ຍອດມູນຄ່າ ການຈັດຊື້ ສິນຄ້າປອດພາສີ ຢູ່ແຂວງໄຫຫລຳ ບັນລຸ 27 ຕື້ກວ່າຢວນ

11/11/2026 12:43
ຂປລ ອີງ​ຕາມ​ຕົວ​ເລກ ​ສະ​ຖິ​ຕິ​ ຂອງ​​ດ່ານ​ພ​າ​ສີ​​ ໄຫຫລຳຂອງ ສປ ​ຈີນ, ລະ​ຫວ່າງ​ ເດືອນ​ມັງ​ກອນ-ຕຸ​ລາ​ປີ​ນີ້, ຍອດ​ມູນ​ຄ່າ ​ການ​ຈັດ​ຊື້​​ສິນ​ຄ້າ​ ປອດ​ພາ​ສີ​ ຢູ່​ແຂວງ​ໄຫຫລຳ ​ບັນ​ລຸ​ເຖິງ 27ຕື້ກວ່າຢວນ ເພີ່ມ​ຂຶ້ນ 12,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ຂອງ​ປີ​ກາຍ​ນີ້, ຈຳ​ນວນ​ຜູ້​ຈັດ​ຊື້ສິນ​ຄ້າ​ມີ​ເຖິງ 4.101.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 8,9%, ຈັດ​ຊື້​ສິນ​ຄ້າ 23.110.000 ອັນ, ເພີ່ມ​ຂຶ້ນ 4,4%

ຂປລ.ວິທະຍຸ ໂທລະພາບສູນກາງຈີນ,  ອີງ​ຕາມ​ຕົວ​ເລກ ​ສະ​ຖິ​ຕິ​ ຂອງ​​ດ່ານ​ພ​າ​ສີ​​ ໄຫຫລຳຂອງ ສປ ​ຈີນ, ລະ​ຫວ່າງ​ ເດືອນ​ມັງ​ກອນ-ຕຸ​ລາ​ປີ​ນີ້, ຍອດ​ມູນ​ຄ່າ ​ການ​ຈັດ​ຊື້​​ສິນ​ຄ້າ​ ປອດ​ພາ​ສີ​ ຢູ່​ແຂວງ​ໄຫຫລຳ ​ບັນ​ລຸ​ເຖິງ 27ຕື້ກວ່າຢວນ  ເພີ່ມ​ຂຶ້ນ 12,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ຂອງ​ປີ​ກາຍ​ນີ້, ຈຳ​ນວນ​ຜູ້​ຈັດ​ຊື້ສິນ​ຄ້າ​ມີ​ເຖິງ 4.101.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 8,9%, ຈັດ​ຊື້​ສິນ​ຄ້າ 23.110.000 ອັນ, ເພີ່ມ​ຂຶ້ນ 4,4%. ​ລູກ​ຄ້າ ທີ່​ໄປ​​ທ່ອງ​ທ່ຽວ ​ແບບ​ຄອບ​ຄົວ ຫລື ການ​ທັດ​ສະ​ນະ​ສຶກ​ສາ​ ຂອງ​ຊາວ​ໜຸ່ມ ໄດ້ຫລັ່ງ​ໄຫລ ​ເຂົ້າ​ໄປ​ແຂວງ​ໄຫ ຫລຳ ​ຈຳ​ນວນຫລາຍ, ​ນັກ​ທ່ອງ​ທ່ຽວ​ ໄປ​ເລືອກ​ຊື້ສິນ​ຄ້າ​ ໂດຍ​ບໍ່​ຂາດ​ສາຍ. ມີ​ນັກ​ທ່ອງ​ທ່ຽວ ​ຈຳ​ນວນຫລາຍ​ ເລາະ​ຊື້​ເຄື່ອງຕາມ​ສະ​ບາຍ​ໃຈ ແລະ ບໍ​ລິ​ເວນ​ຮັບ​ສິນ​ຄ້າ ກໍ​ມີ​ຄວາມ​ສະ​ດວກ​ສະ​ບາຍຫລາຍ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ ກຳ​ລັງ​ຊື້​ຂອງ​ຜູ້​ບໍ​ລິ​ໂພກ​ທີ່​ແຂງ​ແຮງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top