ຂປລ
ທ່ານ ໂດນັນ ທຣຳ (Donald Trump) ປະທານາທິບໍດີ ສ.ອາເມລິກາ ເປີດເຜີຍວ່າ: ການສໍາຫລວດ ນໍ້າມັນ, ແກັສ ແລະ ແຮ່ທາດ ຄັ້ງໃຫຍ່ ໃນ ກຣີນແລນ (Greenland) ພວມຈະເລີ່ມຕົ້ນຂຶ້ນ ແຕ່ບໍ່ໄດ້ເປີດເຜີຍ ລາຍລະອຽດ ກ່ຽວກັບ ການສຳຫລວດ ດັ່ງກ່າວ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 14 ຕຸລາ, ທ່ານ ໂດນັນ ທຣຳ (Donald Trump) ປະທານາທິບໍດີ ສ.ອາເມລິກາ ເປີດເຜີຍວ່າ: ການສໍາຫລວດ ນໍ້າມັນ, ແກັສ ແລະ ແຮ່ທາດ ຄັ້ງໃຫຍ່ ໃນ ກຣີນແລນ (Greenland) ພວມຈະເລີ່ມຕົ້ນຂຶ້ນ ແຕ່ບໍ່ໄດ້ເປີດເຜີຍ ລາຍລະອຽດ ກ່ຽວກັບ ການສຳຫລວດ ດັ່ງກ່າວ. ໂດຍບັນດາຜູ້ຊ່ຽວຊານ ເຊື່ອວ່າ ກຣີນແລນ ມີປະລິມານ ນ້ຳມັນ ທີ່ ສາມາດເຂົ້າເຖິງ ແລະ ຂຸດເຈາະ ໄດ້ງ່າຍຫລາຍກວ່າ ເກືອບທຸກພື້ນທີ່ເທິງໂລກ.
ເມື່ອທ້າຍ ເດືອນກັນຍາ ທີ່ຜ່ານມາ, ສ.ອາເມລິກາ, ດານມາກ ແລະ ກຣີນແລນ ໄດ້ລົງນາມ ໃນຂໍ້ຕົກລົງ ທີ່ຈະເປີດທາງໃຫ້ ສ.ອາເມລິກາ ຂະຫຍາຍ ການປະຈຳການ ທາງທະຫານ ເທິງເກາະກຣີນແລນ ຫລັງຈາກ ທ່ານ ໂດນັນ ທຣຳ ໄດ້ອອກມາ ກົດດັນ ຫລາຍຄັ້ງວ່າ ສ.ອາເມລິກາ ຈະເຂົ້າຄວບຄຸມ ເກາະແຫ່ງນີ້ ແລະ ບໍ່ໄດ້ຕັດ ຄວາມເປັນໄປໄດ້ທີ່ຈະໃຊ້ວິທີການ ທາງທະຫານ ຫລື ເສດຖະກິດ ເພື່ອໃຫ້ບັນລຸເປົ້າໝາຍ. /
KPL