ຂປລ
ໝາກຜົນສຳຄັນທີ່ສຸດຂອງກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ແມ່ນໄດ້ພິຈາລະນາ ແລະ ຮັບຮອງ “ຂໍ້ຕົກລົງຂອງສູນກາງພັກກອມມູ ນິດຈີນ ກ່ຽວກັບບາງບັນຫາສຳຄັນໃນການ ຍຶດໝັ້ນຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃຫ້ຕໍ່ ເນື່ອງ”.

ຂປລ. ໝາກຜົນສຳຄັນທີ່ສຸດຂອງກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ແມ່ນໄດ້ພິຈາລະນາ ແລະ ຮັບຮອງ “ຂໍ້ຕົກລົງຂອງສູນກາງພັກກອມມູນິດຈີນ ກ່ຽວກັບບາງບັນຫາສຳຄັນ ໃນການຍຶດໝັ້ນຊຸກ ຍູ້ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານໃຫ້ຕໍ່ເນື່ອງ”. ການບຸກທະລຸແບບສ້າງສັນທີ່ສຳຄັນທີ່ສຸດ ບໍ່ແມ່ນຢູ່ກັບການຢ້ຳຄືນ ເຖິງການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ແຕ່ຢູ່ກັບການຍົກລະດັບຍຸດທະສາດໃນ “ການຍຶດໝັ້ນຢ່າງຕໍ່ເນື່ອງ”. ເອກະສານ ທີ່ມີລັກສະນະ ໂຄງການສະບັບນີ້ ໄດ້ຕັ້ງຈຸດຢືນຢູ່ກັບຫົວຂໍ້ສຳຄັນ ຄື: ພັກກຳອຳນາດໄລຍະຍາວ, ຍົກລະດັບການຄຸ້ມຄອງພັກ ທີ່ເປັນການຈັດວາງໃນໄລຍະໜຶ່ງ ຂຶ້ນເປັນຍຸດທະສາດຍາວນານ ທີ່ຕ້ອງປະຕິບັດ ແຕ່ຕົ້ນຕະຫລອດປາຍ ແລະ ຕ້ອງດຳເນີນໄປເປັນເວລາດົນນານ.
“ການເຮັດໜ້າທີ່ຂອງຈີນໃຫ້ດີ, ຂໍກຸນແຈສຳຄັນຢູ່ກັບພັກ ແລະ ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ.” ໃນປີ 2014, ໃນຖານະເປັນຜູ້ນຳສູງສຸດຂອງພັກກອມມູນິດຈີນ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ສະ ເໜີແຈ້ງວ່າ: “ຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ”, ທັງໄດ້ຈັດຄວບຄູ່ກັບການສ້າງສັງຄົມອີ່ມໜຳສຳລານ ໃຫ້ສຳເລັດຢ່າງຮອບດ້ານ, ລົງເລິກການປະຕິຮູບຢ່າງຮອບດ້ານ ແລະ ປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ ຊຶ່ງໄດ້ກໍ່ຕົວເປັນແຜນຍຸດທະສາດ “ສີ່ຮອບດ້ານ”. ຖ້າຫາກວ່າ ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ໄດ້ຕອບຄຳຖາມທີ່ວ່າ: “ກ້າເຂັ້ມງວດ ຫລື ບໍ່, ສາມາດຄຸ້ມຄອງໄດ້ ຫລື ບໍ່”, ການປະຕິວັດໂດຍຕົນເອງ ໄດ້ຊີ້ແຈ້ງຊ່ອງທາງການປະຕິບັດຕົວຈິງ ທີ່ຫ້າງແຮ້ວໃສ່ຕົນ ເອງ ແລະ ຂູດກະດູກເພື່ອກຳຈັດສານພິດ, ຄັນຊັ້ນ “ຊຸກຍູ້ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານໃຫ້ຕໍ່ເນື່ອງ” ໄດ້ຜະເຊີນໜ້າໂດຍກົງກັບຫົວຂໍ້ຂັ້ນສຸດທ້າຍທີ່ວ່າ: “ສາມາດເຂັ້ມງວດຕະຫລອດໄປ ຫລື ບໍ່” ພາຍໃຕ້ເງື່ອນໄຂທີ່ກຳອຳນາດໄລຍະຍາວ. ຄຳວ່າ: “ຕໍ່ເນື່ອງ” ຢູ່ທີ່ນີ້, ບໍ່ແມ່ນວ່າຈະຊ້ຳແລ້ວຊ້ຳອີກ, ໝູນວຽນແບບກົນ ຈັກຢູ່ກັບທີ່, ແຕ່ແມ່ນຍຶດໝັ້ນປະຕິບັດສິ່ງທີ່ລຳບາກ ແຕ່ຖືກຕ້ອງໃນຂະບວນການໃໝ່, ບັນລຸຄວາມຄືບໜ້າໃໝ່ ແລະ ປະສິດທິຜົນໃໝ່ ແຫ່ງການຄຸ້ມຄອງພັກຢ່າງຕໍ່ເນື່ອງ, ນີ້ແມ່ນຄຳຕອບໃນຍຸກໃໝ່ ທີ່ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກຳມະການສູນກາງພັກ ກອມມູນິດຈີນ ສະໄໝ ທີ XX ວາງອອກບົນພື້ນຖານທີ່ກຳນົດກົດເກນກຳອຳນາດຂອງພັກຮ້ອຍປີ.
