ຫາລືຊຸກຍູ້ຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມ

27/10/2026 20:33
ຂປລ ອົງການປະກັນສັງຄົມແຫ່ງຊາດ ຈັດກອງປະຊຸມວິຊາການວຽກງານປົກປ້ອງສັງຄົມ ໃນວັນທີ 23 ຕຸລາ 2026 ຜ່ານມາ, ເພື່ອຫາລື ແລະ ຊຸກຍູ້ການຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມ ແລະ ຫຼຸດຜ່ອນຄວາມເຫຼື້ອມລ້ຳຢ່າງຍືນຍົງ.

ທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ກ່າວວ່າ: ວຽກງານປົກປ້ອງສັງຄົມ (Social Protection) ຖືເປັນເສົາຄ້ຳອັນສຳຄັນ ແລະ ເປັນຄວາມຈຳເປັນພື້ນຖານໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຊຶ່ງມີບົດບາດສຳຄັນໃນການຫຼຸດຜ່ອນຄວາມທຸກຍາກ, ສະໜອງສິດຜົນປະໂຫຍດຂັ້ນພື້ນຖານ, ສ້າງຄວາມສາມັກຄີປອງດອງ, ຄວາມຍຸຕິທຳທາງສັງຄົມ, ພ້ອມທັງຮັບປະກັນການພັດທະນາແບບຍືນຍົງຕາມຫຼັກການ “ບໍ່ປະຖິ້ມຜູ້ໃດໄວ້ຂ້າງຫຼັງ”. ໄລຍະຜ່ານມາ, ລະບົບປົກປ້ອງສັງຄົມຂອງ ສປປ ລາວ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສາມາດປົກຄຸມພະນັກງານ-ລັດຖະກອນ, ພະນັກງານລັດວິສາຫະກິດ ແລະ ຜູ້ປະກອບອາຊີບອິດສະລະ ລວມທັງໝົດປະມານ 927.000 ຄົນ (ຄິດເປັນ 12,5% ຂອງພົນລະເມືອງທັງໝົດ) ຈາກຫຼາຍກວ່າ 7.310 ຫົວໜ່ວຍແຮງງານ. ປະຊາຊົນທີ່ຢູ່ໃນລະບົບສາມາດເຂົ້າເຖິງການປິ່ນປົວສຸຂະພາບ, ໄດ້ຮັບການປົກປ້ອງດ້ານແຮງງານ, ຄວາມປອດໄພ ແລະ ສະຫວັດດີການຕ່າງໆຢ່າງເປັນຮູບປະທຳ.

ເຖິງຢ່າງໃດກໍຕາມ, ວຽກງານດັ່ງກ່າວຍັງຕ້ອງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນດ້ານຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງສັງຄົມຕໍ່ຄວາມສຳຄັນຂອງການປະກັນສັງຄົມທີ່ຍັງຕໍ່າ ເມື່ອທຽບໃສ່ຈຳນວນປະຊາກອນທັງໝົດ. ນອກນີ້, ຍັງມີຂໍ້ຈຳກັດດ້ານເງື່ອນໄຂອາຊີບ, ລາຍຮັບທີ່ບໍ່ໝັ້ນຄົງ, ຄວາມຜັນຜວນທາງເສດຖະກິດ ແລະ ຄ່າຄອງຊີບທີ່ສູງຂຶ້ນ. ພ້ອມນີ້, ຍັງມີບັນດາສິ່ງທ້າທາຍໃໝ່ໆ ເຊັ່ນ: ການເຄື່ອນຍ້າຍແຮງງານ, ໄພພິບັດທາງທຳມະຊາດ, ການປ່ຽນແປງໂຄງສ້າງປະຊາກອນ ແລະ ການຫັນປ່ຽນທາງດ້ານດີຈິຕອນ.

ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອເປັນເວທີສຳຄັນໃນການແລກປ່ຽນບົດຮຽນ, ປະສົບການຕົວຈິງທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງເປີດໂອກາດໃຫ້ທຸກພາກສ່ວນໄດ້ຕີລາຄາບັນຫາທ້າທາຍຢ່າງກົງໄປກົງມາ ເພື່ອຊອກຫາວິທີທາງແກ້ໄຂ ແລະ ສ້າງນະໂຍບາຍປົກປ້ອງສັງຄົມໃຫ້ມີຄວາມສົມບູນ, ເຂັ້ມແຂງ ແລະ ສອດຄ່ອງກັບສະພາບຕົວຈິງຂອງປະເທດຊາດຍິ່ງໆຂຶ້ນໃນອະນາຄົດ.

