ຂປລ
* ໃນປະຫວັດສາດສະໄໝໃໝ່ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຫາຍາກທີ່ຈະມີສາຍພົວພັນໃດ ທີ່ໝັ້ນແກ່ນ, ບໍລິສຸດຜຸດຜ່ອງ, ເລິກເຊິ່ງ ແລະ ຍາວນານ ຄືດັ່ງ ສາຍພົວພັນພິເສດ ລາວ-ຫວຽດນາມ ແມ່ນຫາໄດ້ຍາກ.

ຂປລ. ໃນປະຫວັດສາດສະໄໝໃໝ່ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຫາຍາກທີ່ຈະມີສາຍພົວພັນໃດ ທີ່ໝັ້ນແກ່ນ, ບໍລິສຸດຜຸດຜ່ອງ, ເລິກເຊິ່ງ ແລະ ຍາວນານ ຄືດັ່ງ ສາຍພົວພັນພິເສດ ລາວ-ຫວຽດນາມ ແມ່ນຫາໄດ້ຍາກ. ສາຍພົວພັນດັ່ງກ່າວ ໄດ້ຖືກຫລໍ່ຫລອມຜ່ານການຕໍ່ສູ້, ການເສຍສະລະ, ຄວາມໄວ້ເນື້ອເຊື່ອໃຈ ແລະ ນ້ຳໃຈສາມັກຄີອັນເລິກເຊິ່ງຂອງປະຊາຊົນສອງຊາດ.
ສອງຊົນຊາດ ລາວ-ຫວຽດນາມ ໄດ້ດື່ມນໍ້າຈາກ ສາຍແມ່ນໍ້າຂອງຮ່ວມກັນ, ອີງຫລັງໃສ່ສາຍພູຫລວງອັນຫຍິ່ງໃຫຍ່ຮ່ວມກັນ, ແບ່ງປັນຄວາມສຸກຄວາມທຸກ ແລະ ຮ່ວມກັນ ຕໍ່ສູ້ຍາດເອົາເອກະລາດ, ອິດສະລະພາບ ແລະ ການສ້າງສາພັດທະນາປະເທດຊາດ. ຄວາມສາມັກຄີຮັກແພງ ອັນສະໜິດແໜ້ນນັ້ນ, ໄດ້ກາຍເປັນແບບຢ່າງອັນດີເລີດ ຂອງ ການພົວພັນສາກົນທີ່ໂປ່ງໃສ, ເປັນຊັບສົມບັດອັນລໍ້າຄ່າ ທີ່ທັງສອງຊົນຊາດ ຕ່າງຖະນຸຖະໜອມ ແລະ ປົກປັກຮັກສາ ຄືດັ່ງ “ແກ້ວຕາດວງໃຈ” ຂອງຕົນ.
ສາຍພົວພັນ ລາວ - ຫວຽດນາມ ບໍ່ແມ່ນເກີດມາຈາກການຄິດຄຳນວນເຖິງ ຜົນປະໂຫຍດ ຫລື ການບັງຄັບຂູ່ເຂັນຈາກຝ່າຍໃດຝ່າຍໜຶ່ງ, ແຕ່ຖືກຫລໍ່ຫລອມ ດ້ວຍເລືອດເນື້ອ, ດ້ວຍຄວາມໄວ້ເນື້ອເຊື່ອໃຈ, ດ້ວຍນໍ້າໃຈສະ ຫາຍອ້າຍນ້ອງ ແລະ ຄວາມເປັນຈິດໜຶ່ງໃຈດຽວກັນ ທ່າມກາງແປວໄຟແຫ່ງສົງຄາມ. ໃນຊຸມປີແຫ່ງການຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາ, ມີນັກຮົບຫວຽດນາມ ນັບບໍ່ຖ້ວນ ໄດ້ເສຍສະລະຊີວິດ ຢູ່ເທິງຜືນແຜ່ນດິນລາວ ແລະ ກໍມີລູກຫລານຊາວລາວ ເປັນຈຳນວນຫລວງຫລາຍ ໄດ້ ເສຍສະລະເລືອດເນື້ອ ເພື່ອປົກປັກຮັກສາແລວທາງ ຍຸດທະສາດ ສາຍພູຫລວງ ຊຶ່ງເປັນບ່ອນເຊື່ອມຕໍ່ຊາຕາກຳຂອງສອງຊາດ. ເລືອດຂອງປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ໄດ້ໄຫລໂຮມກັນ ຢູ່ໃນສະໜາມຮົບອັນດຽວກັນ, ພາຍໃຕ້ອຸດົມການດຽວກັນ: ເອກະລາດ ເພື່ອປະເທດຊາດ, ອິດສະລະພາບ ເພື່ອປະຊາຊົນ, ແລະ ສັງຄົມນິຍົມ ເພື່ອອະນາຄົດ. ຜ່ານການທົດສອບ ອັນຫຍຸ້ງຍາກລຳ ບາກນັ້ນ, ຄວາມສາມັກຄີ ລາວ-ຫວຽດນາມ ຈຶ່ງໄດ້ຮັບການຫລໍ່ຫລອມ ແລະ ກາຍເປັນກຳລັງແຮງອັນມະຫາສານ ທີ່ບໍ່ມີສິ່ງໃດ ສາມາດສັ່ນຄອນໄດ້. ປະທານ ໄກສອນ ພົມວິຫານ ເຄີຍໄດ້ກ່າວໄວ້ວ່າ: “ຄວາມສາມັກຄີ ລາວ - ຫວຽດນາມ ມີຄ່າກວ່າຄຳ, ເງິນ ແລະ ເພັດພອຍ, ພວກເຮົາຕ້ອງປົກປັກຮັກສາໃຫ້ຄືກັບຮັກສາ “ແກ້ວຕາດວງໃຈຂອງຕົນ”. ນັ້ນບໍ່ພຽງແຕ່ ເປັນຄຳກ່າວເທົ່ານັ້ນ, ແຕ່ຫາກແມ່ນສັດຈະທຳແຫ່ງຊີວິດ, ເປັນເຂັມຊີ້ທິດເຍືອງທາງ ໃນການເຄື່ອນໄຫວ ສຳລັບສອງຊົນຊາດຊົນເຜົ່າ ຕະຫລອດໄລຍະເວລາກວ່າເຄິ່ງສະຕະວັດຜ່ານມາ.
ພາຍຫລັງສັນຕິພາບໄດ້ກັບຄືນມາ, ລາວ ແລະ ຫວຽດນາມ ຍັງສືບຕໍ່ຄຽງບ່າຄຽງໄຫລ່ກັນໃນພາລະກິດສ້າງສາ ແລະ ພັດທະນາ ປະເທດຊາດ. ນັບຕັ້ງແຕ່ປີ 1977, ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງ ປະເທດ ໄດ້ຖືກລົງນາມ, ວາງພື້ນຖານນິຕິກຳອັນໜັກແໜ້ນ ໃຫ້ແກ່ສາຍພົວພັນ ຮອບດ້ານ ລາວ - ຫວຽດນາມ. ພາຍໃຕ້ການນຳພາຂອງສອງພັກ, ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ສາຍພົວພັນດັ່ງກ່າວ ໄດ້ຮັບການເປີດກວ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ກວມເອົາທຸກຂົງເຂດການເມືອງ, ຄວາມໝັ້ນຄົງ, ປ້ອງກັນຊາດ, ເສດຖະກິດ, ການສຶກສາ, ວັດທະນະທຳ, ວິທະຍາສາດ ແລະ ເຕັກໂນໂລຊີ.
ການຮ່ວມມືດ້ານການເມືອງ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ເປັນໜຶ່ງໃນເສົາຄໍ້າທີ່ສຳຄັນ ຂອງສາຍພົວພັນ ລາວ-ຫວຽດນາມ. ສອງປະເທດ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມພູນຄວາມໄວ້ເນື້ອເຊື່ອ ໃຈທາງການເມືອງ, ຮ່ວມມືກັນຮັກສາຄວາມສະຫງົບ, ຄວາມໝັ້ນຄົງ ແລະ ຕ້ານອາດຊະຍາກຳຂ້າມຊາດ. ພ້ອມກັນນັ້ນ, ສອງປະເທດຍັງຮ່ວມກັນສ້າງເສັ້ນຊາຍແດນໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ.

ດ້ານເສດຖະກິດ, ລາວ ເປັນປະເທດທີ່ໄດ້ຮັບການລົງທຶນຫລາຍທີ່ສຸດ ຈາກຫວຽດນາມ ໃນຈຳນວນ 78 ປະເທດ ແລະ ເຂດແຄວ້ນ ທີ່ຫວຽດນາມ ມີການລົງທຶນອອກສູ່ຕ່າງປະເທດ. ສັນຍາການຄ້າຕ່າງໆທີ່ໄດ້ລົງນາມຮ່ວມກັນ ແນໃສ່ເປີດກວ້າງການຮ່ວມມືບົນພື້ນຖານຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບຮີດຄອງປະເພນີ ແລະ ຫລັກປະຕິບັດການຄ້າສາກົນ. ສອງປະເທດ ໄດ້ລົງນາມໃນສັນຍາການຂົນສົ່ງສິນຄ້າຜ່ານແດນ, ອອກລະບຽບການຄຸ້ມຄອງສິນຄ້າຂອງລາວທີ່ຜ່ານແດນຫວຽດນາມ; ສ້າງຮ້ານສັບພະສິນຄ້າ ແລະ ສູນວາງສະແດງສິນຄ້າຫວຽດນາມ ຢູ່ຫລາຍທ້ອງຖິ່ນຂອງລາວ; ສ້າງຕັ້ງເຂດການຄ້າເສລີ ຢູ່ບັນດາດ່ານຊາຍແດນ. ຜ່ານການເຄື່ອນໄຫວແລກປ່ຽນ ແລະ ສົ່ງເສີມການຄ້າ-ການລົງທຶນ, ຫວຽດນາມ ສືບຕໍ່ຕິດອັນດັບ 1 ໃນ 3 ຂອງ ປະເທດຜູ້ລົງທຶນ ລາຍໃຫຍ່ທີ່ສຸດຢູ່ລາວ (ຮ່ວມກັບ ສປ ຈີນ ແລະ ໄທ). ຫວຽດນາມ ໄດ້ລົງທຶນເຂົ້າໃນ ຫລາຍຂົງເຂດ ຢູ່ລາວ ເຊັ່ນ: ກະສິກຳ, ອຸດສາຫະກຳປຸງແຕ່ງ ແລະ ການຜະລິດ, ການເງິນ, ການທະນາຄານ... ຫລາຍໂຄງການລົງທຶນ ແມ່ນມີປະສິດທິຜົນ, ດຳເນີນ ທຸລະກິດມີຜົນກຳໄລ, ສ້າງວຽກເຮັດງານທຳ, ສ້າງສະຫວັດດີການສັງຄົມ, ປະກອບສ່ວນ ອັນຕັ້ງໜ້າເຂົ້າໃນ ການປະຕິບັດນະໂຍບາຍລຶບລ້າງຄວາມທຸກຍາກ ແລະ ຊຸກຍູ້ ການພັດທະນາ ເສດຖະກິດຂອງທັງສອງປະເທດ.
ຈຸດພົ້ນເດັ່ນໃນການຮ່ວມມືດ້ານເສດຖະກິດ ແມ່ນໂຄງການທ່າເຮືອສາກົນ ລາວ - ຫວຽດ ຢູ່ວຸ້ງອ່າງ, ແຂວງຮ່າຕິ້ງ ພ້ອມກັບບັນດາໂຄງການຮ່ວມມືຄົ້ນຄວ້າ, ກໍ່ສ້າງເສັ້ນທາງທາງບົກ ແລະ ເສັ້ນທາງລົດໄຟຂ້າມແດນຕາມແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ ຊຶ່ງຈະປະກອບສ່ວນສຳຄັນ ຊ່ວຍໃຫ້ລາວສາມາດນຳໃຊ້ການຂົນສົ່ງ ທາງທະເລ ແລະ ເຊື່ອມຈອດກັບເສັ້ນທາງເດີນເຮືອສາກົນ ເພື່ອປະຕິບັດເປົ້າໝາຍ ຍຸດທະສາດ ຂອງລາວ ສູ້ຊົນໃຫ້ກາຍເປັນສູນກາງ ການເຊື່ອມຈອດ ແລະ ໂລຈິສຕິກ (Logistics) ໃນອະນຸພາກພື້ນແມ່ນໍ້າຂອງ ແລະ ອາຊີຕາເວັນອອກສ່ຽງໃຕ້.