ແນວຄິດຫລັກແກນກາງຂອງ “ການຍຶດໝັ້ນຢ່າງຕໍ່ເນື່ອງ”: ການແກ້ໄຂບັນຫາຫຍຸ້ງຍາກຈາກຂັ້ນຮາກຖານ ທີ່ມີສະເພາະແຕ່ພັກ ແຕກຕ່າງຈາກມາດຕະການຄຸ້ມຄອງພັກ ລັກສະນະທີ່ເປັນໄລຍະ ແລະ ແບບລວມສູນ, “ການຍຶດໝັ້ນຢ່າງຕໍ່ເນື່ອງ” ແມ່ນການຍົກລະດັບ ຍຸດທະສາດ ລັກສະນະພື້ນຖານທີ່ ສຸມໃສ່ການກຳອຳນາດໄລຍະຍາວຂອງພັກ, ປັບປຸງຫລັກການພື້ນຖານທີ່ເຂັ້ມງວດ, ມາດຕະການທີ່ເຂັ້ມງວດ ແລະ ບັນຍາກາດອັນເຄັ່ງຄັດ ໃຫ້ໝັ້ນຄົງຢ່າງຕໍ່ເນື່ອງ ດ້ວຍຄວາມໜັກແໜ້ນຢ່າງມີສະຕິ ໃນການດຳເນີນໄປຕະຫລອດການ, ເພື່ອແກ້ໄຂບັນຫາຫຍຸ້ງຍາກ ຈາກຂັ້ນຮາກຖານທີ່ມີສະເພາະແຕ່ພັກ.
“ບັນຫາຫຍຸ້ງຍາກທີ່ມີສະເພາະ ຂອງພັກ” ແມ່ນຂໍ້ສະຫລຸບທິດສະດີໜຶ່ງທີ່ທ່ານ ສີຈິ້ນຜິງ ສະເໜີອອກຢ່າງມີປະດິດສ້າງ. ທ່ານເຫັນວ່າ, ສິ່ງທ້າທາຍໃຫຍ່ທີ່ສຸດ ໃນການກຳອຳນາດຂອງພັກ ບໍ່ໄດ້ຢູ່ທີ່ບັນຫາຄົງຄ້າງທີ່ສະສົມມາໃນໄລຍະໃດໜຶ່ງ, ແຕ່ຢູ່ທີ່ຄວາມ ຫລຸດຜ່ອນ ແລະ ປະໝາດ ພາຍຫລັງເວລາຜ່ານໄປດົນ; ບໍ່ໄດ້ຢູ່ທີ່ຄວາມສ່ຽງທີ່ເກີດຂຶ້ນກະທັນຫັນເປັນໄລຍະ, ແຕ່ຢູ່ທີ່ການທົດສອບອັນມີລັກສະນະຍາວນານທີ່ສອດຫ້ອຍຕະຫລອດຂະບວນການ.
ເມື່ອຫວນຄືນຂະບວນວິວັດປະຫວັດສາດຈາກຄວາມຈະເລີນຮຸ່ງເຮືອງສູ່ຄວາມຊຸດໂຊມ ຂອງບັນດາພັກການເມືອງໃນໂລກ, ບົດຮຽນທາງປະຫວັດສາດ ເຮັດໃຫ້ຄົນເຮົາມີສະຕິລະມັດລະວັງ. ພັກກອມມູນິດສະຫະພາບໂຊວຽດ ໄດ້ກຳອຳນາດຫລາຍກວ່າ 70 ປີ ແລະ ມີສະມາຊິກພັກເກືອບ 20 ລ້ານຄົນ, ໃນໄລຍະທ້າຍຂອງການກຳອຳນາດກໍ
ຄ່ອຍໆເກີດຄວາມປະໝາດ, ອຸດົມການ ແລະ ຄວາມເຊື່ອໝັ້ນຈືດຈາງລົງ, ປະກົດການອະພິສິດເພີ່ມຂຶ້ນ, ຫ່າງເຫີນຈາກປະຊາຊົນຢ່າງໜັກໜ່ວງ, ໃນທີ່ສຸດກໍລົ້ມລະລາຍຢ່າງກະທັນຫັນ; ພັກລະບອບປະຕິວັດແມັກຊິກ ຫລື PRI ໄດ້ກຳອຳນາດເປັນເວລາ 71 ປີ, ກໍ ລົ້ມລະລາຍ ຍ້ອນຄວາມຂີ້ຄ້ານມັກງ່າຍແບບອາດຍາສິດ, ການຄຸ້ມຄອງບໍລິຫານທີ່ໂຍະຍານ ແລະ ການສໍ້ລາດບັງຫລວງ ທີ່ສະສົມມາດົນນານ ທີ່ເກີດຈາກການກຳອຳນາດຢ່າງຍາວນານ, ສຸດທ້າຍກໍເສຍຄວາມສັດທາຈາກປະຊາຊົນ.
ປະຫວັດສາດເປີດເຜີຍໃຫ້ຮູ້ວ່າ: ການຢຶດອຳນາດການປົກຄອງບໍ່ແມ່ນເລື່ອງງ່າຍດາຍ, ການກຳອຳນາດໄລຍະຍາວກໍຍິ່ງຍາກກວ່າເກົ່າ. ການລົ້ມສະຫລາຍຂອງຫລາຍພັກ ບໍ່ໄດ້ປະລາໄຊ ຍ້ອນສັດຕູພາຍນອກທີ່ເຂັ້ມແຂງ, ແຕ່ຖືກທຳລາຍຈາກຄວາມໂຍະຍານ ແລະ ຄວາມເສື່ອມຄຸນປ່ຽນທາດ ຈາກພາຍໃນລວມທັງການຫ່າງເຫີນຈາກປະຊາຊົນ. ເຖິງຈະເຄີຍມີຄວາມສະຫງ່າລາສີໃນອະດີດ, ແຕ່ເມື່ອລະເລີຍການຄຸ້ມຄອງຢ່າງເຂັ້ມງວດ ແລະ ສູນເສຍຄວາມສາມາດ ໃນການປະຕິຮູບຕົນເອງແລ້ວ, ກໍຍາກທີ່ຈະຫລຸດພົ້ນຈາກຊາຕາ ກຳແຫ່ງຄວາມຊຸດໂຊມໄດ້.
ໂດຍອີງໃສ່ບົດຮຽນທາງປະຫວັດສາດອັນເລິກເຊິ່ງ, ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ໄດ້ຕີລາຄາຢ່າງມີສະຕິໃນ “ຂໍ້ຕົກລົງ” ວ່າ: ການທົດສອບດ້ານການກຳອຳນາດໄລຍະຍາວ, ການທົດສອບດ້ານ ການປະຕິຮູບ-ເປີດປະຕູສູ່ພາຍນອກ, ການທົດສອບດ້ານເສດຖະກິດຕະຫລາດ ແລະ ການທົດສອບ ດ້ານສະພາບແວດລ້ອມພາຍນອກ ຈະຄົງຕົວຢູ່ເປັນເວລາຍາວນານ, ຄວາມອັນຕະລາຍຈາກຈິດໃຈທີ່ໂຍະຍານ, ຈາກຄວາມສາມາດບໍ່ພຽງພໍ, ຈາກການຫ່າງເຫີນປະຊາຊົນ ແລະ ຈາກຄວາມຫຍໍ້ທໍ້ ແລະ ການສໍ້ລາດບັງຫລວງ ຈະປະກົດຂຶ້ນຢູ່ຕໍ່ໜ້າທົ່ວພັກ ຢ່າງຊັດເຈນກວ່າເກົ່າ. ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ຕ້ອງຍຶດໝັ້ນຢ່າງຕໍ່ເນື່ອງ ແລະ ສຸມທຸກຄວາມພະຍາຍາມ ຢ່າງບໍ່ລົດລະເປັນເວລາຍາວນານ.
ນີ້ກໍແມ່ນແກ່ນສານຫລັກທີ່ສະເໜີ “ການຍຶດໝັ້ນຢ່າງຕໍ່ເນື່ອງ”: ການຄຸ້ມຄອງພັກແມ່ນບໍ່ມີມື້ສິ້ນສຸດ, ບໍ່ມີໄຊຊະນະແບບຖາວອນ ແລະ ເດັດຂາດບໍ່ໃຫ້ມີຄວາມເຂົ້າໃຈຜິດວ່າ ມີຄວາມສະຫງົບສັນຕິແລ້ວ ເອົາອາວຸດເຂົ້າສາງ ແລະ ປ່ອຍມ້າເຂົ້າປ່າ. ການຄຸ້ມ ຄອງ ພັກຢ່າງເຂັ້ມງວດຮອບດ້ານ ບໍ່ແມ່ນການປັບປຸງແກ້ໄຂໄລຍະສັ້ນ ແລະ ການປັບປຸງແກ້ໄຂສະເພາະກິດແບບຂະບວນການ, ຫາກແມ່ນການຈັດວາງລະບຽບການ ລັກສະນະຍຸດທະສາດ ໂດຍຖອດຖອນບົດຮຽນ ຈາກຄວາມຈະເລີນຮຸ່ງເຮືອງສູ່ຄວາມຊຸດໂຊມ ຂອງບັນດາພັກ ການເມືອງໃນໂລກ, ເພື່ອຮັບມືກັບການທົດສອບດ້ານການກຳອຳນາດໄລຍະຍາວ.
ມາດຕະການສຳຄັນຂອງການຍຶດໝັ້ນຢ່າງຕໍ່ເນື່ອງ: ບັນລຸ 3 ການຫັນປ່ຽນຂັ້ນພື້ນຖານ. ຂໍກຸນແຈສຳຄັນຂອງການກຳແໜ້ນ “ການຊຸກຍູ້ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານໃຫ້ຕໍ່ເນື່ອງ” ແມ່ນການບັນລຸ 3 ການຫັນປ່ຽນຂັ້ນພື້ນຖານ ຊຶ່ງນີ້ກໍແມ່ນແກນກາງ ປະດິດສ້າງ ທີ່ເຮັດໃຫ້ການປະຕິບັດຕົວຈິງ ດ້ານການຄຸ້ມຄອງພັກຂອງພັກກອມມູນິດຈີນ ໃນຍຸກໃໝ່ ມີຄວາມແຕກຕ່າງກັບການປະຕິບັດຜ່ານມາ.
ໜຶ່ງ, ຫັນຈາກ “ການປັບປຸງແບບລວມສູນ” ໄປສູ່ “ການຄຸ້ມຄອງໄລຍະຍາວເປັນປົກກະຕິ” ຊຶ່ງໄດ້ປະ ຖິ້ມແນວຄິດການບໍລິຫານແບບຂະບວນການ ໃນໄລຍະໃດໜຶ່ງ, ຈັດຕັ້ງປະຕິບັດຄວາມຮຽກຮ້ອງທີ່ເຂັ້ມງວດ ເຂົ້າໃນວຽກງານປະຈຳວັນ ເພື່ອປ້ອງກັນບໍ່ ໃຫ້ບັນຫາຕ່າງໆກັບຄືນມາຈາກແຫລ່ງກຳເນີດອີກ.
ສອງ, ຫັນຈາກ “ການຖືກບັງຄັບປະຕິບັດຍ້ອນມີບັນຫາເກີດຂຶ້ນ” ໄປສູ່ “ການເປັນເຈົ້າການດ້ານຍຸດທະສາດ”. ການຄຸ້ມຄອງພັກໃນເມື່ອກ່ອນ ເນັ້ນໃສ່ການແກ້ໄຂບັນ ຫາດ້ານແບບແຜນ ແລະ ຈຸດອ່ອນດ້ານການສໍ້ລາດບັງຫລວງ ທີ່ເຜີຍອອກມາ; ສ່ວນການຄຸ້ມຄອງ ພັກຢ່າງເຂັ້ມງວດຮອບດ້ານ ໃຫ້ຕໍ່ເນື່ອງແມ່ນເປັນເຈົ້າການຈັດວາງຍຸດທະສາດທີ່ປະເມີນ ແລະ ວາງແຜນຮັບ ມືຄວາມສ່ຽງໄປກ່ອນ ແລະ ປ້ອງກັນໄພທີ່ອາດຈະເກີດຂຶ້ນ, ເປັນເຈົ້າການຄາດຄະເນ ແລະ ແກ້ໄຂຄວາມສ່ຽງຕ່າງໆທີ່ແຝງຢູ່ ໃນການກຳອຳນາດໄລຍະຍາວ ເຊັ່ນ: ຄວາມຂີ້ຄ້ານມັກງ່າຍແບບອາຍາສິດ, ການຫ່າງເຫີນຈາກປະຊາຊົນ ແລະ ຄວາມສາມາດເສື່ອມຖອຍ ເປັນຕົ້ນ ເພື່ອປ້ອງກັນບໍ່ໃຫ້ບັນຫານ້ອຍ ກາຍເປັນບັນຫາທີ່ໜັກໜ່ວງ ແລະ ຮັດແໜ້ນພື້ນຖານຂອງອຸດົມການ.
ສາມ, ຫັນຈາກ “ການບໍລິຫານເປັນໄລຍະ” ໄປສູ່ “ລະບຽບການທີ່ມີປະສິດທິຜົນໄລຍະຍາວ”. ປັບປຸງບູລະນະລະບົບລະບຽບການຄຸ້ມຄອງພັກ ໃຫ້ສົມບູນຂຶ້ນ, ທຳລາຍຫລັກເກນທີ່ແຝງຢູ່, ແກ້ໄຂອຸປະສັກດ້ານລະບຽບການ, ປ່ຽນການຜູກ ມັດທີ່ເຂັ້ມງວດໃຫ້ ເປັນລະບຽບການ ທີ່ຕ້ອງຈັດຕັ້ງປະຕິບັດເດັດຂາດ ແລະ ກາຍເປັນຄວາມຕື່ນຕົວ ຂອງສະມາຊິກພັກທຸກຄົນ, ເຮັດໃຫ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ບໍ່ຕ້ອງອາໄສການອອກແຮງເປັນໄລຍະ ຫລື ການຊຸກດັນຈາກຄົນອື່ນ, ແຕ່ອາໄສລະບົບລະບຽບການ ເພື່ອ ບັນ ລຸການດຳເນີນວຽກງານ ເປັນປົກກະຕິ ແລະ ມີປະສິດທິຜົນຕົວຈິງ.
ການຈັດວາງຢ່າງເປັນລະບົບຂອງການຍຶດໝັ້ນຢ່າງຕໍ່ເນື່ອງ: ລະບົບການກໍ່ສ້າງຕົນເອງອັນຄົບ ຖ້ວນຂອງພັກກຳອຳນາດ. “ການຍຶດໝັ້ນຢ່າງຕໍ່ເນື່ອງ” ບໍ່ແມ່ນຄຳຂວັນເທົ່ານັ້ນ, ເພື່ອຈັດຕັ້ງປະຕິບັດຄວາມຮຽກຮ້ອງທາງຍຸດທະສາດຂອງການຄຸ້ມຄອງພັກຢ່າງ ເຂັ້ມງວດຮອບດ້ານໃຫ້ຕໍ່ເນື່ອງ, “ຂໍ້ ຕົກລົງ” ໄດ້ວາງແຜນຢ່າງເປັນລະບົບດັ່ງນີ້:
ໜຶ່ງ, ຈັດເອົາ “ການເສີມສ້າງຄວາມເປັນພັກ” ໄວ້ໃນຖານະທີ່ເປັນພື້ນຖານທີ່ສຸດ. ເວົ້າງ່າຍໆ ກໍຄື: ເຮັດໃຫ້ສະມາຊິກພັກທຸກຄົນຈົດຈຳເປົ້າໝາຍແຕ່ຫົວທີຢູ່ສະເໝີ ຄື: ຍຶດໝັ້ນອຸດົມການ, ຈົງຮັກພັກດີຕໍ່ປະເທດ ຊາດ, ເອົາໃຈໃສ່ປະຊາຊົນ, ຍຶດໝັ້ນການສະ ແຫວງຫາສັດຈະທຳຈາກຄວາມເປັນຈິງ, ຮັກສາຄວາມບໍລິສຸດຜຸດຜ່ອງ ແລະ ຄວາມເປັນ ທຳ, ຖືເອົາການຝຶກຝົນຫລໍ່ຫລອມຕົນເອງເປັນໜ້າວຽກໃນຕະຫລອດຊີວິດ.
ສອງ, ກຳແໜ້ນ “ການຄຸ້ມຄອງພະນັກງານຢ່າງເຂັ້ມງວດ” ທີ່ເປັນຂໍກຸນແຈສຳຄັນ. ພະນັກງານແມ່ນ ກຳລັງຫລັກແຫລ່ງຂອງການປົກ ຄອງບໍລິຫານປະເທດ, “ຂໍ້ຕົກລົງ” ໄດ້ກຳນົດລະບົບຕ່ອງໂສ້ທີ່ຄົບຖ້ວນໃນການຄັດເລືອກ ແລະ ບຳລຸງສ້າງພະນັກງານ ຄື: ຄັດ ເລືອກແນວໃດ, ບຳລຸງສ້າງແນວໃດ, ຕິດຕາມກວດກາແນວໃດ ແລະ ປຸກລະດົມແນວໃດ, ທັງກຳຈັດຜູ້ທີ່ບໍ່ປະຕິບັດໜ້າທີ່, ບໍ່ຈົງຮັກພັກດີ ແລະ ບໍ່ປອດໃສຂາວສະອາດອອກໄປ, ທັງປົກປ້ອງພະ ນັກງານທີ່ກ້າຮັບຜິດຊອບ ແລະ ສະແຫວງຫາຜົນງານຕົວຈິງ, ເຮັດໃຫ້ການ ຄຸ້ມຄອງຢ່າງເຂັ້ມງວດ ແລະ ຄວາມຮັກແພງຖືກປະຕິບັດໄປຄຽງຄູ່ກັນ.
ສາມ, ປົກຄຸມທົ່ວຂົງເຂດ, ກ້າວໄປທ່ວງທັນກັບຍຸກສະໄໝຢ່າງໃກ້ຊິດ. ຂອບເຂດການບໍລິຫານຂອງພັກກຳອຳນາດ ຈະບໍ່ຖືກຈຳກັດສະ ເພາະແຕ່ໃນຂົງເຂດດັ້ງເດີມອີກຕໍ່ໄປ, ຫາກເປັນເຈົ້າການຂະຫຍາຍ ໄປປົກຄຸມຂົງເຂດຈະເລີນໃໝ່ຕ່າງໆເຊັ່ນ: ອົງການ ເສດຖະ ກິດໃໝ່, ອົງການຈັດຕັ້ງສັງຄົມໃໝ່, ກຸ່ມປະກອບອາຊີບໃໝ່ເປັນຕົ້ນ, ເຮັດໃຫ້ຄວາມສາມາດການບໍລິຫານຂອງພັກ ທ່ວງທັນກັບຮູບແບບອຸດສາຫະກຳໃໝ່, ໂຄງປະກອບໃໝ່ ແລະ ການປ່ຽນແປງໃໝ່ທາງສັງຄົມ, ເພື່ອບັນລຸເປົ້າໝາຍ ການບໍລິຫານຢ່າງທົ່ວເຖິງ ແລະ ການ ພັດທະນາເປັນຢ່າງດີ.
