7ໃຫ້ຄຳໝັ້ນສັນຍາສະໜອງເງິນ ໜູນຊ່ວຍບັນດາປະເທດ ທີ່ມີຄວາມສ່ຽງສູງ2,5 ຕື້ໂດລາ

16/10/2026 20:43
Email Print 130
ຂປລ ກຸ່ມ​ບັນ​ດາ​ປະ​ເທດ ​ອຸດ​ສາ​ຫະ​ກຳ ​ພັດ​ທະ​ນາ (G7) ໃຫ້​ຄຳ​ໝັ້ນ​ສັນ​ຍາ​ ສະ​ຫງວນ​ເງິນ ​ເປັນ​ຈຳ​ນວນ 2,5 ຕື້ໂດລາ ສະຫະ ລັດ ເພື່ອ​ໜູນ​ຊ່ວຍ ​ບັນ​ດາ​ປະ​ເທດ ​ທີ່​ມີ​ຄວາມ​ສ່ຽງ​ສູງ​ ຕໍ່​ສະ​ພາບ​ການ​ ຂາດ​ຄວາມ​ໝັ້ນ​ຄົງ ​ດ້ານ​ສະ​ບຽງ​ອາ​ຫານ, ພິ​ເສດ​ແມ່ນ​ຮັບ​ຮອງ​ ເອົາ​ການ​ໜູນ​ຊ່ວຍ ​ແຫລ່ງ​ສະ​ໜອງ​ປຸ໋ຍ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ວັນ​ທີ 15 ຕຸ​ລາ, ທ່ານ ໂຣລັງ ເລສກູ(Roland Lescure) ລັດ​ຖະ​ມົນ​ຕີ​ ກະ​ຊວງ ​ເສດ​ຖະ​ກິດ, ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຝຣັ່ງ ໃຫ້​ຮູ້​ວ່​າ: ກຸ່ມ​ບັນ​ດາ​ປະ​ເທດ ​ອຸດ​ສາ​ຫະ​ກຳ ​ພັດ​ທະ​ນາ (G7) ໃຫ້​ຄຳ​ໝັ້ນ​ສັນ​ຍາ​ ສະ​ຫງວນ​ເງິນ ​ເປັນ​ຈຳ​ນວນ 2,5 ຕື້ໂດລາສະຫະລັດ ເພື່ອ​ໜູນ​ຊ່ວຍ ​ບັນ​ດາ​ປະ​ເທດ ​ທີ່​ມີ​ຄວາມ​ສ່ຽງ​ສູງ​ ຕໍ່​ສະ​ພາບ​ການ​ ຂາດ​ຄວາມ​ໝັ້ນ​ຄົງ ​ດ້ານ​ສະ​ບຽງ​ອາ​ຫານ, ພິ​ເສດ​ແມ່ນ​ຮັບ​ຮອງ​ ເອົາ​ການ​ໜູນ​ຊ່ວຍ ​ແຫລ່ງ​ສະ​ໜອງ​ປຸ໋ຍ. ກ່າວ​ຄຳ​ເຫັນ​ກັບ ​ວົງ​ການ​ນັກ​ຂ່າວ​ ຢູ່ນອກ ກອງ​ປະ​ຊຸມ ​ປະ​ຈຳ​ປີ 2026 ຂອງກອງ​ທຶນ​ ເງິນ​ຕາ​ສາ​ກົນ (IMF) ແລະ ທະ​ນາ​ຄານໂລກ (WB) ທີ່​ພວມ​ດຳ​ເນີນ​ຢູ່ ​ນະ​ຄອນ​ລວງ ບາງກອກ ປະເທດໄທ , ທ່ານ Roland Lescure ເນັ້ນ​ໜັ້ກ​ວ່າ G7 ມີ​ຄວາມ​ເອົາ​ໃຈ​ໃສ່ ​ຕໍ່​ບັນ​ດາ​ປະ​ເທດ​ ພວມ​ພັດ​ທະ​ນາ ແລະ ພວມຖືກ​ຜົນ​ກະ​ທົບ​ ຢ່າງ​ໜັກ​ໜ່ວງ ຈາກສະ​ພາບ​​ ເສດ​ຖະ​ກິດ​ທົ່ວ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top