ສສ ຫວຽດນາມ-ອິນໂດເນເຊຍ ເພີ່ມທະວີ ການຮ່ວມມື ຫລາຍດ້ານ

23/11/2026 13:57
ຂປລ ທ່ານ ຟ້າມ​ຢາ​ຕຸກ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານຫວຽດນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ​ທ່ານ ອາມາ ນາທາ ຄຣິສຕຽນວັນ ນາຊີຣ(Arrma natha Christiawan Nasir) ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ອິນ​ໂດ​ເນ​ເຊຍ ເນື່ອງ​ໃນ​ໂອ​ກາດ ທີ່ມາ​ຢ້ຽມ​ຢາມ ສສ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 20 – 22 ພະ​ຈິກ.

ຂປລ.ວິທະຍຸ ກະຈ່າຍສຽງຫວຽດນາມ, ​ສຳ​ນັກ​ງານ​ລັດ​ຖະ​ບານ(ຮ່າ​ໂນ້ຍ), ທ່ານ ຟ້າມ​ຢາ​ຕຸກ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານຫວຽດນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ​ທ່ານ ອາມານາທາ ຄຣິສຕຽນວັນ ນາຊີຣ(Arrma natha Christiawan Nasir) ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ອິນ​ໂດ​ເນ​ເຊຍ ເນື່ອງ​ໃນ​ໂອ​ກາດ ທີ່ມາ​ຢ້ຽມ​ຢາມ ສສ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 20 – 22 ພະ​ຈິກ. ທ່ານ ​ ຟ້າມ​ຢາ​ຕຸກ ໄດ້ກ່າວເນັ້ນ​ໜັກວ່າ​: ການ​ຮ່ວມ​ມື ​ເສດ​ຖະ​ກິດ ​ແມ່ນ​ຈຸດ​ພົ້ນ​ເດັ່ນ ​ໃນ​ການ​ພົວ​ພັນ​ ສອງ​ປະ​ເທດ. ວົງ​ເງິນ​ການ​ຄ້າ​ ສອງ​ຝ່າຍ​ ມຸ່ງ​ໄປ​ເຖິງເປົ້າ​ໝາຍ 18 ຕື້ກວ່າໂດລາສະຫະລັດ ກ່ອນ​ປີ 2028, ການ​ລົງ​ທຶນ​ຂອງ ອິນ​ໂດ​ເນ​ເຊຍ​ ເຂົ້າ ສສ ຫວຽດ​ນາມ ເພີ່ມ​ຂຶ້ນ​ແຮງ​ ໃນ​ປີ 2026 ໃນ​ຂະ​ນະ ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ສືບ​ຕໍ່​ເປີດກວ້າງ ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ ຢູ່ ອິນ​ໂດ​ເນ​ເຊຍ. ການ​ຮ່ວມ​ມື​ ໃນ​ບັນ​ດາ​ຂົງ​ເຂດ ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ທ່ອງ​ທ່ຽວ, ການ​ບິນ, ວັດ​ທະ​ນະ​ທຳ ສືບ​ຕໍ່​ໄດ້​ປັບ​ປຸງ ແລະ ເສີມ​ຂະ​ຫຍາຍ ​ຢ່າງມີ​ປະ​ສິດ​ທິ​ຜົນ. ທ່ານ ຟ້າ​ມ​ຢາ​ຕຸກ ສະ​ເໜີ​ສອງ​ຝ່າຍ ​ເພີ່ມ​ທະ​ວີ​ ການ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ ໃນ​ບັນ​ດາ​ຂົງ​ເຂດ​ໃໝ່ ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ຄື ອຸດ​ສາ​ຫະ​ກຳ Halal, ຄົ້ນ​ຄ້​ວາ​ ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ເສດ​ຖະ​ກິດ​ດີ​ຈີ​ຕອນ, ເສດ​ຖະ​ກິດ ​ສີ​ຂຽວ, ຮັບ​ປະ​ກັນ​ ຄວາມ​ໝັ້ນ​ຄົງ ​ດ້ານ​ສະ​ບຽງ​ອາ​ຫານ ແລະ ດ້ານ​ພະ​ລັງ​ງານ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top