ຜູ້ແທນສູນກາງ ສນຊ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ ເຂົ້າຢ້ຽມນາຍົກລັດຖະມົນຕີຫວຽດນາມ

13/10/2026 08:08
ຂປລ ໃນວັນທີ 8 ຕຸລາ 2026 ນີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ລາວປາວຊົງ ນະວົງໄຊ ຮອງປະທານສູນກາງແນວລາວສ້າງຊາດ ແລະ ສະຫາຍ ບໍ່ວຽງຄໍາ ວົງດາລາ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ສະຫາຍ ລາວປາວຊົງ ນະວົງໄຊ ໄດ້ຕາງໜ້າໃຫ້ຄະນະຜູ້ແທນຝ່າຍລາວສະແດງຄວາມຂອບໃຈຢ່າງສູງ ແລະ ຮູ້ສຶກເປັນກຽດຢ່າງຍິ່ງທີ່ສະຫາຍ ເລ ມິງ ຮຶງ ໄດ້ໃຫ້ການຕ້ອນຮັບຄະນະໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການພົບປະສອງຝ່າຍລະຫວ່າງສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ຊຶ່ງສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ທີ່ກຳລັງຢູ່ໃນໄລຍະທີ່ເບັ່ງບານ ແລະ ຢູ່ໃນລະດັບສູງສຸດ. ພ້ອມກັນນີ້, ສະຫາຍ ລາວປາວຊົງ ນະວົງໄຊ ຍັງໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (1945–2026), ພ້ອມທັງກຽມຄວາມພ້ອມເຂົ້າສູ່ປີ 2027 ທີ່ຈະມາເຖິງ ຊຶ່ງເປັນປີແຫ່ງການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ການສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 65 ປີ ແລະ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດຄົບຮອບ 50 ປີ ພ້ອມທັງສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງຈະສືບຕໍ່ຍາດໄດ້ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ, ສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງສີວິໄລ ແລະ ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ. ນອກຈາກນີ້, ຍັງໄດ້ສະແດງຄວາມປິຕິຍິນດີ ແລະ ຊົມເຊີຍຢ່າງຈິງໃຈຕໍ່ສະຫາຍ ເລ ມິງ ຮຶງ ທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີຄົນທີ 10 ຂອງ ສສ ຫວຽດນາມ ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XVI.

ພ້ອມນີ້, ສະຫາຍ ລາວປາວຊົງ ນະວົງໄຊ ຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການເຄື່ອນໄຫວຂອງອົງການແນວລາວສ້າງຊາດ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ ຊຶ່ງເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າ, ບັນດາສາສະໜາ, ທຸກຊັ້ນຄົນຕະຫຼອດເຖິງພີ່ນ້ອງຄົນລາວທີ່ດຳລົງຊີວິດຢູ່ຕ່າງປະເທດ; ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ, ພ້ອມທັງສະມາຄົມມິດຕະພາບຂອງທັງສອງປະເທດ ໄດ້ມີການພົວພັນຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ນັບມື້ຍິ່ງມີປະສິດທິຜົນ, ມີກົນໄກປະສານງານ, ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນການຢ້ຽມຢາມ ແລະ ຈັດກິດຈະກໍາຮ່ວມກັນເນື່ອງໃນໂອກາດວັນສໍາຄັນຕ່າງໆຂອງທັງສອງຊາດ, ສະໜັບສະໜູນຊ່ວຍເຫຼືອກັນໃນການຝຶກອົບຮົມບໍາລຸງສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານຫຼັກແຫຼ່ງ, ຕັ້ງໜ້າປະຕິບັດພາລະບົດບາດເຄື່ອນໄຫວວຽກງານການທູດປະຊາຊົນໃນການເປັນຂົວຕໍ່, ສະໜັບສະໜູນ ແລະ ຊຸກຍູ້ໃຫ້ປະຊາຊົນສອງປະເທດມີການພົວພັນຮ່ວມມື ແລະ ໄປມາຫາສູ່ກັນນັບມື້ຫຼາຍຂຶ້ນ, ເຮັດໜ້າທີ່ໂຄສະນາສຶກສາອົບຮົມປະຊາຊົນທຸກຊັ້ນຄົນ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມູນເຊື້ອສາຍພົວພັນອັນບໍລິສຸດຜຸດຜ່ອງ ແລະ ຫາຍາກຂອງສອງປະເທດ. ນອກຈາກນີ້, ສະຫາຍ ລາວປາວຊົງ ນະວົງໄຊ ຍັງໄດ້ແຈ້ງໃຫ້ສະຫາຍ ເລ ມິງ ຮຶງ ຊາບກ່ຽວກັບຜົນສໍາເລັດພິທີແລກປ່ຽນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ກະຊວງຊົນເຜົ່າ ແລະ ສາສະໜາ ແຫ່ງ ສສ ຫວຽດນາມ ວ່າດ້ວຍຂົງເຂດວຽກງານຊົນເຜົ່າ ແລະ ສາສະໜາໄລຍະປີ 2026-2035 ທີ່ຈັດຂຶ້ນໃນຕອນບາຍຂອງວັນດຽວກັນ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ສືບຕໍ່ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຍັ້ງ.

ໃນໂອກາດດຽວກັນນີ້, ສະຫາຍ ເລ ມິງ ຮຶງ ໄດ້ສະແດງຄວາມຂອບໃຈ, ຊົມເຊີຍ ແລະ ຕີລາຄາສູງຕໍ່ສູນກາງແນວລາວສ້າງຊາດ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ ທີ່ໄດ້ມີການປະສານສົມທົບກັນຢ່າງແໜ້ນແຟ້ນກັບພາກສ່ວນທີ່ກ່ຽວຂ້ອງຂອງຫວຽດນາມ ໂດຍສະເພາະແມ່ນການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນການຢ້ຽມຢາມ ພ້ອມທັງປະຕິບັດພາລະບົດບາດການເຄື່ອນໄຫວວຽກງານການທູດປະຊາຊົນໃນການເປັນຂົວຕໍ່, ສະໜັບສະໜູນ ແລະ ຊຸກຍູ້ໃຫ້ປະຊາຊົນຂອງທັງສອງປະເທດມີການພົວພັນຮ່ວມມື ແລະ ໄປມາຫາສູ່ກັນນັບມື້ຫຼາຍຂຶ້ນ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ໄຂກອງປະຊຸມວຽກງານພັກ-ວຽກງານການເມືອງ ທົ່ວກຳລັງປ້ອງກັນຄວາມສະຫງົບ ຄັ້ງທີ VIການເມືອງ

      ໄຂກອງປະຊຸມວຽກງານພັກ-ວຽກງານການເມືອງ ທົ່ວກຳລັງປ້ອງກັນຄວາມສະຫງົບ ຄັ້ງທີ VI

      10/13/2026 9:14:37 AM

      ກອງປະຊຸມວຽກງານພັກ-ວຽກງານການເມືອງ ທົ່ວກຳລັງປ້ອງກັນຄວາມສະຫງົບ ຄັ້ງທີ VI ໄຂຂຶ້ນໃນວັນທີ 12 ຕຸລາ 2026 ທີ່ສະໂມສອນໃຫຍ່ສະໜາມມ້າ, ໂດຍການເປັນປະທານຂອງ ສະຫາຍ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ສະຫາຍ ພົຕ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ບັນດາແຂກທີ່ມາຈາກຄະນະຈັດຕັ້ງສູນກາງພັກ ແລະ ຜູ້ແທນກອງປະຊຸມຈາກບັນດາກົມກອງອ້ອມຂ້າງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

    • ຜົນສຳເລັດຂອງກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ I ອົງຄະນະພັກ ຫສປທການເມືອງ

      ຜົນສຳເລັດຂອງກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ I ອົງຄະນະພັກ ຫສປທ

      10/13/2026 8:20:42 AM

      ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ຈັດຂຶ້ນໃນວັນທີ 9 ຕຸລາ 2026 ພາຍໃຕ້ຄໍາຂວັນ "ຍົກສູງບົດບາດການນຳພາຂອງອົງຄະນະພັກ, ຕັ້ງໜ້າເສີມສ້າງຂີດຄວາມສາມາດໃນການເປັນເສນາທິການໃຫ້ເຂັ້ມແຂງ, ວ່ອງໄວ ແລະ ທັນສະໄໝ" ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ພາຍໃຕ້ການເປັນປະທານໂດຍສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີຄະນະບໍລິຫານງານພັກ, ພ້ອມດ້ວຍສະມາຊິກພັກສົມບູນທົ່ວອົງຄະນະພັກ ຫ້ອງວ່າການສຳນັກງານປະທານປະເທດ ເຂົ້າຮ່ວມ.

    • ການຢ້ຽມຢາມລາວຂອງນາຍົກລັດຖະມົນຕີຫວຽດນາມ ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່ຂອງສອງປະເທດຢ່າງໝັ້ນຄົງການເມືອງ

      ການຢ້ຽມຢາມລາວຂອງນາຍົກລັດຖະມົນຕີຫວຽດນາມ ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່ຂອງສອງປະເທດຢ່າງໝັ້ນຄົງ

      10/13/2026 8:02:57 AM

      ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ສືບຕໍ່ພັດທະນາຢ່າງໝັ້ນຄົງ ແລະ ເປັນຮູບປະທຳ, ທັງເປັນການຍົກລະດັບ “ການເຊື່ອມໂຍງຍຸດທະສາດ” ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຕົວຈິງໃນທຸກໆດ້ານ.

    • ນາຍົກລັດຖະມົນຕີ ລາວ-ຫວຽດນາມ ວາງກະຕ່າດອກໄມ້ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມການເມືອງ

      ນາຍົກລັດຖະມົນຕີ ລາວ-ຫວຽດນາມ ວາງກະຕ່າດອກໄມ້ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

      10/12/2026 10:08:10 AM

      ໃນວັນທີ 9 ຕຸລາ 2026 ນ້ີ, ສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂ້ັນສູງ ໄດ້ເຂ້ົາວາງກະຕ່າ ດອກໄມ້ຢູ່ຕໍ່ໜ້າຮູບປັ້ນຂອງ ຜູ້ນຳທີ່ເຄົາລົບຮັກຂອງທັງສອງປະເທດ ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ.

    • ລາວ-ຫວຽດນາມເພີ່ມທະວີສົ່ງເສີມການລົງທຶນການເມືອງ

      ລາວ-ຫວຽດນາມເພີ່ມທະວີສົ່ງເສີມການລົງທຶນ

      10/12/2026 10:01:04 AM

      ໃນວັນທີ 8 ຕຸລາ 2026 ນ້ີ, ຄະນະກໍາມະການສ່ົງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ກະ ຊວງການເງິນ ສສ ຫວຽດນາມ, ສະຖານທູດຫວຽດນາມ ປະ ຈໍາ ລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ.

ads
ads

Top