ຂປລ
ໂອເປກ ຄາດການວ່າ ຄວາມຕ້ອງການ ນ້ຳມັນໂລກ ໃນປີ 2026 ຈະເຕີບໂຕຊ້າລົງ ກ່ອນຈະຟື້ນຕົວ ໃນປີໜ້າ, ກຸ່ມປະເທດ ຜູ້ສົ່ງອອກ ນ້ຳມັນ (ໂອເປກ - OPEC) ຄາດການວ່າ ຄວາມຕ້ອງການ ນ້ຳມັນທົ່ວໂລກ ໃນປີ 2026 ຈະເພີ່ມຂຶ້ນ 200.000 ຖັງຕໍ່ວັນ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ໂອເປກ ຄາດການວ່າ ຄວາມຕ້ອງການ ນ້ຳມັນໂລກ ໃນປີ 2026 ຈະເຕີບໂຕຊ້າລົງ ກ່ອນຈະຟື້ນຕົວ ໃນປີໜ້າ, ກຸ່ມປະເທດ ຜູ້ ສົ່ງອອກ ນ້ຳມັນ (ໂອເປກ - OPEC) ຄາດການວ່າ ຄວາມຕ້ອງການ ນ້ຳມັນທົ່ວໂລກ ໃນປີ 2026 ຈະເພີ່ມຂຶ້ນ 200.000 ຖັງຕໍ່ວັນ ເມື່ອທຽບໃສ່ກັບປີກາຍນີ້, ຫລຸດລົງ ເມື່ອທຽບ ໃສ່ຕົວເລກ ທີ່ກຳນົດໄວ້ ໃນເດືອນກັນຍາວ່າ ຈະເພີ່ມຂຶ້ນ 400.000 ຖັງຕໍ່ວັນ.
ໃນບົດລາຍງານ ຕະຫລາດນ້ຳມັນ ລາຍເດືອນ ສະບັບຫລ້າສຸດ ທີ່ເຜີຍແຜ່ ເມື່ອວັນທີ 13 ຕຸລາວ່າ: ໂອເປກ ຄາດການວ່າ ຄວາມຕ້ອງການ ນ້ຳມັນ ໃນປີ 2026 ຂອງ ກຸ່ມປະເທດ ອົງການ ເພື່ອຄວາມຮ່ວມມື ທາງເສດຖະກິດ ແລະ ການພັດທະນາ (OECD) ຈະຫລຸດລົງ 200.000 ຖັງຕໍ່ວັນ ເມື່ອທຽບໃສ່ກັບປີກາຍ. ຂະນະດຽວກັນ, ກໍຄາດວ່າ ຄວາມຕ້ອງການ ຂອງ ປະເທດ ນອກກຸ່ມ OECD ຈະເພີ່ມຂຶ້ນ 400.000 ຖັງຕໍ່ວັນ.
ເຖິງແມ່ນວ່າ ຈະມີການປັບຫລຸດ ການຄາດການ ສຳລັບ ປີ 2026, ແຕ່ບົດລາຍງານ ສະບັບຫລ້າສຸດນີ້ ກໍຍັງຄົງປັບເພີ່ມຄາດການ ຄວາມຕ້ອງການ ນ້ຳມັນໂລກ ໃນປີ 2027. ໂດຍຄາດວ່າ ຈະເພີ່ມຂຶ້ນ ປະມານ 2,6 ລ້ານຖັງຕໍ່ວັນ ເມື່ອທຽບໃສ່ກັບປີກາຍ, ຈາກການຄາດການເດີມ ທີ່ເຄີຍຄາດໄວ້ວ່າ ຈະເພີ່ມຂຶ້ນ 2,4 ລ້ານຖັງຕໍ່ວັນ./
KPL