ຂປລ
ລັດຖະບານໄທ ໄດ້ອອກຖະແຫລງການ ໂດຍປະກາດໂຈະ ການອອກໃບອະນຸຍາດ ຊື້ອາວຸດປືນ ເປັນການຊົ່ວຄາວ ແລະ ໃຫ້ກວດກາ ໃບອະນຸຍາດຊື້-ຂາຍປືນ ໃນທົ່ວປະເທດ ທີ່ຍັງບໍ່ທັນສຳເລັດ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເວັບໄຊຂອງລັດຖະບານໄທ ລະບຸວ່າ: ລັດຖະບານໄທ ໄດ້ອອກຖະແຫລງການ ໂດຍປະກາດໂຈະ ການອອກໃບອະນຸຍາດ ຊື້ອາວຸດປືນ ເປັນການຊົ່ວຄາວ ແລະ ໃຫ້ກວດກາ ໃບອະນຸຍາດຊື້-ຂາຍປືນ ໃນທົ່ວປະເທດ ທີ່ຍັງບໍ່ທັນສຳເລັດ.ຖະແຫລງການດັ່ງກ່າວ ໄດ້ສະເໜີ ຫລາຍມາດຕະການ ຄວບຄຸມອາວຸດປືນ ເຊິ່ງລວມທັງ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ເພີ່ມທະວີ ການກວດກາຕໍ່ ເຈົ້າຂອງຮ້ານຂາຍ ອາວຸດປືນ ແລະ ລູກປືນ ຢູ່ສະໜາມຍິງປືນ ພ້ອມທັງ ກຽມຈະກຳນົດໃຫ້ໃບອະນຸຍາດຄອບຄອງ ແລະ ນຳໃຊ້ອາວຸດປືນ ຕ້ອງຕໍ່ອາຍຸ 3 ປີ. ຖະແຫລງການຍັງລະບຸວ່າ: ກະຊວງພາຍໃນຂອງໄທຈະຍື່ນ “ຮ່າງກົດໝາຍວ່າດ້ວຍ ອາວຸດປືນ” ສະບັບປັບປຸງ ພາຍໃນ 60 ວັນ.ໃນກອງປະຊຸມ ຄະນະລັດຖະບານໄທ ທີ່ຈັດຂຶ້ນໃນວັນທີ 11 ສິງຫານີ້, ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີໄທ ໄດ້ອອກຄຳສັ່ງ ໃຫ້ເພີ່ມທະວີ ຄວາມເຂັ້ມງວດ ໃນການຄວບຄຸມອາວຸດປືນ ໃນທົ່ວປະເທດ ພ້ອມທັງ ປາບປາມການຄອບຄອງອາວຸດປືນ ຜິດກົດໝາຍ ແລະ ອາວຸດປືນ ໃນຕະຫລາດມືດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL