ບັນຫາການສ້າງຕັ້ງ ປະເທດປາແລັດສະຕິນ ຕ້ອງໄດ້ຮັບການແກ້ໄຂ

28/09/2026 18:05
ຂປລ ທ່ານ ເຊີ​​ເກ ລາ​ຟ​ໂຣ​ຟ ລັດ​ຖະ​ມົນ​ຕີ ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ ​ຣັດ​ເຊຍ​ ໄດ້​ກ່າວ​​ອະ​​ພິ​ປາຍ​ທົ່ວ​ໄປ ໃນ​ກອງ​ປະ​ຊຸມ​ ສະ​ມັດ​ຊາ​ໃຫຍ່ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ສະ​ໄໝ​ທີ 81 ວ່າ: ​ເຖິງ​ເວ​ລາ​ແລ້ວ​ ທີ່​ຕ້ອງແກ້​ໄຂ​ບັນ​ຫາ​ແກນ​ກາງ​ ຂອງ​ຕາ​ເວັນ​ອອກ​ກາງ​​ ນັ້ນຄື: ການຮັບ​ປະ​ກັນ​ ໃຫ້​ແກ່​ການ​ສ້າງ​ຕັ້ງ​ ປະ​ເທດ​ ປາ​ແລັດ​ສະ​ຕິນ​ ບົນ​ພື້ນ​ຖານ​ມະ​ຕິ ຫລາຍ​ສະ​ບັບ ​ຂອງ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ.

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ເຊີ​​ເກ ລາ​ຟ​ໂຣ​ຟ ລັດ​ຖະ​ມົນ​ຕີ ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ ​ຣັດ​ເຊຍ​ ໄດ້​ກ່າວ​​ອະ​​ພິ​ປາຍ​ທົ່ວ​ໄປ ໃນ​ກອງ​ປະ​ຊຸມ​ ສະ​ມັດ​ຊາ​ໃຫຍ່ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ສະ​ໄໝ​ທີ 81 ວ່າ: ​ເຖິງ​ເວ​ລາ​ແລ້ວ​ ທີ່​ຕ້ອງແກ້​ໄຂ​ບັນ​ຫາ​ແກນ​ກາງ​ ຂອງ​ຕາ​ເວັນ​ອອກ​ກາງ​​ ນັ້ນຄື: ການຮັບ​ປະ​ກັນ​ ໃຫ້​ແກ່​ການ​ສ້າງ​ຕັ້ງ​ ປະ​ເທດ​ ປາ​ແລັດ​ສະ​ຕິນ​ ບົນ​ພື້ນ​ຖານ​ມະ​ຕິ ຫລາຍ​ສະ​ບັບ ​ຂອງ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ. ທ່ານ ເຊີ​​ເກ ລາ​ຟ​ໂຣ​ຟ ຊີ້​ໃຫ້​ເຫັນ​ວ່າ: ສະ​ພາ​ຄວາມ​ໝັ້ນ​ຄົງ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຮັບ​ຮອງ​ເອົາ​ ແຜນ​ສັນ​ຕິ​ພາບ ​ຢູ່​ເຂດ​ກາ​ຊາ​ ເມື່ອ​ປະ​ມານ 1 ປີ​ກ່ອນ, ແຕ່​ສັນ​ຕິ​ພາບຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ເທື່ອ ​ໃນ​ເຂດ​ກາ​ຊາ, ​ຍັງ​ມີຜູ້​ອາ​ຍຸ​ສູງ, ແມ່​ຍິງ ແລະ​ ເດັກ​ນ້ອຍ​​ເສຍ​ຊີ​ວິດ, ສະ​ຖາ​ນະ​ການ​ດ້ານ​ມະ​ນຸດ​ສະ​ທຳ​ຍັງ​​ຮ້າຍ​ແຮງ​ຄື​ເກົ່າ, ອິດ​ສະ​ຣາ​ແອນ​ ພວມ​ຂະ​ຫຍາຍ​ຈຸດ​ຕັ້ງ​ຖິ່ນ​ຖານ​ ຢູ່​ຝັ່ງ​ຕາ​ເວັນ​ຕົກ​ ຂອງ​ແມ່​ນ້ຳ​​ຈໍ​ແດນ, ​ເຮັດ​ໃຫ້​ສະ​ຖາ​ນະ​ການ ຮ້​າຍ​ແຮງ​ຂຶ້ນ​ຢ່​າງ​ຕໍ່​ເນື່ອງ. ທ່ານ ເຊີ​ເກ ລາ​ຟ​ໂຣ​ຟ ໄດ້ເຕືອນວ່າ: ​ຫາກ​ສະ​ຖາ​ນະ​ການ​ແບບ​ນີ້ ​ຍັງ​ສືບ​ຕໍ່, ຈະ​ບໍ່​ສາ​ມາດ​ສ້າງ​ຕັ້ງ​ປະ​ເທດ​ ປາ​ແລັດ​ສະ​ຕິນ​ໄດ້, ຖ້າ​ບໍ່​ສາ​ມາດ​ສ້າງ​ຕັ້ງ​ປະ​ເທດ ​ປາ​ແລັດ​ສະ​ຕິນ​ໄດ້, ອິດ​ສະ​ຣາ​ແອນ ​ກໍ​ຈະ​ຜະ​ເຊີນ​ກັບ ​ໄພ​ຂົ່ມ​ຂູ່ ​ດ້ານ​ຄວາມ​ໝັ້ນ​ຄົງ​ ຕະຫລອດ​​ໄປ ເຊັ່ນ​ດຽວ​ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top