ຂປລ
ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄົບຄະນະຄັ້ງນີ້ຈະສຸມໃສ່ຫຼາຍບັນຫາສຳຄັນກ່ຽວກັບການຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຢ່າງຕໍ່ເນື່ອງ. ສຳລັບປະຊາຄົມໂລກ, ກອງປະຊຸມຄົບຄະນະກຳມະການສູນກາງພັກຄອມມູນິດຈີນ ແມ່ນປ່ອງຢ້ຽມສຳຄັນ ເພື່ອສັງເກດການປ່ຽນແປງ ຂອງນະໂຍບາຍ ແລະ ຍຸດທະສາດ ການພັດທະນາ ແຫ່ງຊາດຂອງ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ລະຫວ່າງ ວັນທີ 26 ຫາ 29 ຕຸລານີ້, ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄົບຄະນະຄັ້ງນີ້ຈະສຸມໃສ່ຫຼາຍບັນຫາສຳຄັນກ່ຽວກັບການຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຢ່າງຕໍ່ເນື່ອງ. ສຳລັບປະຊາຄົມໂລກ, ກອງປະຊຸມຄົບຄະນະກຳມະການສູນກາງພັກຄອມມູນິດຈີນ ແມ່ນປ່ອງຢ້ຽມສຳຄັນ ເພື່ອສັງເກດການປ່ຽນແປງ ຂອງນະໂຍບາຍ ແລະ ຍຸດທະສາດ ການພັດທະນາ ແຫ່ງຊາດຂອງ ສປ ຈີນ. ໃນຖານະເປັນພັກ ກຳອຳນາດ, ພັກກອມມູນິດຈີນ ຈະຈັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ທຸກໆ 5 ປີ. ກອງປະຊຸມໃຫຍ່ ທຸກຄັ້ງ ຈະເລືອກຕັ້ງ ຄະນະກຳມະການສູນກາງພັກ ສະໄໝໃໝ່ ເຊິ່ງມີໜ້າທີ່ນຳພາ ວຽກງານທົ່ວພັກໃນໄລຍະ ທີ່ບໍ່ໄດ້ເປີດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ, ຜ່ານຈາກການຈັດກອງປະຊຸມ ຄົບຄະນະກຳມະການສູນກາງພັກ ເພື່ອປຶກສາຫາລື ແລະ ວາງແຜນກ່ຽວກັບວຽກງານສຳຄັນຕ່າງໆ ຂອງພັກ ແລະ ລັດ. ອີງຕາມກົດລະບຽບຂອງພັກ, ກອງປະຊຸມຄົບຄະນະ ຈະຈັດຂຶ້ນ ຢ່າງໜ້ອຍປີລະຄັ້ງ. ກອງປະຊຸມຄົບຄະນະຄັ້ງນີ້ ແມ່ນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 20 ທີ່ໄດ້ຮັບການເລືອກຕັ້ງ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນປີ 2022. ນັບແຕ່ ສປ ຈີນ ດຳເນີນການປະຕິຮູບ ແລະ ເປີດປະຕູ ສູ່ພາຍນອກ ໃນປີ 1978 ເປັນຕົ້ນມາ, ຕາມປົກກະຕິ, ຄະນະກຳມະການສູນກາງພັກຄອມມູນິດຈີນ ແຕ່ລະສະໄໝ ຈະຈັດກອງປະຊຸມ ຄົບຄະນະ ທັງໝົດ 7 ຄັ້ງ ໃນໄລຍະອາຍຸການ 5 ປີ, ກອງປະຊຸມເຫລົ່ານີ້ ສ່ວນຫລາຍມີຫົວຂໍ້ທີ່ກຳນົດໄວ້, ແຕ່ກໍບໍ່ໄດ້ຕາຍຕົວ ແລະ ສາມາດປັບປ່ຽນໄດ້ຢ່າງຄ່ອງແຄ້ວ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງການພັດທະນາພາລະກິດ ໃນແຕ່ລະໄລຍະ.ໃນນັ້ນ, ກອງປະຊຸມ ຄົບຄະນະຄັ້ງທີ 1 ຈະສຸມໃສ່ການເລືອກຕັ້ງ ອົງການນຳຊຸດໃໝ່; ກອງປະຊຸມ ຄົບຄະນະຄັ້ງທີ 2 ຈະຄົ້ນຄວ້າ ແລະ ພິຈາລະນາຂໍ້ສະເໜີ ກ່ຽວກັບ ຜູ້ເຂົ້າຮັບຕຳແໜ່ງ ໃນຄະນະນຳອົງການຈັດຕັ້ງຂອງລັດ ແລະ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ; ກອງປະຊຸມ ຄົບຄະນະຄັ້ງທີ 3 ຈະເຈາະຈົງວາງແຜນຍຸດທະສາດ ສຳຄັນສຳລັບການປະຕິຮູບ ແລະ ການພັດທະນາເສດຖະກິດ; ກອງປະຊຸມຄົບຄະນະຄັ້ງທີ 4 ຈະສຸມໃສ່ການກໍ່ສ້າງພັກ, ການປົກຄອງຕາມກົດໝາຍ ແລະ ການບໍລິຫານປະເທດ; ກອງປະຊຸມຄົບຄະນະຄັ້ງທີ 5 ສ່ວນຫລາຍ ຈະພິຈາລະນາຂໍ້ສະເໜີກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ; ກອງປະຊຸມຄົບຄະນະຄັ້ງທີ 6 ຈະມີຫົວຂໍ້ທີ່ຄ່ອງແຄ້ວກວ່າ ເຊິ່ງຈະກ່ຽວພັນເຖິງການກໍ່ສ້າງພັກ ແລະ ການສະຫລຸບບົດຮຽນ ຈາກປະຫວັດສາດ; ສ່ວນກອງປະຊຸມ ຄົບຄະນະຄັ້ງທີ 7 ແມ່ນເຮັດໜ້າທີ່ກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຂອງພັກກອມມູນິດຈີນ ໃນຄັ້ງຕໍ່ໄປ. ເປັນທີ່ໜ້າສັງເກດວ່າ: ກອງປະຊຸມ ຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກ ສະໄໝທີ 20 ຄັ້ງນີ້ບໍ່ໄດ້ປະຕິບັດຕາມຮູບແບບຄືຜ່ານມາ ທີ່ພິຈາລະນາແຜນການ 5 ປີ, ແຕ່ຈະສຸມໃສ່ ການຊຸກຍູ້ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານ ຢ່າງຕໍ່ເນື່ອງ. ເນື່ອງຈາກວ່າ ກອງປະຊຸມ ຄົບຄະນະຄັ້ງທີ 4 ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີກ່ຽວກັບ ແຜນການພັດທະນາ 5 ປີຄັ້ງທີ 15 ແລ້ວ ເຊິ່ງໄດ້ກຳນົດເປົ້າໝາຍ ການພັດທະນາ ເສດຖະກິດ-ສັງຄົມໃນ 5 ປີຕໍ່ໜ້າ ແລະ ໜ້າທີ່ວຽກງານທີ່ສຳຄັນຕ່າງໆ ເຊັ່ນ: ການພັດທະນາ ລະບົບອຸດສາຫະກຳ ທັນສະໄໝ, ການເພິ່ງຕົນເອງແລະສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ທາງດ້ານວິທະຍາສາດ ເຕັກໂນໂລຊີ, ການເປີດກວ້າງ ຄວາມຕ້ອງການພາຍໃນ ແລະ ການຮັບປະກັນຊີວິດການເປັນຢູ່ ຂອງປະຊາຊົນ ເປັນຕົ້ນ. ປີ 2026 ແມ່ນປີຄົບຮອບ 105 ປີແຫ່ງການສ້າງຕັ້ງພັກກອມມູນິດຈີນ ແລະ ເປັນປີເລີ່ມຕົ້ນ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງ ສປ ຈີນ, ໜ້າທີ່ຕ່າງໆໃນດ້ານການປະຕິຮູບ ແລະ ການພັດທະນາໄດ້ຮັບການຊຸກຍູ້ປະຕິບັດ ຢ່າງຮອບດ້ານ. ສູນກາງພັກຄອມມູນິດຈີນ ຈັດກອງປະຊຸມ ຄົບຄະນະຄັ້ງທີ 5 ສະໄໝທີ 20 ໃນຈຸດເວລາອັນສຳຄັນນີ້, ໂດຍຖືເອົາ “ການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານ” ເປັນຫົວຂໍ້ແກນກາງ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ແຜນຍຸດທະສາດ ໄລຍະຍາວໃນການເພີ່ມທະວີ ການກໍ່ສ້າງຕົນເອງ ຂອງພັກກອມມູນິດຈີນ. ຄືດັ່ງທີ່ທ່ານ ສີຈິ້ນຜິງ ຜູ້ນຳສູງສຸດຂອງ ສປ ຈີນ ໄດ້ກ່າວໄວ້ວ່າ: “ຂໍກຸນແຈສຳຄັນໃນການເຮັດພາລະກິດຂອງ ສປ ຈີນ ໃຫ້ດີ ແມ່ນຂຶ້ນກັບພັກ, ພັກຕ້ອງຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານ.” ເມື່ອຜ່ານການພັດທະນາ ມາເປັນເວລາ ຮ້ອຍກວ່າປີແລ້ວ, ພັກກອມມູນິດຈີນ ຊຸກຍູ້ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານຢ່າງຕໍ່ເນື່ອງ, ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ສ້າງກຳລັງເຂັ້ມແຂງພາຍໃນພັກ ດ້ວຍຈິດໃຈ ການປະຕິວັດໂດຍຕົນເອງຢ່າງເຖິງຖອງ. ສິ່ງນີ້ບໍ່ພຽງແຕ່ເປັນການຮັບປະກັນ ທາງການເມືອງຂັ້ນພື້ນຖານໃຫ້ແກ່ ພັກກອມມູນິດຈີນ ໃນການນຳພາການສ້າງສາ ຄວາມທັນສະໄໝແບບຈີນ ແລະ ປົກປັກຮັກສາພາລະກິດ ອັນຍິ່ງໃຫຍ່ ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງ ຂອງປະຊາຊາດຈີນ ເທົ່ານັ້ນ, ຍັງເປັນລະຫັດສຳຄັນທີ່ຊ່ວຍ ໃຫ້ທົ່ວໂລກຮັບຮູ້ທ່າແຮງ ດ້ານການບໍລິຫານປະເທດຂອງຈີນ ແລະ ເຂົ້າໃຈຄວາມສະຫງົບຖາວອນ ກັບການພັດທະນາ ຢ່າງໝັ້ນທ່ຽງຂອງ ສປ ຈີນ ນຳອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL