ຂປລ
ກອງປະຊຸມວຽກງານພັກ-ວຽກງານການເມືອງ ທົ່ວກຳລັງປ້ອງກັນຄວາມສະຫງົບ ຄັ້ງທີ VI ໄຂຂຶ້ນໃນວັນທີ 12 ຕຸລາ 2026 ທີ່ສະໂມສອນໃຫຍ່ສະໜາມມ້າ, ໂດຍການເປັນປະທານຂອງ ສະຫາຍ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ສະຫາຍ ພົຕ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ບັນດາແຂກທີ່ມາຈາກຄະນະຈັດຕັ້ງສູນກາງພັກ ແລະ ຜູ້ແທນກອງປະຊຸມຈາກບັນດາກົມກອງອ້ອມຂ້າງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ພົທ ວັນທອງ ກອງມະນີ ໄດ້ກ່າວໄຂກອງປະຊຸມວ່າ: ການດຳເນີນກອງປະຊຸມວຽກງານພັກ-ວຽກງານການເມືອງ ທົ່ວກຳລັງປ້ອງກັນຄວາມສະຫງົບ ຄັ້ງທີ VI ນີ້, ມີລັກສະນະພິເສດ ແລະ ຖືກຈຸດເວລາ ເພື່ອພວກເຮົາຈະໄດ້ພ້ອມກັນທົບທວນຄືນການເຄື່ອນໄຫວວຽກງານກໍ່ສ້າງພັກ, ວຽກງານພະນັກງານ, ການປັບປຸງກໍ່ສ້າງກຳລັງ, ວຽກງານໂຄສະນາ, ການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ ຕະຫຼອດເຖິງການປັບປຸງດ້ານແບບແຜນນຳພາ, ແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນກຳລັງປ້ອງກັນຄວາມສະຫງົບ. ໃນນີ້, ຜູ້ເຂົ້າຮ່ວມກອງປະຊຸມຈະໄດ້ພ້ອມກັນສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານພັກ-ວຽກງານການເມືອງ ໃນໄລຍະ 5 ປີຜ່ານມາ ກໍຄື ບັນດາຄາດໝາຍທີ່ກອງປະຊຸມວຽກງານພັກ-ພະນັກງານ ຄັ້ງທີ V ໄດ້ວາງອອກໃຫ້ຖືກຕ້ອງ, ຖືກກັບສະພາບຕົວຈິງ ແລະ ມີຄວາມເປັນເອກະພາບສູງ ຕໍ່ກັບໝາກຜົນທີ່ຍາດມາໄດ້ ເພື່ອສືບຕໍ່ເສີມຂະຫຍາຍຜົນງານດ້ານດີ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ, ຊອກໃຫ້ເຫັນສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງຄົ້ນຄວ້າປະກອບຄຳເຫັນໃສ່ທິດທາງ ແລະ ວຽກງານຈຸດສຸມທີ່ຈະສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ພ້ອມກັນນັ້ນ, ກອງປະຊຸມຍັງຈະໄດ້ເຜີຍແຜ່ເຊື່ອມຊຶມຜົນສຳເລັດກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII, ນິຕິກຳໃນຂົງເຂດວຽກງານພັກ-ພະນັກງານ ຈຳນວນໜຶ່ງ ເພື່ອເປັນພື້ນຖານບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ຈະໄດ້ຮັບຟັງການລາຍງານປະກອບຄຳເຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານບາງຂົງເຂດທີ່ຕິດພັນ.
ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 1 ວັນເຄິ່ງ ຊຶ່ງເປັນໄລຍະເວລາທີ່ສັ້ນ, ຈຳກັດ ແລະ ເຄັ່ງຮ້ອນ ເມື່ອທຽບໃສ່ເນື້ອໃນ ແລະ ຄາດໝາຍທີ່ກອງປະຊຸມໄດ້ກຳນົດ. ສະນັ້ນ, ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້, ຮຽກຮ້ອງໃຫ້ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເສີມຂະຫຍາຍປະຊາທິປະໄຕຢ່າງເຕັມສ່ວນ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ເປັນເຈົ້າການປະກອບຄຳເຫັນໃຫ້ເລິກເຊິ່ງ, ກົງໄປກົງມາ, ເສີມຂະຫຍາຍຫົວຄິດປະດິດສ້າງ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມມີຄວາມຈະແຈ້ງ, ຖືກຕ້ອງ, ຄົບຖ້ວນ ແລະ ສ້າງຄວາມເປັນເອກະພາບສູງ, ກາຍເປັນທິດນຳ, ຫຼັກການໃຫ້ແກ່ການເຄື່ອນໄຫວວຽກງານພັກ-ວຽກງານການເມືອງ ຂອງກຳລັງປ້ອງກັນຄວາມສະຫງົບ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ເອກະສານມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII; ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII; ເອກະສານມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ (ສະບັບປັບປຸງ); ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດ; ມະຕິວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ຜ່ານມະຕິຕົກລົງວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍ ໃນໄລຍະໃໝ່ (ສະບັບປັບປຸງ).
ການເຜີຍແຜ່ຄັ້ງນີ້ ແນໃສ່ເຮັດໃຫ້ນາຍຕຳຫຼວດຂັ້ນນຳພາ-ບັນຊາ ຂອງກຳລັງປ້ອງກັນຄວາມສະຫງົບ ໄດ້ເຊື່ອມຊຶມກຳແໜ້ນ, ພ້ອມທັງນຳເອົາເນື້ອໃນຈິດໃຈທີ່ເປັນເຂັມທິດເຍືອງທາງໃຫ້ແກ່ການພັດທະນາປະເທດຊາດ ແລະ ວຽກງານຈັດຕັ້ງ-ກໍ່ສ້າງພັກ ໃນໄລຍະໃໝ່ ພາຍໃຕ້ຄຳຂວັນ: “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.
ຂ່າວ-ພາບ: ລັດດາວັນ + ສັນຕິສຸກ
KPL