ຂປລ
ພິທີຕ້ອນຮັບ ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍ ພັນລະຍາ ໄດ້ດຳເນີນຢູ່ຫໍສະພາແຫ່ງຊາດ, ຂອງນະຄອນຫລວງ ຮ່າໂນ້ຍ ພາຍໃຕ້ ການເປັນປະທານຂອງ ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ ພ້ອມດ້ວຍພັນລະຍາ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ວັນທີ 3 ພະຈິກນີ້, ພິທີຕ້ອນຮັບ ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍ ພັນລະຍາ ໄດ້ດຳເນີນຢູ່ຫໍສະພາແຫ່ງຊາດ, ຂອງນະຄອນຫລວງ ຮ່າໂນ້ຍ ພາຍໃຕ້ ການເປັນປະທານຂອງ ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ ພ້ອມດ້ວຍພັນລະຍາ. ທີ່ການພົບປະເຈລະຈາ ພາຍຫລັງ ພິທີຕ້ອນຮັບ, ປະທານສະພາແຫ່ງຊາດສອງປະເທດ ໄດ້ເຫັນດີເປັນເອກະພາບສືບຕໍ່ ສົມທົບກັນ ຢ່າງແໜ້ນແຟ້ນ, ຜັນຂະຫຍາຍ ບັນດາຂໍ້ຕົກລົງຂັ້ນສູງ, ເອກະສານຮ່ວມມືສອງຝ່າຍ ແລະ ຍຸດທະສາດຮ່ວມມື ລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ ໄລຍະ 2021 -2030 ຢ່າງມີປະສິດທິຜົນ, ເພີ່ມທະວີ ການແລກປ່ຽນ ຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ, ເສີມຂະຫຍາຍບັນດາກົນໄກຮ່ວມມື ຢ່າງມີປະສິດທິຜົນ, ຍູ້ແຮງການໂຄສະນາ, ການສຶກສາ ກ່ຽວກັບມູນ ເຊື້ອຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ, ເປັນຕົ້ນແມ່ນ ສຳລັບ ລຸ້ນໜຸ່ມສອງປະເທດ.ປະທານສະພາແຫ່ງຊາດ ສອງປະເທດເຫັນດີ ເປັນເອກະພາບສືບຕໍ່ ຍູ້ແຮງການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ, ເພີ່ມທະວີ ການແລກປ່ຽນ ບົດຮຽນປະສົບການ ໃນການສ້າງສຳເລັດ ລະບົບກົດໝາຍ, ການຈັດຕັ້ງກົງຈັກລັດ, ການເຄື່ອນໄຫວ ຂອງອົງການປົກຄອງທ້ອງຖິ່ນ, ວຽກງານຕິດຕາມກວດກາ ການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ ແລະ ບັນດາໂຄງການ, ກິດຈະກຳຈຸດສຸມ ລະຫວ່າງ ສອງປະເທດ; ຍູ້ແຮງການຮ່ວມມື ໃນການຫັນເປັນດີຈີຕອນ, ສ້າງສະພາແຫ່ງຊາດ ເອເລັກໂຕນິກ, ໝູນໃຊ້ເຕັກໂນໂລຢີໃໝ່ໃນການເຄືິ່ອນໄຫວ ລັດຖະສະພາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL