ຂປລ
ເຈົ້າໜ້າທີ່ ຕຳຫລວດ ອິນໂດເນເຊຍ ເປີດເຜີຍວ່າ ທາງການອິນໂດເນເຊຍ ໄດ້ເຂົ້າຢຶດຢາ ເມແອມເຟຕາມິນ ຊະນິດແຫລວ (ຢາໄອຊະນິດນ້ຳ) ລວມມີ ນໍ້າໜັກ 2,6 ໂຕນ ຈາກເຮືອທີ່ຕິດທຸງຊາດ ຕັງຊານີ ຢູ່ໝູ່ເກາະຣີເຢົາ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ຕຳຫລວດ ອິນໂດເນເຊຍ ເປີດເຜີຍວ່າ ທາງການອິນໂດເນເຊຍ ໄດ້ເຂົ້າຢຶດຢາ ເມແອມເຟຕາມິນ ຊະນິດແຫລວ (ຢາໄອຊະນິດນ້ຳ) ລວມມີ ນໍ້າໜັກ 2,6 ໂຕນ ຈາກເຮືອທີ່ຕິດທຸງຊາດ ຕັງຊານີ ຢູ່ໝູ່ເກາະຣີເຢົາ.
ການປະຕິບັດດັ່ງກ່າວ ເປັນການຮ່ວມມືກັນ ລະຫວ່າງ ຕຳຫລວດ ໝູ່ເກາະຣີເຢົາ, ສໍານັກງານ ປາບປາມ ຢາເສບຕິດແຫ່ງຊາດ ແລະ ກົມພາສີ ຫລັງຈາກ ໄດ້ຮັບຂໍ້ມູນ ຂ່າວສານ ກ່ຽວກັບ ການສົ່ງມອບ ຢາເສບຕິດ ທີ່ ຕ້ອງສົງໃສ ມາຈາກ ລັດຊາຣາວັກ ຂອງ ປະເທດ ມາເລເຊຍ.
ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ ຈັບຢຶດເຮືອ MV Ocean Porter ຢູ່ເຂດນ່ານນ້ຳ ແຄມຝັ່ງ ກາຣີມູນ ແລະ ໄດ້ກວດພົບ ຢາເມແອມເຟຕາມິນ ຊະນິດແຫລວບັນຈຸ ໃນຖັງ ຈຳນວນ 8 ຖັງ, ນ້ຳໜັກ 1,6 ໂຕນ ໃນເບື້ອງຕົ້ນ, ຈາກນັ້ນກໍກວດພົບເພີ່ມຕື່ມອີກ 1 ໂຕນ ໃນຖັງເກັບນ້ຳ ຂອງ ເຮືອ ເຮັດໃຫ້ຍອດລວມ ຂອງ ການຢຶດທັງໝົດ ລວມມີ 2,6 ໂຕນ. ນອກຈາກນີ້, ເຈົ້າໜ້າທີ່ ກ່ຽວຂ້ອງ ຍັງກວດພົບ ຕູ້ຄອນເທນເນີ ຂະໜາດ 40 ຟຸດ ເຊິ່ງບັນຈຸ ຢາສູບ ທີ່ບໍ່ມີສະແຕມເສຍພາສີ ຂອງ ອິນໂດເນເຊຍ ຈຳນວນ 157 ກ່ອງ. ປັດຈຸບັນ, ເຮືອ ແລະ ຂອງກາງ ທັງໝົດ ຖືກອາຍັດໄວ້ ເພື່ອດຳເນີນການ ສືບສວນສອບສວນ ເພີ່ມເຕີມ./
KPL