ອູແກຣນ ຮັບເງິນສະໜັບສະໜູນ ຈາກ ເອີຣົບ ຈຳນວນ 2,9 ຕື້ເອີໂຣ

06/10/2026 17:04
ຂປລ ກະຊວງ ການເງິນ ຂອງ ອູແກຣນ ເປີດເຜີຍວ່າ: ອູແກຣນ ໄດ້ຮັບເງິນ ສະໜັບສະໜູນ ຈາກ ສະຫະພາບ ເອີຣົບ (EU) ຈໍານວນ 2,9 ຕື້ເອີໂຣ ເພື່ອເສີມສ້າງ ສະຖຽນລະພາບ ເສດຖະກິດ ມະຫາພາກ, ສະໜັບສະໜູນ ລາຍຈ່າຍ ງົບປະມານ ທີ່ ສຳຄັນ

ຂປລ. ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ການເງິນ ຂອງ ອູແກຣນ ເປີດເຜີຍວ່າ: ອູແກຣນ ໄດ້ຮັບເງິນ ສະໜັບສະໜູນ ຈາກ ສະຫະພາບ ເອີຣົບ (EU) ຈໍານວນ 2,9 ຕື້ເອີໂຣ ເພື່ອເສີມສ້າງ ສະຖຽນລະພາບ ເສດຖະກິດ ມະຫາພາກ, ສະໜັບສະໜູນ ລາຍຈ່າຍ ງົບປະມານ ທີ່ສຳຄັນ, ການຟື້ນຟູ ແລະ ສ້າງຄວາມ ທັນສະ ໄໝ ລວມທັງ ການສືບຕໍ່ ປະຕິຮູບ ເພື່ອມຸ່ງໄປສູ່ ການເປັນ ສະມາຊິກ ສະຫະພາບ ເອີຣົບ.

ຈາກຈຳນວນເງິນ ທັງໝົດດັ່ງກ່າວ, ອູແກຣນ ໄດ້ຮັບເງິນ 800 ລ້ານເອີໂຣ ເປັນຄັ້ງທຳອິດ ພາຍໃຕ້ ໂຄງການເງິນກູ້ ເພື່ອສະໜັບ ສະໜູນ ອູແກຣນ, ເຊິ່ງເປັນ ເຄື່ອງມື ທາງການເງິນ ຂອງ ສະຫະພາບ ເອີຣົບ ດ້ວຍວົງເງິນ 9 ໝື່ນລ້ານເອີໂຣ ສໍາລັບ ປີ 2026-2027 ເພື່ອສະໜັບ ສະໜູນ ດ້ານງົບປະມານ ແລະ ການປ້ອງກັນ ປະເທດຂອງອູແກຣນ./

KPL

ຂ່າວອື່ນໆ

ads
ads

Top