ສສກ ສະຫລອງວັນຄູ່ແຫ່ງຊາດ ຄົບຮອບ 32 ປີ ແລະ ປະກາດສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ

07/10/2026 09:22
ຂປລ ໃນວັນທີ 6 ຕຸລາ 2026 ນີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີສະເຫລີມສະຫລອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994-7 ຕຸລາ 2026) ພ້ອມທັງປະກາດສ້າງຕ້ັງມະຫາວິທະຍາໄລສ້າງຄູແຫ່ງຊາດ (ມສຊ) ຢ່າງເປັນທາງການຢູ່ທ່ີມະຫາວິທະຍາໄລດັ່ງກ່າວ ບ້ານ ດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.

       ຂປລ.  ໂດຍມີທ່ານ ທອງສະລິດ ມັງໜ່ໍເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາການນຳ, ອະດີດການນຳ, ພະນັກງານ, ຄູ-ອາຈານ ແລະ ແຂກຖືກເຊີນເຂົ້າຮ່ວມ. ພິທີໄດ້ເລີ່ມຕົ້ນດ້ວຍການສະແດງສິລະປະ-ວັນນະຄະດີຈາກນັກຮຽນ-ນັກສຶກສາ ປະກອບມີບົດຟ້ອນອວຍພອນວັນຄູ, ການຮ້ອງບົດເພງ “7 ຕຸລາໝັ້ນຍືນ” ແລະ ການອ່ານກອນອວຍພອນວັນຄູ ເພື່ອສະແດງຄວາມກັນຕະຍູກະຕະເວທີຕໍ່ພໍ່ແມ່ຄູ-ອາຈານ ຜູ້ເສຍສະລະເຫື່ອແຮງ ແລະ ສະຕິປັນຍາໃນການອົບຮົມສັ່ງສອນອະນຸຊົນຮຸ່ນໜຸ່ມໃຫ້ກາຍເປັນພົນລະເມືອງດີຂອງຊາດ.

     ໃນພິທີ, ທ່ານ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດວ່າດ້ວຍການແຕ່ງຕ້ັງຜູ້ອໍານວຍການໃຫຍ່ ແລະ ຮອງຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ ໂດຍເຫັນດີແຕ່ງຕ້ັງທ່ານ ຫລ້າວັນ ວົງຄໍາສາ ຄະນະປະຈຳພັກກະຊວງ, ເປັນຜູ້ອໍານວຍການໃຫຍ່ມະຫາວິທະຍາໄລສ້າງຄູແຫ່ງຊາດ, ທ່ານ ນາງ ວົງເດືອນ ໂອໃສ ແລະ ທ່ານ ນາງ ວັນແສງ ຈຸນລະມະນີ ເປັນຮອງຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ.

    ນອກຈາກນີ້, ທ່ານ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານດຳລັດວ່າດ້ວຍການແຕ່ງຕັ້ງຮອງສາດສະດາຈານ ຈໍານວນ 12 ທ່ານ; ຂໍ້ຕົກລົງວ່າດ້ວຍການຍ້ອງຍໍຄູພິການດີເດັ່ນ ຈໍານວນ 2 ທ່ານ ແລະ ຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ຈໍາ ນວນ 16 ທ່ານ.

      ໃນໂອກາດນ້ີ, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວປາຖະກະຖາ ແລະ ສະແດງຄວາມໝາຍສຳຄັນຂອງວັນຄູແຫ່ງຊາດ ໂດຍຍົກໃຫ້ເຫັນ 2 ມູນເຊື້ອສຳຄັນຄື: ລະນຶກເຖິງນາຍຄູຄຳ: ນາຍຄູສອນທໍາອິດ ຜູ້ທີ່ມີຄວາມຮັກຊາດອັນດູດດື່ມ ແລະ ມີນໍ້າໃຈເສຍສະລະອັນສູງສົ່ງໃນສະໄໝປະເທດຊາດຕົກເປັນຫົວເມືອງຂຶ້ນ ຊຶ່ງເປັນແບບຢ່າງອັນລ້ຳຄ່າໃຫ້ແກ່ຄູ-ອາຈານຮຸ່ນຫລັງ; ເຊີດຊູບົດບາດ ແລະ ກຽດສັກສີຂອງຄູ: ສູນກາງພັກ-ລັດຖະບານ ໄດ້ຕົກລົງເອົາວັນທີ 7 ຕຸລາ ຂອງທຸກປີເປັນວັນຄູແຫ່ງຊາດ ນັບແຕ່ປີ 1994 ເປັນຕົ້ນມາເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ຜົນງານການອຸທິດຕົນຂອງຄູ.

     ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງຄຳເວົ້າອະມະຕະຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ຄູແມ່ນຄົນຂອງພັກ” ແລະ “ຄູແມ່ນກຳລັງຫລັກແຫລ່ງແກ່ນສານຂອງການສຶກສາ, ແມ່ນຜູ້ຕາໜ້າສັງຄົມ, ຕາງໜ້າລັດເພື່ອສຶກສາ ອົບຮົມຜູ້ໜຸ່ມນ້ອຍ ແລະ ຄົນຮຸ່ນໃໝ່.” ພ້ອມກັນນ້ັນ, ທ່ານຍັງໄດ້ວາ 5 ທັດສະນະຊີ້ນຳ ເພື່ອເປັນເຂັມທິດ ເຍືອງທາງໃນການປັບປຸງລະບົບການສ້າງຄູ ໃຫ້ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ເປັນຕົ້ນແມ່ນສືບຕໍ່ຍົກບົດບາດຄວາມສຳຄັນຂອງຄູ: ໃຫ້ສົມກັບຄຳວ່າ “ຄູແມ່ນແມ່ພິມຂອງຊາດ” ເພາະຄູແມ່ນປັດໄຈຕັດສິນຄຸນນະພາບການສຶກສາ; ສ້າງຖັນແຖວຄູໃຫ້ໄດ້ມາດຕະຖານ: ມີຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ພ້ອມທັງມີທັກສະດ້ານເຕັກໂນໂລຊີ ແລະ ນະວັດຕະກຳໃໝ່; ສົມທົບແໜ້ນລະຫວ່າງທິດສະດີ ແລະ ພຶດຕິກຳ: ນຳເອົາສະພາບຕົວຈິງຂອງຍຸກສະໄໝມາສິດສອນຢ່າງມີຊີວິດຊີວາ; ຮັບປະກັນການສະໜອງຄູໃຫ້ພຽງພໍ: ເອົາໃຈໃສ່ດຶງດູດນັກຮຽນເກັ່ງເຂົ້າສາຍສ້າງຄູ ແລະ ບຸລິມະສິດສະໜອງຄູໃຫ້ເຂດຫ່າງໄກສອກຫລັກ; ປັບປຸງກົງຈັກການຈັດຕັ້ງ: ໃຫ້ມີປະສິດທິພາບ, ປະຢັດ ແລະ ຕ້ານການຟຸມເຟື່ອຍ.

      ຢ່າງໃດກໍຕາມ, ເພ່ືອເຮັດໃຫ້ການປະກາດສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ ໄດ້ຮັບຜົນສຳເລັດຢ່າງເປັນຮູບປະທຳ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບ 7 ວຽກງານຈຸດສຸມ ຄື: ປັບປຸງກົນໄກຄຸ້ມຄອງບໍລິຫານ ແລະ ວິຊາການ ໃຫ້ທັນສະໄໝ ແລະ ເຊື່ອມໂຍງສາກົນ; ສ້າງຄູຍຸກໃໝ່ໃຫ້ມີ 4 ທັກສະຫລັກ ຄື: ທັກສະດີຈິຕອນ (AI, ເຕັກໂນໂລຊີ), ທັກສະຊີວິດ, ທັກສະອາຊີບ ແລະ ການເປັນຜູ້ປະກອບການ; ກະກຽມຄວາມພ້ອມຫລັກສູດໃໝ່ 6+3+3 ແລະ ຫັນຈາກລະບົບອາສາສະໝັກໄປສູ່ລະບົບຄູທົດແທນຢ່າງເປັນລະບົບ; ສ້າງຄວາມເປັນແບບຢ່າງຮອບດ້ານໃຫ້ແກ່ຜູ້ອຳນວຍການສະຖານການສຶກສາ; ປະຕິບັດນະໂຍບາຍຕ່າງໆຕໍ່ຄູ- ອາຈານຢ່າງສົມກຽດ; ເພີ່ມທະວີການຮ່ວມມືກັບສະຖານການສຶກສາ ທັງພາຍໃນ ແລະ ຕ່າງປະເທດ; ຍາດແຍ່ງການຮ່ວມມືສາກົນ ໂດຍກຳແໜ້ນຫລັກການ “ເຊື່ອມໂຍງແຕ່ບໍ່ເຊື່ອມສະຫລາຍ”.

      ໂອກາດນີ້, ທ່ານໄດ້ຮຽກຮ້ອງມາຍັງຄູ-ອາຈານ ແລະ ນັກຮົບໃນຂົງເຂດການສຶກສາທຸກໆທ່ານ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ພ້ອມທັງອວຍພອນໄຊໃຫ້ຄູທຸກທົ່ວໜ້າມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສະຫງ່າຂອງຕົນ.

ຂ່າວ: ພະແນກໂຄສະນາ-ຂ່າວສານ ສສກ

KPL

ຂ່າວອື່ນໆ

ads
ads

Top