ສີ່, ເຊື່ອມໂຍງຄວາມເປັນພັກ, ແບບແຜນພັກ, ວິໄນພັກ ແລະ ການຕ້ານການສໍ້ລາດບັງຫລວງເຂົ້າ ກັນ, ບໍ່ພຽງແຕ່ປັບປຸງແບບແຜນເທົ່ານັ້ນ ຍັງກວດກາ ແລະ ສືບສວນການສໍ້ລາດບັງຫລວງນຳອີກ, ຍຶດໝັ້ນຊຸກຍູ້ວຽກງານຕາມທິດ “ບໍ່ກ້າສໍ້ລາດບັງຫລວງ, ບໍ່ສາມາດສໍ້ລາດບັງຫລວງ ແລະ ບໍ່ຢາກສໍ້ລາດບັງຫລວງ” ໄປພ້ອມກັນ, ກ້າວເດີນຕາມເສັ້ນທາງຕ້ານການສໍ້ລາດບັງ ຫລວງທີ່ມີສີສັນພິເສດຂອງຈີນ.
ຫ້າ: ອີງໃສ່ລະບຽບການເພື່ອຮັດແໜ້ນພື້ນຖານ. ເຮັດໃຫ້ການຄຸ້ມຄອງພັກກ້າວໄປສູ່ການຫັນໄປຕາມຫລັກວິທະຍາສາດ, ຫັນເປັນລະບຽບການ ແລະ ເປັນລະບຽບແບບແຜນ.
ການບໍລິຫານປະເທດຕ້ອງຄຸ້ມ ຄອງພັກໄປກ່ອນ, ການຄຸ້ມຄອງພັກຕ້ອງເຂັ້ມງວດ. ການມີຄວາມເຂັ້ມງວດເປັນໄລຍະໃດໜຶ່ງແມ່ນສ່ອງແສງເຖິງຄວາມອາດຫານ, ການມີຄວາມເຂັ້ມງວດຢ່າງສະ ເໝີຕົ້ນສະເໝີປາຍ ຈະສ່ອງແສງເຖິງຄວາມໜັກແໜ້ນ; ການປັບ ປຸງແບບລວມສູນ ພຽງແຕ່ສາມາດແກ້ໄຂຂໍ້ຂັດແຍ່ງ ພົ້ນເດັ່ນໃນສະເພາະໜ້າເທົ່ານັ້ນ, ການຮູ້ວິທີການບໍລິ ຫານຢ່າງຖາວອນຈຶ່ງຈະເປັນກົກ ເຄົ້າຂອງການຮັດແໜ້ນພື້ນຖານກຳອຳນາດ. ພັກກອມມູນິດຈີນທີ່ມີປະຫວັດສາດ ມາເປັນເວລາ 105 ປີ ແລະ ມີສະມາຊິກ ພັກຫລາຍກວ່າຮ້ອຍລ້ານຄົນນັ້ນ ຍ້ອນຫຍັງຈຶ່ງສາມາດຜ່ານຜ່າ ຂະບວນວິວັດທະນາການຂອງຍຸກສະໄໝ ແຕ່ຍັງຮັກສາພະລັງຊີວິດຊີວາໄດ້ຢ່າງຍືນຍົງ? ຄຳຕອບແມ່ນຢູ່ນຳການ “ຍຶດໝັ້ນຢ່າງຕໍ່ເນື່ອງ” ຄື: ດ້ວຍການກໍ່ສ້າງຕົນເອງ ແລະ ຝຶກຝົນຫລໍ່ຫລອມຕົນເອງ ຂອງພັກ ກຳອຳນາດຢ່າງຕໍ່ເນື່ອງ, ປົກປ້ອງຂະບວນການສ້າງສາຄວາມທັນສະໄໝແບບຈີນ ທີ່ເປັນການເດີນທາງໄກຂອງຫລາຍຮຸ່ນຄົນ. ການຍຶດໝັ້ນຢ່າງຕໍ່ເນື່ອງແບບນີ້ ບໍ່ພຽງແຕ່ເປັນການຈັດວາງລະບຽບການ ລັກສະນະຍຸດທະສາດຂອງພັກກອມມູນິດຈີນ ທີ່ມີປະຫວັດຮ້ອຍກວ່າ ປີ ເພື່ອຮັບມືກັບການທົດສອບ ດ້ານການກຳອຳນາດໄລຍະຍາວເທົ່ານັ້ນ, ຍັງເປັນເຄັດລັບແກນກາງ ສຳລັບການຮັບປະກັນໃຫ້ປະເທດຊາດ ມີຄວາມສະຫງົບຖາວອນ ແລະ ປະຕິບັດແຜນທີ່ວາງອອກຈົນເຖິງທີ່ສຸດ.
KPL