ຄຽງຄູ່ກັນນັ້ນ, ເຖິງແມ່ນວ່າຍັງປະສົບກັບຄວາມຫຍຸ້ງຍາກດ້ານງົບປະມານ, ແຕ່ ຫວຽດນາມ ຍາມໃດກໍສະຫງວນແຫລ່ງທຶນຊ່ວຍເຫລືອເພື່ອການພັດທະນາໃຫ້ແກ່ລາວ. ພື້ນຖານໂຄງລ່າງ, ໂຮງຮຽນ, ໂຮງໝໍຫລາຍແຫ່ງເທິງດິນແດນລາວ ໄດ້ຮັບການກໍ່ສ້າງດ້ວຍທຶນຊ່ວຍເຫລືອລ້າຈາກລັດຖະບານຫວຽດນາມ, ສະແດງ ໃຫ້ເຫັນເຖິງ ນໍ້າໃຈ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ” ຊຶ່ງເປັນທິດນຳທີ່ເຕັມໄປດ້ວຍມະນຸດສະທຳ ແລະ ຄວາມຮັກແພງອັນເລິກເຊິ່ງ. ໃນທາງກົງກັນຂ້າມ, ລາວ ຍາມໃດກໍໃຫ້ການສະໜັບສະໜູນຫວຽດນາມ ຢ່າງສຸດຈິດສຸດໃຈ, ທັງໃນເວທີສາກົນ ແລະ ໃນໄລຍະ ທີ່ຫວຽດນາມຜະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ.
ສາຍພົວພັນ ລາວ - ຫວຽດນາມ ໃນຂົງເຂດວັດທະນະທຳ ແລະ ການສຶກສາ ໄດ້ຮັບການເປີດກວ້າງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ການຮ່ວມມືດັ່ງກ່າວ ສະແດງອອກ ຜ່ານບັນດາເອກະສານສັນຍາຮ່ວມມືກ່ຽວກັບ ການອະ ນຸລັກ, ພິພິທະພັນ, ສິລະປະການສະແດງ, ຮູບເງົາ, ສື່ສິ່ງພິມ, ຂໍ້ມູນຂ່າວສານ, ການຮ່ວມມືສາກົນ ແລະ ການກໍ່ສ້າງບຳລຸງພະນັກງານ... ໂດຍສະເພາະ ໃນຂົງເຂດມໍລະດົກວັດທະນະທຳ, ທັງສອງປະເທດ ໄດ້ຮ່ວມກັນຈັດງານ ວາງສະ ແດງແນະນຳກ່ຽວກັບປະຫວັດສາດ, ວັດທະນະທຳ, ປະເທດຊາດ ແລະ ບຸກຄົນ; ກ່ຽວກັບ ປະທານ ໂຮ່ຈີ່ມິ່, ປະທານ ໄກສອນ ພົມວິຫານ ແລະ ສະເດັດເຈົ້າ ສຸພານຸວົງ; ເອກະສານອັນລໍ້າຄ່າຫລາຍສະບັບ ໄດ້ຮັບການຮ່ວມມືເກັບຮັກສາ ແລະ ຄົ້ນຄວ້າ. ການຮ່ວມມືດ້ານການສຶກສາ, ໃນແຕ່ລະປີ ຫວຽດນາມ ໄດ້ມອບທຶນການສຶກສານັບພັນໆທຶນໃຫ້ແກ່ນັກສຶກສາລາວ; ນັກສຶກສາລາວນັບໝື່ນຄົນ ໄດ້ ແລະ ພວມສຶກສາຮໍ່າຮຽນຢູ່ຫວຽດນາມ, ກາຍເປັນທູດແຫ່ງມິດຕະພາບ ແລະ ເປັນຂົວຕໍ່ເຊື່ອມສຳພັນລະຫວ່າງສອງຊາດ.

