ຈັດງານປະກວດສູນທອນພົດພາສາລາວ ພາຍໃຕ້ຫົວຂໍ້ “ມິດຕະພາບຈີນ -ລາວ” ສຳລັບ ນັກສຶກສາຈີນ

04/11/2026 10:12
ຂປລ ງານ​ປະ​ກວດ​ສູນ​ທອນ​ພົດ​ພາ​ສາ​ລາວ ພາຍ​ໃຕ້​ຫົວ​ຂໍ້ “ມິດ​ຕະ​ພາບ​ຈີນ-ລາວ” ​​ສຳ​ລັບ​ ນັກ​ສຶກ​ສາ​ຈີນລະ​ດັບ​ຊາດ ໄດ້​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ ພາ​ສາ​ຕ່າງ​ປະ​ເທດ​ປັກ​ກິ່ງ ເມື່ອບໍ່ດົນມານີ້

ຂປລ.ວິທະຍຸໂທລະພາບສູນກາງຈີນ, ງານ​ປະ​ກວດ​ສູນ​ທອນ​ພົດ​ພາ​ສາ​ລາວ ພາຍ​ໃຕ້​ຫົວ​ຂໍ້ “ມິດ​ຕະ​ພາບ​ຈີນ-ລາວ” ​​ສຳ​ລັບ​ ນັກ​ສຶກ​ສາ​ຈີນລະ​ດັບ​ຊາດ ໄດ້​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ ພາ​ສາ​ຕ່າງ​ປະ​ເທດ​ປັກ​ກິ່ງ ເມື່ອບໍ່ດົນມານີ້​. ໂດຍມີ ທ່ານ ​ນາງ ສຸ​ທິ​ດາ ຮຸ່ງ​ແສງ​ຟ້າ ທີ່​ປຶກ​ສາດ້ານ​ການ​ສຶກ​ສາ​ ແລະ​ ວັດ​ທະ​ນະ​ທຳ​ຂອງ​ສະ​ຖານ​ເອກອັກຄະລັດຖະທູດ ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ປ ​ຈີນ, ຊ່ຽວ​ຊານ, ນັກ​ປາດ​ໃນ​ຂົງ​ເຂດ ​ທີ່​ກ່ຽວ​ຂ້ອງ ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າຄູອາຈານ ແລະ ​ນັກ​ສຶກ​ສາ​​ວິ​ຊາ​ພາ​ສາ​ລາວ ​ທີ່​ມາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ​ແລະ​ ສະ​ຖາ​ບັນ 9 ແຫ່ງ​​ທົ່ວ​ປະ​ເທດ​ຈີນ​ ໄດ້​ເຂົ້າ​ຮ່ວມ​ງານ​ດັ່ງ​ກ່າວ.

