ຈີນ ໃຫ້ບໍລິການແທັກຊີ ບິນໄດ້ ເກືອບ 1 ແສນຖ້ຽວໃນ 23 ປະເທດ

16/10/2026 22:54
Email Print 112
ຂປລ ແທັກຊີບິນໄດ້ ແບບບໍ່ມີຄົນຂັບ ຫລື ເຮືອບິນບໍ່ມີຄົນຂັບ ຂຶ້ນ ແລະ ລົງຈອດແບບແນວຕັ້ງ ພະລັງງານໄຟຟ້າ (eVTOL) ລຸ້ນ ອີ່ຫາງ 216-ເອສ (EHang 216-S) ທີ່ພັດທະນາ ໂດຍ ບໍລິສັດ ອີ່ຫາງ

ຂປລ.ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້,  ແທັກຊີບິນໄດ້ ແບບບໍ່ມີຄົນຂັບ ຫລື ເຮືອບິນບໍ່ມີຄົນຂັບ ຂຶ້ນ ແລະ ລົງຈອດແບບແນວຕັ້ງ ພະລັງງານໄຟຟ້າ (eVTOL) ລຸ້ນ ອີ່ຫາງ 216-ເອສ (EHang 216-S) ທີ່ພັດທະນາ ໂດຍ ບໍລິສັດ ອີ່ຫາງ (EHang) ເປັນຜູ້ຜະລິດ ເຮືອບິນ ແບບບໍ່ມີຄົນຂັບ ຫລື ໂດຣນ ສັນຊາດຈີນ ໄດ້ທະຍານຂຶ້ນບິນແລ້ວ ເກືອບ 1 ແສນຖ້ຽວ ຢູ່ໃນ 23 ປະເທດ ທົ່ວໂລກ ເຊັ່ນ: ໄທ, ສະວິດ, ກາຕາ, ສ.ເກົາຫລີ, ກາຊັກສະຖານ ແລະ ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top