ພຶດຕິກຳຕົວຈິງຂອງການຮ່ວມມືໃນປັດຈຸບັນ ຍິ່ງຢັ້ງຢືນຢ່າງຈະແຈ້ງ ເຖິງລັກສະນະພິເສດ ແລະ ຄວາມຍືນຍົງຂອງສາຍພົວພັນດັ່ງກ່າວ. ສອງປະເທດ ບໍ່ພຽງແຕ່ ແມ່ນບ້ານໃກ້ເຮືອນຄຽງເທົ່ານັ້ນ, ແຕ່ຫາກແມ່ນຄູ່ຮ່ວມຍຸດທະ ສາດຮອບດ້ານ, ພ້ອມກັນ ປະສານສົມທົບຢ່າງແໜ້ນແຟ້ນໃນບັນດາກົນໄກພາກພື້ນ ເຊັ່ນ: ອາຊຽນ, ອະນຸພາກພື້ນ ແມ່ນໍ້າຂອງພາກຂະຫຍາຍ (GMS)... ທັງສອງຝ່າຍ ຍາມໃດກໍ ສະໜັບສະໜູນ ຈຸດຢືນຫລັກໝັ້ນ ຂອງກັນ ແລະ ກັນ ໃນເວທີສາກົນ, ຮ່ວມກັນ ປົກປ້ອງຫລັກການ ແຫ່ງສັນຕິພາບ, ເອກະລາດ, ບໍ່ແຊກແຊງວຽກງານພາຍໃນຂອງກັນ ແລະ ເຄົາລົບ ກົດໝາຍສາກົນ.
ໃນທ່າມກາງສະພາບການແຂ່ງຂັນຍາດອິດທິພົນ ລະຫວ່າງ ບັນດາປະເທດ ມະຫາອຳນາດ ຢູ່ໃນພາກພື້ນ, ລາວ ແລະ ຫວຽດນາມ ຍາມໃດກໍຍຶດໝັ້ນໃນຫລັກໝັ້ນ ເອກະລາດ, ເປັນເຈົ້າຕົນເອງ, ຮ່ວມກັນປົກປ້ອງຜົນປະໂຫຍດລວມ ຂອງພາກພື້ນ ອິນດູຈີນ, ພ້ອມກັນເພີ່ມພູນຄູນສ້າງໃຫ້ແກ່ປະຊາຄົມອາຊຽນ ໃຫ້ມີຄວາມສາມັກຄີ ແລະ ເຂັ້ມແຂງ. ເມື່ອໂລກຕ້ອງຜະເຊີນໜ້າກັບການປ່ຽນແປງຂອງດິນຟ້າອາກາດ, ວິກິດການພະລັງງານ ແລະ ພະຍາດລະບາດ, ນໍ້າໃຈແຫ່ງຄວາມສາມັກຄີ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ແບບອ້າຍນ້ອງລະຫວ່າງສອງປະເທດ ໄດ້ກາຍເປັນກຳລັງແຮງ ເພື່ອຜ່ານຜ່າທຸກສິ່ງທ້າທາຍ. ບໍ່ພຽງແຕ່ຮ່ວມກັນພັດທະນາເທົ່ານັ້ນ, ລາວ ແລະ ຫວຽດນາມ ຍັງໄດ້ຮ່ວມກັນປະ ກອບສ່ວນປົກປັກຮັກສາສັນຕິພາບໃຫ້ແກ່ພາກພື້ນ, ປະກອບສ່ວນເຂົ້າໃນສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງລວມຂອງພາກພື້ນ ອາຊີ - ປາຊີຟິກ.