ໃນໂອກາດ​ມີຄໍາເຫັນ ຕໍ່ພິທີຄັ້ງນີ້, ທ່ານ ​ນາງ ສຸ​ທິ​ດາ ຮຸ່ງ​ແສງ​ຟ້າ ກ່າວ​​ວ່າ: ການ​ຮ່ວມ​ມື​ ດ້ານ​ການ​ສຶກ​ສາ ​ແມ່ນ​ພາກ​ສ່ວນ​ສຳ​ຄັນ ຂອງ​ການ​ພົວ​ພັນ​ລາວ-ຈີນ, ການ​ສິດ​ສອນ​ພາ​ສາ​ລາວ ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ​ສະ​ຖາ​ບັນແຫ່ງ​ຕ່າງໆ​ ຂອງ​ ສປ ຈີນ ໄດ້​ສ້າງ​ບຸກ​ຄະ​ລາ​ກອນ ​ຈຳ​ນວນ​ຫລວງ​ຫລາຍ​ໃຫ້​ແກ່​ ການ​ແລກ​ປ່ຽນ​ ແລະ​ ການ​ຮ່ວມ​ມື​ ລະ​ຫວ່າງ​ສອງ​ປະ​ເທດ. ພ້ອມທັງ ໄດ້​ແນະນໍາ​ນັກ​ສຶກ​ສາ​ທັງ​ຫລາຍ​ວ່າ: ຄວນສຸມຄວາມ​ພະ​ຍາ​ຍາມ​ເພື່ອ​ຍົກ​ສູ​ງລະ​ດັບ​ພາ​ສາ​ລາວ, ເຂົ້າ​ໃຈ​ປະ​ຫວັດ​ສາດ ​ແລະ​ ວັດ​ທະ​ນະ​ທຳ​ຂອງ​ລາວ​ໃຫ້​ເລິກ​ເຊິ່ງ ແລະ ກາຍເປັນ​ຜູ້​ສືບ​ທອດ​ ພາ​ລະ​ກິດ​ ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລາວ-ຈີນ. ໃນໂອກາດນີ້ ທ່ານ​ ນາງ ສູ່​ຢິງໆ ຫົວ​ໜ້າ​ສະ​ຖາ​ບັນ​ອາ​ຊີ ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ​ພາ​ສາ​ຕ່າງ​ປະ​ເທດ​ປັກ​ກິ່ງ ມີຄໍາເຫັນວ່າ: ພາ​ສາ ແມ່ນ​ພື້ນ​ຖານ​ສຳ​ຄັນ​ໃນ​ການ​ສ້າງ​ຄວາມ​ເຂົ້າ​ໃຈ​ ແລະ ​ການ​ໄປ​ມາ​ຫ​າ​ສູ່​ກັນ​ລະ​ຫວ່າງ ​ປະ​ຊາ​ຊົນ​ສອງ​ປະ​ເທດ, ການ​ສ້າງ​ບຸກ​ຄະ​ລາ​ກອນ​ ແມ່ນ​ເປັນສິ່ງ​ຄ້ຳ​ຊູ​ທີ່​ແຂງ​ແກ່ນ​ ຂອງ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຈີນ-ລາວ ​ໃນ​ໄລ​ຍະ​ຍາວ ແລະ ​ຫວັງ​ວ່າ ​ນັກ​ສຶກ​ສາ​ທີ່​ຮຽນ​ພາ​ສາ​ລາວ​ ທັງ​ຫລາຍ ຈະ​ສຸມ​ຄວາມ​ພະ​ຍາ​ຍາມ​ ໃນການສຶກສາຮ່ຳ​ຮຽນ​, ເປັນ​ຜູ້​ເຂົ້າ​ຮ່ວມ, ຜູ້​ສົ່ງ​ເສີມ ແລະ​ ຜູ້​ສືບ​ທອດ​ໄມ​ຕີ​ຈິດ ​ມິດ​ຕະ​ພາ​ບ ​ຈີນ-ລາວ. ໃນ​ງານ​ປະ​ກວດ​ເທື່ອ​ນີ້ ລວມ​ມີ​ ນັກ​ສຶກ​ສາ 29 ຄົນ​ ໄດ້ຂຶ້ນ​ກ່າວ​ສູນທອນພົດ ໃນຫົວຂໍ້ທີ່ກໍານົດ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ ລະ​ດັບ​ພາ​ສາ​ລາວ​ທີ່​ດີ ຂອງເຂົາເຈົ້າ, ​ຄະ​ນະ​ກຳ​ມະ​ການຕັດສິນ​ໄດ້​ໃຫ້ຄຳ​ແນະ​ນຳ ​ທາງວິ​ຊາ​ການ ໃນ​ດ້ານ​ການ​ຜັນ​ສຽງ, ນໍ້າສຽງ ແລະ ການສະແດງອອກ ທາງວັດ​ທະ​ນະ​ທຳ ແລະ ​ອື່ນໆ ​ໃຫ້​ນັກ​ສຶກ​ສາ​ທີ່ເຂົ້າຮ່ວມ ການແຂ່ງຂັນ. ຫລັງຈາກນັ້ນ ໄດ້​ຈັດ​ພິ​ທີ​ມອບ​ລາງ​ວັນ ​ໃຫ້ແກ່ ​ນັກ​ສຶກ​ສາ​ ແລະ ​ຄູ​ອາຈານ ​ທີ່​ດີ​ເດັ່ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top