ຜົນສຳເລັດຂອງກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ I ອົງຄະນະພັກ ຫສປທ

13/10/2026 08:20
ຂປລ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ຈັດຂຶ້ນໃນວັນທີ 9 ຕຸລາ 2026 ພາຍໃຕ້ຄໍາຂວັນ "ຍົກສູງບົດບາດການນຳພາຂອງອົງຄະນະພັກ, ຕັ້ງໜ້າເສີມສ້າງຂີດຄວາມສາມາດໃນການເປັນເສນາທິການໃຫ້ເຂັ້ມແຂງ, ວ່ອງໄວ ແລະ ທັນສະໄໝ" ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ພາຍໃຕ້ການເປັນປະທານໂດຍສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີຄະນະບໍລິຫານງານພັກ, ພ້ອມດ້ວຍສະມາຊິກພັກສົມບູນທົ່ວອົງຄະນະພັກ ຫ້ອງວ່າການສຳນັກງານປະທານປະເທດ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ໄດ້ຜ່ານບົດລາຍງານການເມືອງ ໂດຍໄດ້ຍົກໃຫ້ເຫັນຜົນງານການນຳພາຊີ້ນຳທີ່ພົ້ນເດັ່ນຫຼາຍດ້ານຂອງຄະນະພັກໃນໄລຍະ 5 ປີຜ່ານມາ (2021–2026) ໂດຍສະເພາະແມ່ນວຽກງານເສນາທິການໃຫ້ແກ່ປະທານປະເທດ ແລະ ຮອງປະທານປະເທດ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຕາມລັດຖະທໍາມະນູນ ແລະ ກົດໝາຍ, ນຳພາປັບປຸງການຈັດຕັ້ງ, ພັກພະນັກງານ ໃຫ້ມີຄວາມເຂັ້ມແຂງເປັນກ້າວໆມາ. ພ້ອມກັນນັ້ນ, ຍັງຍົກໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງກຳນົດທິດທາງແຜນການສູ້ຊົນໃນຊຸມປີຕໍ່ໜ້າ. ນອກນີ້ ຜູ້ແທນກອງປະຊຸມຍັງໄດ້ຮັບຟັງການຜ່ານຮ່າງແຜນພັດທະນາຫ້ອງວ່າການສໍານັກງານປະທານປະເທດ ໃນ 5 ປີຕໍ່ໜ້າ (2026-2030) ສະເໜີໂດຍສະຫາຍ ຂຸນສຸວັນ ສຸທຳມະວົງ ກຳມະການຄະນະບໍລິຫານງານພັກ ຫ້ອງວ່າການສຳນັກງານປະທານປະເທດ. ພ້ອມນັ້ນ, ກໍໄດ້ມີການປະກອບຄຳຄິດຄຳເຫັນຈາກອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າໜ່ວຍພັກ.

ກອງປະຊຸມໃຫຍ່ຄັ້ງນີ້, ຍັງໄດ້ຮັບຟັງການຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກ ຫ້ອງວ່າການສໍານັກງານປະທານປະເທດ ຊຸດເກົ່າ ແລະ ບັນດາສະມາຊິກພັກ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່ ເພື່ອສືບຕໍ່ນຳພາ-ຊີ້ນຳວຽກງານຮອບດ້ານຂອງຫ້ອງວ່າການສຳນັກງານປະທານປະເທດ ໃນໄລຍະໃໝ່ ໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ. ກອງປະຊຸມໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ຫສປທ ຊຸດໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງ 9 ສະຫາຍ, ເລືອກເອົາ 7 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກຂອງຄະນະພັກ ຊຸດໃໝ່ ໄດ້ປ່ອນບັດຄັດເລືອກເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກ ແລະ ປະທານກວດກາພັກ ໂດຍເອກະພາບເຫັນດີເລືອກເອົາສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ເປັນເລຂາຄະນະບໍລິຫານງານພັກ ຫສປທ, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ເປັນຮອງເລຂາຄະນະບໍລິຫານງານພັກ ຫສປທ, ສະຫາຍ ຂຸນສຸວັນ ສຸທຳມະວົງ ເປັນປະທານກວດກາພັກ, ສະຫາຍ ພອນສະຫວັນ ພວງພິດົກ ແລະ ສະຫາຍ ນາງ ສຸກດາວັນ ເດດວົງສອນ ເປັນຮອງປະທານກວດກາພັກ, ສະຫາຍ ນາງ ອຳມະລີ ຈັນທະພອນ, ສະຫາຍ ສົມພຽງ ແກ້ວວິເສດ ເປັນກຳມະການພັກ, ສະຫາຍ ວັນທອງ ນາກກະເສນ ເປັນກຳມະການພັກ.

ຕອນທ້າຍ, ກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳອັນເລິກເຊິ່ງຈາກສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກຊຸດໃໝ່, ສະມາຊິກພັກທຸກສະຫາຍເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ຍົກສູງຄວາມຮັບຜິດຊອບການເມືອງ, ຈັດຕັ້ງປະຕິບັດໜ້າທີ່ວຽກງານເສນາທິການ ແລະ ບໍລິຫານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ຫ້ອງວ່າການສຳນັກງານປະທານປະເທດ ໄດ້ຮັບຮອງເອົາມະຕິກອງປະຊຸມໃຫຍ່ ດ້ວຍຄວາມເປັນເອກະພາບ ແລະ ໄດ້ປິດລົງໃນວັນດຽວກັນ ດ້ວຍຜົນສຳເລັດອັນຈົບງາມ.

KPL

ຂ່າວອື່ນໆ

    • ໄຂກອງປະຊຸມວຽກງານພັກ-ວຽກງານການເມືອງ ທົ່ວກຳລັງປ້ອງກັນຄວາມສະຫງົບ ຄັ້ງທີ VIການເມືອງ

      ໄຂກອງປະຊຸມວຽກງານພັກ-ວຽກງານການເມືອງ ທົ່ວກຳລັງປ້ອງກັນຄວາມສະຫງົບ ຄັ້ງທີ VI

      10/13/2026 9:14:37 AM

      ກອງປະຊຸມວຽກງານພັກ-ວຽກງານການເມືອງ ທົ່ວກຳລັງປ້ອງກັນຄວາມສະຫງົບ ຄັ້ງທີ VI ໄຂຂຶ້ນໃນວັນທີ 12 ຕຸລາ 2026 ທີ່ສະໂມສອນໃຫຍ່ສະໜາມມ້າ, ໂດຍການເປັນປະທານຂອງ ສະຫາຍ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ສະຫາຍ ພົຕ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ບັນດາແຂກທີ່ມາຈາກຄະນະຈັດຕັ້ງສູນກາງພັກ ແລະ ຜູ້ແທນກອງປະຊຸມຈາກບັນດາກົມກອງອ້ອມຂ້າງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

    • ຜູ້ແທນສູນກາງ ສນຊ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ ເຂົ້າຢ້ຽມນາຍົກລັດຖະມົນຕີຫວຽດນາມການເມືອງ

      ຜູ້ແທນສູນກາງ ສນຊ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ ເຂົ້າຢ້ຽມນາຍົກລັດຖະມົນຕີຫວຽດນາມ

      10/13/2026 8:08:01 AM

      ໃນວັນທີ 8 ຕຸລາ 2026 ນີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ລາວປາວຊົງ ນະວົງໄຊ ຮອງປະທານສູນກາງແນວລາວສ້າງຊາດ ແລະ ສະຫາຍ ບໍ່ວຽງຄໍາ ວົງດາລາ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ພ້ອມດ້ວຍຄະນະ.

    • ການຢ້ຽມຢາມລາວຂອງນາຍົກລັດຖະມົນຕີຫວຽດນາມ ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່ຂອງສອງປະເທດຢ່າງໝັ້ນຄົງການເມືອງ

      ການຢ້ຽມຢາມລາວຂອງນາຍົກລັດຖະມົນຕີຫວຽດນາມ ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່ຂອງສອງປະເທດຢ່າງໝັ້ນຄົງ

      10/13/2026 8:02:57 AM

      ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ສືບຕໍ່ພັດທະນາຢ່າງໝັ້ນຄົງ ແລະ ເປັນຮູບປະທຳ, ທັງເປັນການຍົກລະດັບ “ການເຊື່ອມໂຍງຍຸດທະສາດ” ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຕົວຈິງໃນທຸກໆດ້ານ.

    • ນາຍົກລັດຖະມົນຕີ ລາວ-ຫວຽດນາມ ວາງກະຕ່າດອກໄມ້ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມການເມືອງ

      ນາຍົກລັດຖະມົນຕີ ລາວ-ຫວຽດນາມ ວາງກະຕ່າດອກໄມ້ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

      10/12/2026 10:08:10 AM

      ໃນວັນທີ 9 ຕຸລາ 2026 ນ້ີ, ສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂ້ັນສູງ ໄດ້ເຂ້ົາວາງກະຕ່າ ດອກໄມ້ຢູ່ຕໍ່ໜ້າຮູບປັ້ນຂອງ ຜູ້ນຳທີ່ເຄົາລົບຮັກຂອງທັງສອງປະເທດ ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ.

    • ລາວ-ຫວຽດນາມເພີ່ມທະວີສົ່ງເສີມການລົງທຶນການເມືອງ

      ລາວ-ຫວຽດນາມເພີ່ມທະວີສົ່ງເສີມການລົງທຶນ

      10/12/2026 10:01:04 AM

      ໃນວັນທີ 8 ຕຸລາ 2026 ນ້ີ, ຄະນະກໍາມະການສ່ົງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ກະ ຊວງການເງິນ ສສ ຫວຽດນາມ, ສະຖານທູດຫວຽດນາມ ປະ ຈໍາ ລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ.

ads
ads

Top