ຂປລ
ຂປລ. ຈາກພະນັກງານປະຈຳ ສູ່ການເປັນຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງໝັ້ນຢາກຢູ່ໃກ້ຊິດ ແລະເບິ່ງແຍງຄອບຄົວ ທ້າວ ບຸນທະໜອມ ວັງມະນີ ຢູ່ບ້ານຫາດແຮ່ ເມືອງຫີນບູນ ແຂວງຄຳມ່ວນ ໄດ້ຫັນມາປະກອບອາຊີບກະສິກຳເປັນຫລັກໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ພ້ອມນຳໃຊ້ເຕັກນິກການຜະລິດທີ່ຊ່ວຍຫລຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບໃຫ້ຄອບຄົວໄດ້ຫລາຍຮ້ອຍລ້ານກີບຕໍ່ປີ.

ຂປລ. ຈາກພະນັກງານປະຈຳ ສູ່ການເປັນຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງໝັ້ນຢາກຢູ່ໃກ້ຊິດ ແລະເບິ່ງແຍງຄອບຄົວ ທ້າວ ບຸນທະໜອມ ວັງມະນີ ຢູ່ບ້ານຫາດແຮ່ ເມືອງຫີນບູນ ແຂວງຄຳມ່ວນ ໄດ້ຫັນມາປະກອບອາຊີບກະສິກຳເປັນຫລັກໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ພ້ອມນຳໃຊ້ເຕັກນິກການຜະລິດທີ່ຊ່ວຍຫລຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບໃຫ້ຄອບຄົວໄດ້ຫລາຍຮ້ອຍລ້ານກີບຕໍ່ປີ.
ທ້າວ ບຸນທະໜອມ ຫວັງມະນີ ໃຫ້ຮູ້ວ່າ: ກ່ອນໜ້ານີ້ ຕົນເອງເຄີຍເຮັດວຽກປະຈຳ ແຕ່ພາຍຫລັງແມ່ເຖົ້າເສຍຊີວິດ ຈຶ່ງເກີດຄວາມເປັນຫ່ວງພໍ່ເຖົ້າທີ່ບໍ່ມີຄົນຢູ່ເບິ່ງແຍງໃກ້ຊິດ ຈຶ່ງຕັດສິນໃຈອອກຈາກວຽກປະຈຳ ແລະ ກັບມາຢູ່ກັບຄອບຄົວ ພ້ອມທັງສືບຕໍ່ອາຊີບກະສິກຳປູກຝັງທີ່ຄອບຄົວເຄີຍເຮັດມາ. ຈາກການປູກພືດເພື່ອລ້ຽງຊີບ ຕົນຄ່ອຍໆພັດທະນາວິທີການຜະລິດ ແລະ ວາງແຜນປູກພືດໄລຍະສັ້ນຫລາຍຊະນິດ ເຊັ່ນ: ໝາກແຕງ, ໝາກຖົ່ວ, ໝາກສາລີ, ໝາກໂມ, ໝາກຟັກ (ໝາກໂຕ່ນ) ແລະ ໝາກຮຸ່ງ ເພື່ອໃຫ້ມີຜົນຜະລິດຈຳໜ່າຍຕາມລະດູການ. ສຳລັບການເຮັດກະສິກຳບໍ່ແມ່ນພຽງແຕ່ການສ້າງລາຍຮັບ ແຕ່ຍັງເປັນວິທີໜຶ່ງທີ່ຊ່ວຍໃຫ້ໄດ້ຢູ່ໃກ້ຊິດກັບຄອບຄົວ ແລະ ມີເວລາເບິ່ງແຍງພໍ່ແມ່.

ໃນບັນດາພືດທີ່ປູກ ໝາກແຕງແມ່ນພືດຫລັກທີ່ໃຫ້ຄວາມສຳຄັນ ໂດຍເລີ່ມຈາກການກະກຽມດິນໃຫ້ເໝາະສົມ ດ້ວຍກຖານ ໄຖດິນປະມານ 2 ເທື່ອ ແລ້ວຕາກດິນໃຫ້ແຫ້ງ ເພື່ອຊ່ວຍຫລຸດບັນຫາຈາກເຊື້ອພະຍາດ ແລະ ເຊື້ອລາໃນດິນ. ຫລັງຈາກນັ້ນຈຶ່ງໃສ່ປຸ໋ຍ ແລະ ປູຜ້າຢາງຄຸມໜ້າດິນ ເພື່ອຫລຸດການເກີດຫຍ້າ ແລະ ວັດສະພືດ ຊ່ວຍໃຫ້ການດູແລຮັກສາສະດວກຂຶ້ນ. ນອກນີ້, ຍັງນຳໃຊ້ລະບົບນ້ຳຢອດ ເພື່ອສົ່ງນ້ຳໄປຫາຮາກພືດໂດຍກົງ ຊ່ວຍຫລຸດເວລາໃນການຫົດນ້ຳ ແລະ ສະດວກຕໍ່ການໃຫ້ປຸ໋ຍຜ່ານລະບົບນ້ຳ. ສຳລັບການປູກ ແມ່ນຈະຢອດເມັດໝາກແຕງລົງດິນ ໂດຍທົ່ວໄປປະມານ 2-3 ມື້ ເມັດກໍຈະເລີ່ມງອກ. ຈາກນັ້ນ ຈຶ່ງໃຫ້ນ້ຳຕາມຄວາມຊຸ່ມຂອງດິນ ແລະ ຄວາມຕ້ອງການຂອງຕົ້ນພືດ ພ້ອມທັງໃຫ້ປຸ໋ຍອິນຊີປະສົມກັບປຸ໋ຍທົ່ວໄປຜ່ານລະບົບນ້ຳຢອດ ເພື່ອຊ່ວຍໃຫ້ພືດໄດ້ຮັບນ້ຳ ແລະ ສານອາຫານຢ່າງສະໝ່ຳສະເໝີ. ການນຳໃຊ້ເຕັກນິກ ແລະ ວິທີການຜະລິດແບບນີ້ ຊ່ວຍໃຫ້ການເຮັດສວນສະດວກຂຶ້ນ ແຕ່ການປູກພືດໃຫ້ໄດ້ຜົນດີຍັງຕ້ອງອາໄສການສັງເກດຕົ້ນພືດ, ການໃຫ້ນ້ຳ ແລະ ປຸ໋ຍຢ່າງເໝາະສົມ ລວມທັງການປ້ອງກັນແມງໄມ້ ແລະ ພະຍາດພືດ.
ຈຸດເດັ່ນອີກຢ່າງໜຶ່ງຂອງການເຮັດກະສິກຳ ແມ່ນການວາງແຜນປູກພືດໄລຍະສັ້ນໝູນວຽນກັນ. ໝາກແຕງສາມາດປູກໄດ້ປະມານ 3-4 ຮອບຕໍ່ປີ ໂດຍສະຫລັບກັບການປູກໝາກໂມ, ໝາກຖົ່ວ, ສາລີ ແລະ ໝາກຟັກ ຕາມຄວາມເໝາະສົມຂອງແຕ່ລະ ລະດູການ. ການປູກພືດຫລາຍຊະນິດ ແລະ ໝູນວຽນຕາມແຜນ ຊ່ວຍໃຫ້ຄອບຄົວມີໂອກາດເກັບກ່ຽວ ແລະ ຈຳໜ່າຍຜົນຜະລິດໃນຫລາຍຊ່ວງຂອງປີ ເປັນການສ້າງລາຍຮັບໃຫ້ມີຄວາມຕໍ່ເນື່ອງຕະຫລອດປີ. ຈາກການຜະລິດກະສິກຳຢ່າງຕໍ່ເນື່ອງ ສາມາດສ້າງລາຍຮັບໄດ້ປະມານ 200 ລ້ານກີບ ຫາ 400 ລ້ານກີບຕໍ່ປີ. ສຳລັບການຈຳໜ່າຍຜົນຜະລິດ ແມ່ນຂາຍໃຫ້ພໍ່ຄ້າແມ່ຄ້າທົ່ວໄປ ຊາວບ້ານໃນຊຸມຊົນ ແລະ ພໍ່ຄ້າຈາກເມືອງທ່າແຂກ.

ທ້າວ ບຸນທະໜອມ ໃຫ້ຮູ້ຕື່ມວ່າ: ສໍາລັບສິ່ງທ້າທາຍໃນການປູກພືດກະສິກຳ ບັນຫາທຳອິດແມ່ນແມງໄມ້ ແລະ ສັດຕູພືດທີ່ອາດສ້າງຄວາມເສຍຫາຍໃຫ້ແກ່ຕົ້ນພືດ ສົ່ງຜົນຕໍ່ປະລິມານ ແລະ ຄຸນນະພາບຜົນຜະລິດ. ນອກນີ້ ລາຄາປຸ໋ຍ ແລະ ສະພາບອາກາດທີ່ປ່ຽນແປງ ກໍມີຜົນຕໍ່ຕົ້ນທຶນ ແລະ ການເຕີບໂຕຂອງພືດ, ອີກບັນຫາໜຶ່ງທີ່ຕ້ອງຮັບມືແມ່ນລາຄາຜົນຜະລິດທີ່ບໍ່ແນ່ນອນ. ບາງຊ່ວງລາຄາສູງ ແຕ່ບາງຊ່ວງລາຄາຕົກຕ່ຳ ຫລື ມີຜົນຜະລິດອອກສູ່ຕະຫລາດຫລາຍຈົນລົ້ນຕະຫລາດ. ສະພາບດັ່ງກ່າວອາດເຮັດໃຫ້ລາຍຮັບຂອງຊາວກະສິກອນຜັນຜວນ ເຖິງແມ່ນຈະຜະລິດໄດ້ຫລາຍກໍຕາມ. ດັ່ງນັ້ນ ນອກຈາກການຜະລິດໃຫ້ໄດ້ຜົນດີແລ້ວ, ການຕິດຕາມລາຄາຕະຫລາດ, ການວາງແຜນເວລາປູກ ແລະ ການຊອກຫາຊ່ອງທາງຈຳໜ່າຍທີ່ເໝາະສົມ ຈຶ່ງເປັນສິ່ງສຳຄັນທີ່ຊ່ວຍຫລຸດຄວາມສ່ຽງໃນການປະກອບອາຊີບ.
ຈາກປະສົບການທີ່ຜ່ານມາ ທ້າວ ບຸນທະໜອມ ເຫັນວ່າ ການເຮັດກະສິກຳໃຫ້ປະສົບຜົນສຳເລັດ ຕ້ອງມີຄວາມດຸໝັ່ນ ຂະຫຍັນພຽນ ແລະ ອົດທົນ ເພາະເປັນອາຊີບທີ່ຕ້ອງເຮັດວຽກກາງແຈ້ງ ຜະເຊີນທັງແດດ, ຝົນ ແລະ ສະພາບອາກາດທີ່ປ່ຽນແປງ. ພ້ອມກັນນີ້, ຊາວກະສິກອນຕ້ອງຫັນມາໃສ່ໃຈການຮຽນຮູ້ເຕັກນິກໃໝ່ໆ ແລະ ປັບປຸງວິທີການຜະລິດຂອງຕົນຢູ່ສະເໝີ ເພື່ອຫລຸດຕົ້ນທຶນ ເພີ່ມປະສິດທິພາບການຜະລິດ ແລະ ຫລຸດຜົນເສຍຫາຍທີ່ອາດເກີດຂຶ້ນ. ສິ່ງສຳຄັນອີກປະການໜຶ່ງ ແມ່ນການວາງແຜນປູກພືດໝູນວຽນໃຫ້ເໝາະສົມກັບແຕ່ລະ ລະດູການ ແລະ ສະພາບຕະຫລາດ ເພື່ອໃຫ້ມີຜົນຜະລິດອອກຈຳໜ່າຍຢ່າງຕໍ່ເນື່ອງ ບໍ່ໃຫ້ລາຍຮັບຂາດຊ່ວງ ແລະ ຊ່ວຍກະຈາຍຄວາມສ່ຽງຈາກການປູກພືດຊະນິດດຽວ.
KPL