ຂປລ
ກະຊວງຂໍ້ມູນ ແລະ ສະຖິຕິ ສ.ເກົາຫລີ ເປີດເຜີຍວ່າ: ຈຳນວນ ເດັກເກີດໃໝ່ ໄດ້ເພີ່ມຂຶ້ນ 11,1% ເມື່ອທຽບໃສ່ ປີກາຍ, ໂດຍສະເພາະ ເດືອນກໍລະກົດ ລວມມີ 24.275 ຄົນ ນີ້ເປັນ ຕົວເລກ ສະຖິຕິສູງສຸດ ໃນຮອບ 7 ປີ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ໃນວັນທີ 23 ກັນຍາ ຜ່ານມາ, ກະຊວງຂໍ້ມູນ ແລະ ສະຖິຕິ ສ.ເກົາຫລີ ເປີດເຜີຍວ່າ: ຈຳນວນ ເດັກເກີດໃໝ່ ໄດ້ເພີ່ມຂຶ້ນ 11,1% ເມື່ອທຽບໃສ່ ປີກາຍ, ໂດຍສະເພາະ ເດືອນກໍລະກົດ ລວມມີ 24.275 ຄົນ ນີ້ເປັນ ຕົວເລກ ສະຖິຕິສູງສຸດ ໃນຮອບ 7 ປີ ນັບຕັ້ງແຕ່ ປີ 2019 ທ່າມກາງ ຈຳນວນ ການແຕ່ງງານທີ່ເພີ່ມຂຶ້ນ.
ໃນນັ້ນ ຈຳນວນເດັກເກີດໃໝ່ ຍັງຄົງເຕີບໂຕ ໃນລະດັບເລກສອງຫລັກ ມາຕັ້ງແຕ່ເດືອນມັງກອນ ໂດຍຮັກສາທິດທາງການເພີ່ມຂຶ້ນ ເປັນເດືອນທີ 25 ຕິດຕໍ່ກັນ ນັບຕັ້ງແຕ່ ເດືອນກໍລະກົດ 2024 ຜ່ານມາ. ໃນໄລຍະ 7 ເດືອນທຳອິດຂອງ ປີ 2026, ມີເດັກເກີດໃໝ່ ລວມທັງໝົດ 170.079 ຄົນ, ເພີ່ມຂຶ້ນ 14,7% ເມື່ອທຽບກັບ ໄລຍະດຽວກັນຂອງປີຜ່ານມາ. ຍ້ອນວ່າ ທ່າອ່ຽງເຊີງບວກດັ່ງກ່າວ ໄດ້ຮັບແຮງໜຸນຈາກ ການແຕ່ງງານເພີ່ມຂຶ້ນ ໃນໄລຍະສອງປີ ຜ່ານມາ, ການຂະຫຍາຍ ຕົວ ຂອງ ກຸ່ມປະຊາກອນ ໃນໄລຍະອາຍຸ 30-39 ປີ ແລະ ການປ່ຽນແປງ ຂອງ ຄ່ານິຍົມ ທາງສັງຄົມທີ່ມີຕໍ່ການມີລູກ./
KPL