ສາຍພົວພັນທີ່ໝັ້ນທ່ຽງ ລະຫວ່າງ ສ.ອາເມລິກາ-ສປ ຈີນ ຈະນຳເອົາຄວາມແນ່ນອນມາໃສ່ໂລກ

28/09/2026 17:19
ຂປລ ທ່ານ ​ຊີນ ສ​ະ​ເຕນ ປະ​ທານ​ສະ​ພາການ​ຄ້າ​ ອາ​ເມ​ລິ​ກາ-ຈີນ ກ່າວ​ວ່າ: ຄວາມ​ໝັ້ນ​ທ່ຽງ​ ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ ສ.ອາ​ເມ​ລິ​ກາ-ສປ ຈີນ​ ບໍ່​ພຽງ​ແຕ່​ມີ​ຜົນ​ດີ ​ຕໍ່​ສອ​ງ​ປະ​ເທດ​ ​ເທົ່າ​ນັ້ນ, ຍັງ​ສາ​ມາດ​ນຳ​ເອົາ​ ຄວາມ​ແນ່ນອນ​ ມາ​ໃຫ້​ບັນ​ດາ​ປະ​ເທດ​ ໃນ​ໂລກ​ອີກ​ດ້ວຍ.

​ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໃນ​ເວ​ລາ​ໃຫ້​ສຳ​ພາດ​ ຕໍ່​ນັກ​ຂ່າ​ວ​ວິ​ທະ​ຍຸ​ ໂທ​ລະ​ພາບ​ສູນ​ກາງ​ຈີນ (CMG) ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ​ຊີນ ສ​ະ​ເຕນ ປະ​ທານ​ສະ​ພາການ​ຄ້າ​ ອາ​ເມ​ລິ​ກາ-ຈີນ ກ່າວ​ວ່າ: ຄວາມ​ໝັ້ນ​ທ່ຽງ​ ຂອງ​ສາຍ​ພົວ​ພັນ ​ລະ​ຫວ່າງ​ ສ.ອາ​ເມ​ລິ​ກາ-ສປ ຈີນ​ ບໍ່​ພຽງ​ແຕ່​ມີ​ຜົນ​ດີ ​ຕໍ່​ສອ​ງ​ປະ​ເທດ​ ​ເທົ່າ​ນັ້ນ, ຍັງ​ສາ​ມາດ​ນຳ​ເອົາ​ ຄວາມ​ແນ່ນອນ​ ມາ​ໃຫ້​ບັນ​ດາ​ປະ​ເທດ​ ໃນ​ໂລກ​ອີກ​ດ້ວຍ. ທ່ານ ​ຊີນ ສ​ະ​ເຕນ ກ່າວ​ຕື່ມ​ວ່າ: ບໍ່​ວ່າ​​ຈະ​ເປັນປະ​ເທດ​​ ສະ​ມາ​ຊິກອາ​ຊຽນ, ປະ​ເທດ​ເຂດ​ໂລກ​ໃຕ້ ຫລື ປະ​ເທດ​​ໃນເອີ​ຣົບ, ປະ​ເທດ​ໃນ ສ.​ອາ​ເມ​ລິ​ກາ-ລາ​ຕິນ ລ້ວນ​ແຕ່​ຮູ້​ດີ​ວ່າ​ ຄວນ​ປະ​ຕິ​ບັດ​ແນວ​ໃດ ​ຕໍ່​ສອງ​ປະ​ເທດ​ ອາ​ເມ​ລິ​ກາ-ຈີນ. ບໍ່​ມີ​ປະ​ເທດ​ໃດ ​ຢາກ​ເລືອກ​ຝ່າຍ, ບໍ່​ມີ​ປະ​ເທດ​ໃດ ​ຢາກ​ໃຫ້​ຕົນ​ເອງ​ຖືກ​ດຶງ​ ເຂົ້າ​ຝ່າຍ​ໃດ​ຝ່າຍ​ໜຶ່ງ, ​ທຸກ​ປະ​ເທດ ​ລ້ວນ​ແຕ່​ມີ​ຜົນ​ປະ​ໂຫຍດ​ນຳ​ ສ.ອາ​ເມ​ລິ​ກາ ແລະ ສປ ຈີນ. ​ການ​ປົກ​ປັກ​ຮັກ​ສາ ສາຍ​ພົວ​ພັນ​ ລະ​ຫວ່າງ ສ.​ອາ​ເມ​ລິ​ກາ-ສປ ຈີນ ​​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ສາ​ມາດຄາດ​ຄະ​ເນ​ໄດ້ ຈະເຮັດ​ໃຫ້​ບັນ​ດາ​ປະ​ເທດ​ ສາ​ມາດສະ​ແຫວງ​ຫາ ​ຜົນ​ປະ​ໂຫຍດ ​ຂອງ​​ຕົນ​ໄດ້​ຢ່າງ​ເປັນ​ເຈົ້າຕົນ​ເອງ ແລະ ໄດ້ຮັບ​ເອົາ​ຜົນ​ປະ​ໂຫຍດ​ ຈາກ​ການ​​ພົວ​ພັນ ​ທີ່​ລົງ​ເລິກ​ກັບ​ ສ.ອາ​ເມ​ລິ​ກາ ແລະ ສປ ຈີນ ຢ່າງ​ເຕັມ​ທີ່./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top