ຮອງປະທານປະເທດ ລົງຕິດຕາມໂຄງການສຳຄັນຢູ່ແຂວງຄຳມ່ວນ ໂດຍເນັ້ນເລັ່ງລັດການກໍ່ສ້າງໃຫ້ສຳເລັດຕາມແຜນ

28/10/2026 09:32
Email Print 128
ຂປລ ວັນທີ 25 ຕຸລາ 2026, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ພ້ອມຄະນະໄດ້ລົງຕິດຕາມຄວາມຄືບໜ້າບັນດາໂຄງການສຳ ຄັນຢູ່ແຂວງຄຳມ່ວນ ເພື່ອຕິດຕາມຜົນການດຳເນີນງານ ແລະ ເລ່ັງແກ້ໄຂບັນດາບັນຫາຄົງຄ້າງ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມຄະນະນຳແຂວງ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ ແລະ ຮ່ວມຕິດຕາມ.

    ຂປລ. ໂອກາດນີ້, ທ່ານຮອງປະທານປະເທດພ້ອມຄະນະ ໄດ້ລົງຕິດຕາມໂຄງການປັບປຸງ ແລະ ບູລະນະສວນອານຸສາວະລີ ປະທານ ໄກສອນ ພົມວິຫານ ຢູ່ບ້ານໂພນສະອາດ ເມືອງທ່າແຂກ ທີ່ໄດ້ຮັບການສະໜັບສະໜູນທຶນຈາກບໍລິສັດລາວ ຄາຍຢວນ ມູນຄ່າ 4 ຕ້ືກີບ, ຮັບເໝົາກໍ່ສ້າງໂດຍບໍລິສັດ TNNN ພັດທະນາເສດຖະກິດ, ການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ. ປັດຈຸບັນໂຄງການມີຄວາມຄືບໜ້າປະມານ 10% ແລະ ຄາດວ່າຈະສໍາເລັດໃນເດືອນເມສາ 2027. ເພ່ືອພັດທະນາເປັນສວນສາທາລະນະທັນສະໄໝ, ເປັນບ່ອນພັກຜ່ອນຂອງປະຊາຊົນ ແລະ ຈຸດດຶງດູດນັກທ່ອງທ່ຽວພາຍໃນເມືອງທ່າແຂກ.

    ຈາກນັ້ນ ຄະນະໄດ້ລົງຕິດຕາມໂຄງການກໍ່ສ້າງສາຍສົ່ງໄຟຟ້າ 230 kV ແລະ ສະຖານີໄຟຟ້າ 230/115 kV ຂອງບໍລິສັດ  (EDL-T) ຢູ່ບ້ານນາຕຸງ ເມືອງມະຫາໄຊ. ໃນນັ້ນ, ວຽກກໍ່ສ້າງສາຍສົ່ງມີຄວາມຄືບໜ້າ 26,5% ແລະ ວຽກກ່ໍສ້າງສະຖານີບັນລຸ 47,2%, ໂຄງການນີ້ມີຄວາມສຳຄັນຕໍ່ການສະໜອງໄຟຟ້າໃຫ້ເຂດອຸດສາຫະກຳໃນພາກກາງ ແລະ ພາກໃຕ້ລວມທັງຊ່ວຍເສີມສ້າງຄວາມໝັ້ນຄົງດ້ານພະລັງງານ. ພ້ອມນີ້, ຍັງໄດ້ຕິດຕາມການກໍ່ສ້າງໂຮງຮຽນສາມັນຊົນເຜົ່າ ທີ່ພວມດໍາເນີນການກໍ່ສ້າງໂຄງການດັ່ງກ່າວ ຕັ້ງຢູ່ບ້ານໂພນສະອາດ, ມີເນື້ອທີ່ທັງລວມ 37,268 ຕາແມັດ, ມີມູນຄ່າ 183,2 ຕື້ດົງ. ໃນນັ້ນ, ປະກອບມີທຶນຊ່ວຍເຫລືອຈາກລັດ ະບານ ສສ ຫວຽດນາມ ຈໍານວນ 179,7 ຕື້ດົງ ແລະ ທຶນສົມທົບຈາກຝ່າຍລັດຖະບານ ສປປ ລາວ ຈໍານວນ 3,4 ຕື້ດົງ. ຮັບເໝົາກໍ່ສ້າງ ໂດຍບໍລິສັດລົງທຶນການຄ້າພີເອັດຊີ ຈໍາກັດ, ຄາດວ່າໂຄງການຈະສໍາເລັດກ່ອນວັນທີ 30 ສິງຫາ 2028. ສ່ວນໂຄງການປັບປຸງທາງຫລວງແຫ່ງຊາດ ເລກ 12 ແຕ່ ເມືອງທ່າແຂກ ຫາດ່ານສາກົນນາເພົ້າ ມີຄວາມຍາວລວມທາງຫລວງ ແລະ ທາງເວ້ັນເມືອງປະມານ147,5 ກິໂລແມັດ, ໃຊ້ທຶນກູ້ຢືມດອກເບ້ຍຕໍ່າ ແລະ ທຶນຊ່ວຍເຫລືອລ້າຈາກອົງການ NEDA ຂອງລາຊະອານາຈັກໄທ ລວມມູນຄ່າ 1.833,747 ລ້ານບາດ. ໂຄງການມີກຳນົດກ່ໍສ້າງ ແຕ່ວັນທີ 15 ກໍລະກົດ 2025 ຫາວັນທີ 14 ມັງກອນ 2028. ປັດຈຸບັນຜົນການ ກໍ່ສ້າງສະເລ່ຍບັນລຸ 34,73% ທຽບໃສ່ແຜນການ 35,31% ໂດຍຍັງຜະເຊີນບັນຫາທ້າທາຍປະກອບມີລາຄານ້ຳມັນ ແລະ ວັດສະດຸກໍ່ສ້າງສູງຂ້ຶນ, ຝົນຕົກໜັກ ແລະ ລົດບັນທຸກນ້ຳໜັກເກີນທີ່ສັນຈອນປະມານ 1.300-1.500 ຄັນຕ່ໍວັນ ສ່ົງຜົນຕໍ່ສະພາບທາງ ແລະ ກະທົບຕໍ່ການກໍ່ສ້າງ.

   ໃນໂອກາດນ້ີ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການປະຕິບັດງານຂອງບໍລິສັດ, ທັງສະເໜີໃຫ້ການນໍາແຂວງຊ່ວຍຊຸກຍູ້ປະສານງານຢ່າງກົມກຽວ, ລວມເຖິງການຈໍາກັດ ຄຸ້ມຄອງນໍ້າໜັກໃນການຂົນສົ່ງບໍ່ໃຫ້ສ້າງຄວາມເສຍຫາຍ ຕື່ມອີກຕໍ່ເສັ້ນທາງເລກ 12 ທີ່ກຳລັງສ້ອມແປງກ່ໍສ້າງ ແລະ ການອໍານວຍຄວາມສະດວກໃນດ້ານອື່ນໆທ່ີຕິດພັນກັບຄວາມຮັບຜິດຊອບຂອງອົງການຈັດຕັ້ງລັດ ເພື່ອເຮັດໃຫ້ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວບັນລຸຜົນສໍາເລັດຕາມຄາດໝາຍ.

          ຂ່າວ: ມະນີວັນ

KPL

ຂ່າວອື່ນໆ

ads
ads

Top