ່າງແທດຈິງ ໃຫ້ແກ່ ສັນຕິພາບ, ສະຖຽນລະພາບ ຢູ່ພາກພື້ນມະຫາສາໝຸດ ອິນເດຍ - ປາຊີຟິກ. ນີ້ແມ່ນສານພົ້ນເດັ່ນທີ່ການໂອ້ລົມສົນທະນາ ກ່ຽວກັບ ບົດບາດຮ່ວມນຳພາຂອງ ສສ ຫວຽດນາມ ໃນເສົາຄ້ຳ ຍົກສູງຄວາມສາມາດ ແລະ ແບ່ງປັນແຫລ່ງກຳລັງ ຂຶ້ນກັບຂໍ້ລິເລີ່ມ ມະຫາສະໝຸດ ອິນເດຍ-ປາຊີຟິກ (IPOI) ທີ່ຈັດຂຶ້ນໃນວັນທີ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ນີວເດລີi. ການໂອ້ລົມສົນທະນາ ໂດຍສະຖານທູດ ຫວຽດນາມ ປະຈຳ ອິນເດຍ ປະສານສົມທົບກັບກອງທຶນການເດີນເຮືອແຫ່ງຊາດ ອິນເດຍ ຈັດຂຶ້ນ.ທ່ານ ຈິ້ງມິງແມັ້ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຢັ້ງຢືນວ່າ: ຄວາມໝັ້ນຄົງ ແລະ ສະຖຽນລະພາບ ຂອງບັນດາເສັ້ນທາງການເດີນເຮືອ ບໍ່ພຽງແຕ່ ມີຄວາມໝາຍເປັນຕາຍ ຕໍ່ບັນດາປະເທດໃນພາກພື້ນເທົ່ານັ້ນ ຫາກຍັງ ມີຄວາມໝາຍເລິກຊິ່ງກວ້າງຂວາງຕໍ່ເສດຖະກິດທົ່ວໂລກອີກດ້ວຍ. ແຕ່ສະພາບແວດລ້ອມໃນການເດີນເຮືອຂອງພວກເຮົາ ພວມຜະເຊີນໜ້າກັບສິ່ງທ້າທາຍນາໆປະການ ທີ່ເຊື່ອມຕໍ່ກັນ. ບັນດາສິ່ງທ້າທາຍນີ້ ລວມມີ ຄວາມສ່ຽງກ່ຽວກັບ ຄວາມໝັ້ນຄົງແບບເກົ່າ, ການແກ່ງແຍ້ງໃນການເດີນເຮືອ, ໂຈນສະຫລັດ, ການຫາປາ ແບບຜິດກົດໝາຍ, ມົນລະພິດສິ່ງແວດລ້ອມທະເລ,ໄພທຳມະຊາດ ແລະ ການປົກປ້ອງຜູ້ເດີນທາງຢູ່ທະເລ, ພ້ອມກັບ ບັນດາບັນຫາອື່ນໆ.ບັນດາສິ່ງທ້າທາຍນີ້ ຮຽກຮ້ອງພວກເຮົາ ຕ້ອງເພີ່ມທະວີ ການຮ່ວມມື ການເດີນເຮືອໃນທຸກຂົງເຂດ, ນັບແຕ່ການປັບປຸງສະຕິຄວາມຮັບຮູ້ ກ່ຽວກັບ ຂົງເຂດການເດີນເຮືອຢູ່ທະເລ ຕະຫຼອດຮອດ ການເພີ່ມທະວີ ການແບ່ງປັນຂໍ້ມູນ, ຍົກສູງຄວາມສາມາດ ໃນການປະຕິບັດກົດໝາຍຢູ່ທະເລ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL