ຍອດມູນຄ່າຜົນປະໂຫຍດການລົງທຶນໂດຍກົງຈາກຕ່າງປະເທດຂອງຈີນ ຢູ່ອັນດັບສອງຂອງໂລກ

16/10/2026 20:43
Email Print 104
ຂປລ ໃນນປີ 2025, ມີວິສາຫະກິດ ທຶນຕ່າງປະເທດ ທັງໝົດ 461.000 ແຫ່ງ ໄດ້ສົ່ງ ບົດລາຍງານປະຈຳປີ, ເພີ່ມຂຶ້ນ 5,7% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2024.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໃນກອງປະຊຸມຖະແຫລງຂ່າວ ທີ່ຈັດຂຶ້ນ ໂດຍກະຊວງ ການຄ້າຈີນ ໃນວັນທີ 15 ຕຸລານີ້​ໃຫ້​ຮູ້ວ່າ: ກະຊວງການຄ້າຈີນ ຮ່ວມກັບ ພາກສ່ວນ ທີ່ກ່ຽວຂ້ອງ ໄດ້ສຳເລັດ ການລວບລວມ ຂໍ້ມູນບົດລາຍງານການລົງທຶນ ຈາກຕ່າງປະເທດ ປະຈຳປີ 2025 ສະແດງໃຫ້ເຫັນວ່າ: ໃນນປີ 2025, ມີວິສາຫະກິດ ທຶນຕ່າງປະເທດ ທັງໝົດ 461.000 ແຫ່ງ ໄດ້ສົ່ງ ບົດລາຍງານປະຈຳປີ, ເພີ່ມຂຶ້ນ 5,7% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2024. ຍອດ​ມູນ​ຄ່າ​ຜົ​ນປະໂຫຍດ ການລົງທຶນໂດຍກົງ ຈາກຕ່າງປະເທດຂອງຈີນ ບັນ​ລຸ 26.800 ຕື້ຢວນ, ເພີ່ມຂຶ້ນຢ່າງຕໍ່ ເນື່ອງ​ ເປັນ​ເວ​ລາ 6 ປີລຽນຕິດ ແລະ​ ຢູ່ອັນດັບສອງ​ຂອງໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top