ສປຊ ຄວນແກ້ໄຂບັນຫາລັກສະນະຕາງໜ້າ ຫລາຍເກີນໄປ ຂອງບັນດາປະເທດພັດທະນາ

23/10/2026 16:14
ຂປລ ທ່ານ ຟູ້ຊົ່ງ ຜູ້ຕາງໜ້າ ຖາວອນຈີນ ປະຈຳ ອົງການສະຫະ ປະຊາຊາດ (ສປຊ) ໄດ້ກ່າວຄຳປາໄສ ໃນເວລາພິຈາລະນາ ກ່ຽວກັບ ບັນຫາ ການປະຕິຮູບ ສະພາຄວາມໝັ້ນຄົງ ສປຊ ໃນກອງປະຊຸມ ຄົບຄະນະ ຂອງສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 22 ຕຸລານີ້, ທ່ານ ຟູ້ຊົ່ງ ຜູ້ຕາງໜ້າ ຖາວອນຈີນ ປະຈຳ ອົງການສະຫະ ປະຊາຊາດ (ສປຊ) ໄດ້ກ່າວຄຳປາໄສ ໃນເວລາພິຈາລະນາ ກ່ຽວກັບ ບັນຫາ ການປະຕິຮູບ ສະພາຄວາມໝັ້ນຄົງ ສປຊ ໃນກອງປະຊຸມ ຄົບຄະນະ ຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໂດຍເນັ້ນໜັກວ່າ: ຈຸດປະສົງສຸດທ້າຍ ການປະຕິຮູບ ຂອງສະພາ ຄວາມໝັ້ນຄົງ ແມ່ນເພື່ອແກ້ໄຂ ບັນຫາລັກສະນະຕາງໜ້າ ຫລາຍເກີນໄປ ຂອງບັນດາປະເທດ ພັດທະນາແລ້ວ. ທ່ານ ຟູ້ຊົ່ງ ໄດ້ກ່າວວ່າ: ສປ ຈີນ ສະໜັບສະໜູນ ໃຫ້ສະພາ ຄວາມໝັ້ນຄົງ ຍົກສູງອຳນາດ ອິດທິພົນ ແລະ ປະສິດທິພາບ ດ້ວຍການປະຕິຮູບ ທີ່ມີຄວາມຈຳເປັນ ແລະ ສົມເຫດສົມຜົນ, ເພື່ອຮັບມືກັບວິກິດການ ແລະ ສິ່ງທ້າທາຍໃຫ້ດີກວ່າເກົ່າ, ປະຕິບັດຕາມ ພາລະໜ້າທີ່ ທີ່ມອບໂດຍ “ກົດບັດ ອົງການ ສະຫະ ປະຊາຊາດ” ໃຫ້ດີ. ຈຳເປັນຕ້ອງສຸມໃສ່ ການຍົກສູງ ລັກສະນະຕາງໜ້າ ແລະ ສິດສະແດງຄວາມເຫັນ ຂອງປະເທດ ພວມພັດທະນາ; ເຄົາລົບຄວາມຮັບຮູ້ ທີ່ເປັນເອກະພາບ ກັນຂອງ ປະເທດ ສະມາຊິກ, ຍຶດໝັ້ນການແກ້ໄຂ “ຢ່າງເປັນລະບົບ”; ປົກປັກຮັກສາຖານະ ທີ່ເປັນຊ່ອງທາງຕົ້ນຕໍ ຂອງການເຈລະຈາ ລະຫວ່າງ ລັດຖະບານ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top