ຂປລ
ຟິລິບປິນ ທີ່ເປັນປະເທດ ປະທານໝູນວຽນ ຂອງອາຊຽນ ຢືນຢັນວ່າ: ປະເທດ ສະມາຊິກ ອາຊຽນ ຈະປຶກສາຫາລື ກ່ຽວກັບ ການຄວບຄຸມໝອກ ຄວັນຂ້າມຊາຍແດນ ໃນກອງປະຊຸມກະກຽມຂອງລັດຖະມົນຕີ ຕ່າງປະເທດ ທີ່ຈະຈັດຂຶ້ນກ່ອນ ກອງປະຊຸມສຸດຍອດອາຊຽນ ໃນເດືອນພະຈິກໜ້ານີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຟິລິບປິນ ທີ່ເປັນປະເທດ ປະທານໝູນວຽນ ຂອງອາຊຽນ ຢືນຢັນວ່າ: ປະເທດ ສະມາຊິກ ອາຊຽນ ຈະປຶກສາຫາລື ກ່ຽວກັບ ການຄວບຄຸມໝອກ ຄວັນຂ້າມຊາຍແດນ ໃນກອງປະຊຸມກະກຽມຂອງລັດຖະມົນຕີ ຕ່າງປະເທດ ທີ່ຈະຈັດຂຶ້ນກ່ອນ ກອງປະຊຸມສຸດຍອດອາຊຽນ ໃນເດືອນພະຈິກໜ້ານີ້. ເມື່ອບໍ່ດົນມານີ້ ໄດ້ເກີດໄຟປ່າ ແລະ ໝອກຄວັນ ຢູ່ຫລາຍທ້ອງຖິ່ນ ຂອງອິນໂດເນເຊຍ ຢ່າງຕໍ່ເນື່ອງ, ເຮັດໃຫ້ ຄຸນນະພາບອາກາດ ຢູ່ບາງທ້ອງຖິ່ນຈົນເຖິງຂັ້ນ “ອັນຕະລາຍ”. ໝອກຄວັນ ຍັງໄດ້ສົ່ງຜົນກະທົບ ເຖິງປະເທດອ້ອມຂ້າງ, ສິງກະໂປ ແລະ ນະຄອນຫລວງ ກົວລະລຳເປີ ຂອງມາເລເຊຍ ໄດ້ກາຍເປັນສະຖານທີ່ ທີ່ມີມົນລະພິດ ທາງອາກາດໜັກໜ່ວງ ທີ່ສຸດໃນໂລກ. ບັນຫາໝອກຄວັນ ຂ້າມຊາຍແດນ ໄດ້ສົ່ງຜົນກະທົບເຖິງປະເທດ ໃນອາຊີຕາ ເວັນອອກສຽງໃຕ້ ມາເປັນເວລາຫລາຍປີແລ້ວ. ຢູ່ບາງທ້ອງຖິ່ນ ຂອງອາຊີ ຕາເວັນອອກສຽງໃຕ້ ໄດ້ຈູດປ່າ ເຮັດໄຮ່ ມາເປັນເວລາດົນ ເພື່ອປູກຕົ້ນປາມ ແລະ ການປູກຝັງອື່ນໆ, ການຂຸດຄອງ ແລະ ລະບາຍນ້ຳອອກຈາກພື້ນທີ່ດິນພຸ, ເຊິ່ງໄດ້ເພີ່ມຄວາມສ່ຽງ ໃຫ້ເກີດໄຟປ່າ ແລະ ການລຸກລາມ ຂອງອັກຄີໄພ. ຍ້ອນໄດ້ຮັບກະທົບ ຈາກປະກົດການເອລນີໂນ, ລະດູແລ້ງປີນີ້ ໄດ້ແກ່ຍາວເປັນເວລາດົນ ແລະ ແຫ້ງແລ້ງ ເກີນປົກກະຕິ, ເຊິ່ງນຳໄປສູ່ການສູນເສຍ ຄວາມຊຸ່ມຢ່າງຫລວງຫລາຍ ຂອງພືດໜ້າດິນ ແລະ ຊັ້ນດິນພຸ ເຮັດໃຫ້ຕິດໄຟໄດ້ງ່າຍ ເມື່ອມີແຫລ່ງກຳເນີດໄຟ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL