ສປ ຈີນ ຈັດກອງປະຊຸມສຸດຍອດອິນເຕີເນັດໂລກປີ 2026

04/11/2026 09:10
ຂປລ ກອງ​ປະ​ຊຸມ​ສຸດຍອດ​ ອິນ​ເຕີ​ເນັດ​ໂລກ​ ປີ 2026 ​​ໄດ້​ໄຂ​ຂຶ້ນ ຢູ່​ຕາ​ແສງ​ອູ່​ເຈີ້ນ​ແຂວງ​ເຈີ້​ຈ່ຽງ​ ຂອງ ສປ ຈີນ, ພາຍ​ໃຕ້​ຫົວ​ຂໍ້ “​ເປີດ​ແຫລ່ງ​ລະ​ຫັດ ​ການ​ຮ່ວມ​ມື​ ແບບ​ເປີດ ສ້າງ​ສາ​ຮ່ວມ​ກັນ​ຊົມ​ໃຊ້​ຮ່​ວມ​ກັນ ​ເຮັດ​ວຽກ​ຮ່ວ​ມ ​ເພື່ອ​ສ້າງ​ປະ​ຊາ​ຄົມ ​ຮ່ວມ​ຊາ​ຕ​າ​ກຳ​ ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”,

ຂປລ.ວິທະຍຸໂທລະພາບສູນກາງຈີນ, ວັນ​ທີ 3 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ ອິນ​ເຕີ​ເນັດ​ໂລກ​ ປີ 2026 ​​ໄດ້​ໄຂ​ຂຶ້ນ ຢູ່​ຕາ​ແສງ​ອູ່​ເຈີ້ນ​ແຂວງ​ເຈີ້​ຈ່ຽງ​ ຂອງ ສປ ຈີນ, ພາຍ​ໃຕ້​ຫົວ​ຂໍ້ “​ເປີດ​ແຫລ່ງ​ລະ​ຫັດ ​ການ​ຮ່ວມ​ມື​ ແບບ​ເປີດ ສ້າງ​ສາ​ຮ່ວມ​ກັນ​ຊົມ​ໃຊ້​ຮ່​ວມ​ກັນ ​ເຮັດ​ວຽກ​ຮ່ວ​ມ ​ເພື່ອ​ສ້າງ​ປະ​ຊາ​ຄົມ ​ຮ່ວມ​ຊາ​ຕ​າ​ກຳ​ ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”, ​ຜູ້​ຕາງ​ໜ້າລັດ​ຖະ​ບານ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ວິ​ສາ​ຫະ​ກິດ, ຊ່ຽວ​ຊານ​ ແລະ​ ນັກ​​ວິ​ຊາ​ການ​ຈາກ​ຫລາຍ​ປະ​ເທດ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຕາ​ແສງ​ອູ່​ເຈີ້ນ, ​ເພື່ອ​ສຸມ​ໃສ່ ​ປັນ​ຍາ​ປະ​ດິດ ​ແບບ​ເປີດ​ແຫລ່ງ​ລະ​ຫັດ, ດຳ​ເນີນ​ການ​ສົນ​ທະ​ນາ​ ໂດຍ​ປິ່ນອ້ອມ​ຫົວ​ຂໍ້ ການ​ພັດ​ທະ​ນາ ​ດ້ວຍ​ຫົວ​ຄິດປະ​ດິດ​ສ້າງ​, ການ​​ຄຸ້ມ​ຄອງ​ຄວາມ​ປອດ​ໄພ, ການ​ແລກ​ປ່ຽນ ​ອະ​ລິ​ຍະ​ທຳ, ການ​ຮ່ວມ​ມື ​ສາ​ກົນ ​ແລະ ​ອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top