ຫວນຄືນຫລັງເບິ່ງເສັ້ນທາງປະຫວັດສາດ ຕະຫລອດໄລຍະເວລາກວ່າ 60 ປີ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ, ສາມາດຢັ້ງຢືນໄດ້ວ່າ ສາຍພົວພັນ ລາວ - ຫວຽດນາມ ແມ່ນສາຍພົວພັນພິເສດ, ຫາຍາກ, ໜັກແໜ້ນ ແລະ ຍືນຍົງຕະຫລອດໄປ. ນັ້ນແມ່ນສາຍພົວພັນທີ່ໄດ້ຮັບການທົດສອບໃນແປວໄຟ ແຫ່ງສົງຄາມ, ໄດ້ຮັບການເສີມຂະຫຍາຍດ້ວຍຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ໄດ້ຮັບການລ້ຽງດູດ້ວຍນໍ້າໃຈຮັກແພງຂອງປະຊາຊົນສອງຊາດ. ໃນປັດຈຸບັນ, ເມື່ອສອງປະເທດກ້າວເຂົ້າສູ່ສັງກາດໃໝ່ ດ້ວຍຄວາມມຸ່ງມາດປາຖະໜາໃນ ການພັດ ທະນາ ໃຫ້ຮັ່ງມີເຂັ້ມແຂງ, ການປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນພິເສດ ລາວ - ຫວຽດນາມ ບໍ່ພຽງແຕ່ແມ່ນໜ້າທີ່ການເມືອງ ເທົ່ານັ້ນ, ແຕ່ຫາກແມ່ນຄວາມຮັບຜິດຊອບອັນສັກສິດຂອງປະຊາຊົນແຕ່ລະຄົນ. ດັ່ງທີ່ ປະທານ ໄກສອນ ພົມວິຫານ ໄດ້ເຄີຍຢັ້ງຢືນໄວ້ວ່າ: “ປົກປັກຮັກສາຄວາມສາມັກຄີ ລາວ - ຫວຽດນາມ ຄືດັ່ງປົກປັກຮັກສາແກ້ວຕາດວງໃຈຂອງຕົນ”, ຄົນຮຸ່ນປັດຈຸບັນ ແລະ ຮຸ່ນຕໍ່ໆໄປ ຍິ່ງຕ້ອງສືບທອດພາລະກິດດັ່ງກ່າວ, ເຮັດໃຫ້ສາຍພົວພັນນັ້ນ ຂຽວສົດງົດງາມຕະຫລອດກາລະນານ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ, ກາຍເປັນ ແສງສະຫວ່າງຊີ້ທິດເຍືອງທາງ ໃຫ້ແກ່ການກ້າວເດີນໄປສູ່ເອກະລາດ, ອິດສະລະພາບ ແລະ ຄວາມຜາສຸກ ຂອງທັງສອງຊາດ.
ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນຕໍ່ໜ້ານີ້ ຈະປະກອບສ່ວນເຂົ້າໃນການສືບຕໍ່ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເປັນຄູ່ຮຸ້ນສ່ວນຍຸດທະສາດ ລາວ - ຫວຽດນາມ ໄດ້ຮັບການພັດທະນາຍິ່ງໆຂຶ້ນ; ໂດຍສະເພາະແມ່ນການຊຸກຍູ້ ຫັນເອົາເນື້ອໃນການເປັນຄູ່ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງປະເທດ ໃຫ້ປະກົດຜົນເປັນຈິງ, ເພີ່ມທະວີການເຊື່ອມໂຍງ-ເຊື່ອມຈອດ, ຊ່ວຍໜູນເຊິ່ງກັນ ແລະ ກັນ ລະຫວ່າງ ສອງພື້ນຖານເສດຖະກິດ, ສ້າງແລວທາງນິຕິກຳທີ່ໝັ້ນຄົງ, ໂປ່ງໃສ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ເພື່ອໃຫ້ສອງພັກ, ສອງລັດ ບັນລຸບັນດາ ເປົ້າໝາຍການພັດທະນາທີ່ໄດ້ວາງໄວ້.
KPL