ຂ່າວ-ພາບ: ຂ່າວສານ ຮສສ

KPL

ຂ່າວອື່ນໆ

    • ຕະຫຼາດສົດໂນນຄໍ້ ກຽມພ້ອມຮອບດ້ານສະໜອງສິນຄ້າໃນໄລຍະບຸນອອກພັນສາ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ຕະຫຼາດສົດໂນນຄໍ້ ກຽມພ້ອມຮອບດ້ານສະໜອງສິນຄ້າໃນໄລຍະບຸນອອກພັນສາ ປະຈຳປີ 2026

      10/27/2026 8:33:39 PM

      ໃນໂອກາດບຸນອອກພັນສາ ປະຈຳປີ 2026 ນີ້, ຕະຫຼາດສົດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ກະກຽມຄວາມພ້ອມຮອບດ້ານໃນການສະໜອງສິນຄ້າປະເພດຕ່າງໆ ເພື່ອຮອງຮັບຄວາມຕ້ອງການຂອງປະຊາຊົນໃນໄລຍະບຸນປະເພນີອອກພັນສາ, ພ້ອມທັງວາງມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ຄຸນນະພາບສິນຄ້າຢ່າງເຂັ້ມງວດ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ.

    • ສປປ ລາວ ກຽມຄວາມພ້ອມເຂົ້າຮ່ວມງານພືດສວນໂລກອຸດອນທານີ ລາຊະອານາຈັກໄທວັດທະນະທຳ-ສັງຄົມ

      ສປປ ລາວ ກຽມຄວາມພ້ອມເຂົ້າຮ່ວມງານພືດສວນໂລກອຸດອນທານີ ລາຊະອານາຈັກໄທ

      10/27/2026 9:50:15 AM

      ເມ່ືອບ່ໍດົນມານ້ີ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ກໍຄື ລັດຖະບານ ສປປ ລາວ ນໍາ ໂດຍທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ນໍາພາຄະນະລົງ ຕິດຕາມຊຸກຍູ້ການກະກຽມຄວາມພ້ອມຮອບດ້ານ ເພື່ອເຂົ້າຮ່ວມມະຫະກໍາພືດສວນໂລກອຸດອນທານີ,

    • ປະທານສະພາແຫ່ງຊາດ ແລະ ອາດີດຮອງປະທານປະເທດ ຮ່ວມໃສ່ຍາດໂອກາດບຸນອອກພັນສາທີ່ນະຄອນປາກເຊວັດທະນະທຳ-ສັງຄົມ

      ປະທານສະພາແຫ່ງຊາດ ແລະ ອາດີດຮອງປະທານປະເທດ ຮ່ວມໃສ່ຍາດໂອກາດບຸນອອກພັນສາທີ່ນະຄອນປາກເຊ

      10/27/2026 9:02:21 AM

      ໃນວັນທີ 26 ຕຸລາ 2026, ກົງກັບຂຶ້ນ 15 ຄໍ່າ ເດືອນ 11 ລາວ ພສ 2569, ເປັນບຸນອອກພັນສາປະ ວໍຣະນາ, ທ່ານ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານ ແຂວງຈຳປາສັກ, ພ້ອມດ້ວຍທ່ານ ອາລຸນໄຊ ສູນນະລາດ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຈໍາປາສັກ ພ້ອມດ້ວຍການນໍາແຂວງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍານະຄອນປາກເຊ ໄດ້ຮ່ວມໃສ່ບາດນໍາພໍ່ແມ່ປະຊາຊົນຄົນລາວ ຊາວພຸດຢູ່ວັດຫລວງປາກເຊ.

    • ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນລາວແລກປ່ຽນບົດຮຽນກັບວາລະສານກອມມູນິດຫວຽດນາມວັດທະນະທຳ-ສັງຄົມ

      ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນລາວແລກປ່ຽນບົດຮຽນກັບວາລະສານກອມມູນິດຫວຽດນາມ

      10/26/2026 11:57:59 AM

      ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ນຳໂດຍ ທ່ານ ນາງ ບຸນກອງ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນດ້ານວຽກງານສື່ມວນຊົນກັບວາລະສານກອມມູນິດຫວຽດນາມ ໃນອາທິດຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ ໃນໂອກາດເຂົ້າຮ່ວມຝຶກອົບຮົມວຽກງານສື່ມວນຊົນ ໄລຍະ 2 ເດືອນ ຢູ່ ສສ ຫວຽດນາມ.

    • ເປີດເທດສະການວິຖີຊີວິດສ ເກົາຫຼີ ຢູ່ນະຄອນຫຼວງວຽງຈັນວັດທະນະທຳ-ສັງຄົມ

      ເປີດເທດສະການວິຖີຊີວິດສ ເກົາຫຼີ ຢູ່ນະຄອນຫຼວງວຽງຈັນ

      10/26/2026 11:49:16 AM

      ເທສະການວິຖີຊີວິດ ສ ເກົາຫຼີ ປີ 2026 ຫຼື (Korea Lifestyle Festival 2026) ຈັດຂຶ້ນໃນວັນທີ 23-24 ຕຸລາ 2026 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລີຈອງຮອບ (H.E. Lee Jeong Hyop) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ສ ເກົາຫຼີ ປະຈຳ ສປປ ລາວ, ທ່ານ ຈຸນກິວ ປັກ (Mr. Jungwe Park) ຫົວໜ້າຕາງໜ້າອົງການໂຄຕຣາ (KOTRA) ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top