ຂປລ
ນັກຂ່າວ ທ້ອງຖິ່ນ ຂອງ ຍີ່ປຸ່ນ ລາຍງານວ່າ ຄຳຮຽກຮ້ອງ ຂໍງົບປະມານ ປີ 2027 ຈາກ ບັນດາ ໜ່ວຍງານ ແລະ ກະຊວງຕ່າງໆ ຂອງ ລັດຖະບານ ຍີ່ປຸ່ນ ມີທ່າອຽງສູງເກີນ 130 ພັນຕື້ເຢນ, ເພີ່ມຂຶ້ນ ຢ່າງຫລວງຫລາຍ ເມື່ອທຽບກັບ ງົບປະມານ 122,31 ພັນຕື້ເຢນ
ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ນັກຂ່າວ ທ້ອງຖິ່ນ ຂອງ ຍີ່ປຸ່ນ ລາຍງານວ່າ ຄຳຮຽກຮ້ອງ ຂໍງົບປະມານ ປີ 2027 ຈາກ ບັນດາ ໜ່ວຍງານ ແລະ ກະຊວງຕ່າງໆ ຂອງ ລັດຖະບານ ຍີ່ປຸ່ນ ມີທ່າອຽງສູງເກີນ 130 ພັນຕື້ເຢນ, ເພີ່ມຂຶ້ນ ຢ່າງຫລວງຫລາຍ ເມື່ອທຽບກັບ ງົບປະມານ 122,31 ພັນຕື້ເຢນ ຂອງ ສົກປີງົບປະມານ ໃນປັດຈຸບັນ ແລະ ອາດຈະສືບຕໍ່ ເພີ່ມຂຶ້ນອີກ ເມື່ອມີການສະຫລຸບ ຕົວເລກ ສຸດທ້າຍ ໃນໄລຍະທ້າຍປີ 2026 ນີ້.
ໂດຍກະຊວງ ປ້ອງກັນ ປະເທດຂອງຍີ່ປຸ່ນ ໄດ້ວາງແຜນ ທີ່ ຈະຂໍງົບປະມານ ເປັນຕົວເລກ ສູງເປັນ ປະຫວັດສາດ ເຖິງ ປະມານ 8,9 ພັນຕື້ເຢນ ຊຶ່ງລາຍຈ່າຍຫລັກ ຈະສຸມໃສ່ ການຈັດຊື້ໂດຣນ ເພື່ອສະກັດກັ້ນ ຈຳນວນຫລາຍ, ການນຳໃຊ້ ປັນຍາປະດິດ (AI) ເຂົ້າໃນລະບົບ ຄວບຄຸມ ແລະ ບັນຊາການອື່ນໆ.
ໃນຂະນະດຽວກັນ, ລາຍຈ່າຍ ດ້ານປະກັນສັງຄົມ ຕົວຢ່າງ ເຊັ່ນ: ເງິນບໍານານ ແລະ ຄ່າຮັກສາ ພະຍາບານ ມີທ່າອຽງ ເພີ່ມຂຶ້ນປະມານ 3,9 ແສນລ້ານເຢນ ເນື່ອງຈາກ ຈຳນວນ ປະຊາກອນ ຜູ້ສູງອາຍຸ ພາຍໃນ ປະເທດ ຍັງສືບຕໍ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ໂດຍສົກປີ ງົບປະມານ 2027 ນີ້ ແມ່ນກົງກັບ ໄລຍະ ເດືອນເມສາ 2027 ຈົນເຖິງ ເດືອນມີນາ 2028./
KPL