ຂປລ
ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ສືບຕໍ່ພັດທະນາຢ່າງໝັ້ນຄົງ ແລະ ເປັນຮູບປະທຳ, ທັງເປັນການຍົກລະດັບ “ການເຊື່ອມໂຍງຍຸດທະສາດ” ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຕົວຈິງໃນທຸກໆດ້ານ.
ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 9 ຕຸລາ 2026 ກ່ຽວກັບຜົນສຳເລັດຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍຄະນະ ໂດຍທ່ານໄດ້ຍົກໃຫ້ເຫັນວ່າ: ການທີ່ທ່ານນາຍົກລັດຖະມົນຕີຫວຽດນາມ ເລືອກເອົາ ສປປ ລາວ ເປັນຈຸດໝາຍປາຍທາງໃນການຢ້ຽມຢາມຕ່າງປະເທດ ຢ່າງເປັນທາງການຄັ້ງທຳອິດຫຼັງຈາກເຂົ້າຮັບໜ້າທີ່ເປັນນາຍົກລັດຖະມົນຕີຄົນໃໝ່ ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມສະເໝີຕົ້ນສະເໝີປາຍ, ການຖືເປັນຄວາມສຳຄັນອັນດັບໜຶ່ງ ແລະ ບູລິມະສິດຕົ້ນຕໍທີ່ພັກ ແລະ ລັດຖະບານຫວຽດນາມ ໃນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງ ລາວ-ຫວຽດນາມ, ຖືເປັນບາດກ້າວປະຫວັດສາດອັນສຳຄັນຍິ່ງໃນການຍົກລະດັບ “ການເຊື່ອມໂຍງຍຸດທະສາດ” ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຕົວຈິງຜ່ານຈຸດທີ່ພົ້ນເດັ່ນຫຼາຍດ້ານເປັນຕົ້ນການເຊື່ອມຈອດເສດຖະກິດມະຫາພາກ ແລະ ພື້ນຖານໂຄງລ່າງ, ສອງຝ່າຍໄດ້ສຸມໃສ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຍຸດທະສາດລະດັບຊາດໃຫ້ມີຄວາມຄືບໜ້າເປັນກ້າວໆ ແລະ ສຳເລັດຕາມການຕົກລົງຂອງການນຳສອງຝ່າຍໄດ້ຕົກລົງເຫັນດີ ເຊັ່ນ: ໂຄງການເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ການພັດທະນາທ່າເຮືອຫວຸ່ງອາງ, ເສັ້ນທາງລົດໄຟ ແລະ ໂຄງການທໍ່ສົ່ງນ້ຳມັນ ຊຶ່ງຈະເປັນເສັ້ນເລືອດໃຫຍ່ໃນການເຊື່ອມໂຍງເສດຖະກິດສອງຊາດເຂົ້າກັນຢ່າງຍາວນານ ແລະ ຍືນຍົງ.
ຜ່ານການຢ້ຽມຢາມ ແລະ ການພົບປະສອງຝ່າຍຢ່າງເປັນທາງການໃນຄັ້ງນີ້, ການນຳຂັ້ນສູງຂອງສອງລັດຖະບານໄດ້ເຫັນດີເປັນເອກະພາບໃນຫຼາຍບັນຫາທີ່ເປັນຜົນປະໂຫຍດໃຫ້ແກ່ການພົວພັນຮ່ວມມືລະຫວ່າງສອງປະເທດ ແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດໄປອັນພົ້ນເດັ່ນດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສອງຝ່າຍຈະສືບຕໍ່ຮັກສາຄວາມໄວ້ເນື້ອເຊື່ອໃຈກັນໃນລະດັບສູງສຸດ, ມີຄວາມໃກ້ຊິດ ແລະ ໄດ້ຍົກລະດັບການພົວພັນຮ່ວມມືຂຶ້ນເປັນ “ຫຸ້ນສ່ວນຍຸດທະສາດ”. ພ້ອມທັງຮັດແໜ້ນການຮ່ວມມືດ້ານນີ້ ໃຫ້ມີປະສິດທິຜົນສູງຂຶ້ນ. ພ້ອມນີ້, ສອງນາຍົກຍັງໄດ້ເປັນປະທານໃນພິທີມອບ-ຮັບໂຄງການຖານຂໍ້ມູນຄຸ້ມຄອງສຳມະໂນຄົວ ແລະ ບັດປະຈຳຕົວພົນລະເມືອງລາວ ອີກດ້ວຍ. ດ້ານເສດຖະກິດ, ສອງຝ່າຍໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວ ແລະ ເພີ່ມມູນຄ່າສູງຂຶ້ນກວ່າເກົ່າ, ສະແດງອອກໃນການຢ້ຽມຢາມຄັ້ງນີ້ ໄດ້ມີການລົງນາມເອກະສານຮ່ວມມືຈຳນວນ 11 ສະບັບ ກວມເອົາການຮ່ວມມືທາງດ້ານຕ່າງໆ ແລະ ຍັງໄດ້ແລກປ່ຽນເອກະສານການລົງທຶນຮ່ວມກັນທັງໝົດ 18 ລາຍການ ເພື່ອເສີມຂະຫຍາຍການຮ່ວມມືດ້ານການລົງທຶນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ພ້ອມນີ້, ສອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດເປັນປະທານກອງປະຊຸມສົ່ງເສີມການລົງທຶນລາວ-ຫວຽດນາມ ຕື່ມອີກ. ດ້ານວັດທະນະທຳ-ສັງຄົມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຍັງໄດ້ຢືນຢັນຈະເອົາໃຈໃສ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ ແກ່ ສປປ ລາວ ແລະ ຍັງໄດ້ປະກາດຈະໃຫ້ການຊ່ວຍສ້າງໂຮງຮຽນຢູ່ແຂວງຫົວພັນ ແລະ ແຂວງຈຳປາສັກ. ພ້ອມນີ້, ນາຍົກລັດຖະມົນຕີ ຂອງສອງປະເທດ ຍັງໄດ້ໃຫ້ກຽດເປີດໂຄງການກໍ່ສ້າງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ແລະ ການລົງນາມສັນຍາສ້າງມະຫາວິທະຍາໄລດັ່ງກ່າວ, ເພື່ອຊ່ວຍກໍ່ສ້າງບຸກຄະລາກອນຂອງ ສປປ ລາວ ທີ່ມີຄຸນນະພາບສູງໃນອະນາຄົດ.
ການຢ້ຽມຢາມຄັ້ງນີ້, ການນຳຂອງສອງປະເທດ ຍັງສຸມໃສ່ສົ່ງເສີມການຮ່ວມມືລະຫວ່າງແຂວງກັບແຂວງ ແລະ ຍັງໄດ້ເປັນສັກຂີພິຍານໃຫ້ແກ່ການລົງນາມ 3 ສະບັບ ກ່ຽວກັບການຮ່ວມມືລະຫວ່າງແຂວງ ຄື: ບົດບັນທຶກການຮ່ວມມືລະຫວ່າງຄະນະກຳມະການປົກຄອງແຂວງວຽງຈັນ ແຫ່ງ ສປປ ລາວ ແລະ ຄະນະກຳມະການປະຊາຊົນນະຄອນຫາຍຝ່ອງ ແຫ່ງ ສສ ຫວຽດນາມ ໄລຍະ 2026-2030; ບົດບັນທຶກການຮ່ວມມືລະຫວ່າງຄະນະກຳມະການປົກຄອງແຂວງອຸດົມໄຊ ແຫ່ງ ສປປ ລາວ ແລະ ຄະນະກຳມະການປະຊາຊົນນະຄອນຫາຍຝ່ອງ ແຫ່ງ ສສ ຫວຽດນາມ ໄລຍະ 2026-2030 ແລະ ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືມິດຕະພາບໄລຍະ 2026-2030 ລະຫວ່າງຄະນະກຳມະການປົກຄອງແຂວງອຸດົມໄຊ ແຫ່ງ ສປປ ລາວ ແລະ ຄະນະກຳມະການປະຊາຊົນແຂວງນິງບິ່ງ ແຫ່ງ ສສ ຫວຽດນາມ.
ຂ່າວ: ທະນູທອງ
KPL