ຂປລ
ທາງການຂອງກວາງຊີ ຂອງ ສປ ຈີນ ໄດ້ເຜີຍແຜ່ “ແຜນພັດທະນາ 5 ປີຄັ້ງທີ 15 ກ່ຽວກັບ ການພັດທະນາ ການສຶກສາກວາງຊີ” ໂດຍລະບຸ ຢ່າງຈະແຈ້ງວ່າ: ຈະສ້າງສູນການສຶກສາພາກພື້ນທີ່ ອວ່າຍໜ້າໄປສູ່ ອາຊຽນ ໃນໄລຍະ ຈັດຕັ້ງປະຕິບັດ ແຜນພັດທະນາ 5 ປີຄັ້ງທີ 15 (2026-2030)

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ທາງການຂອງກວາງຊີ ຂອງ ສປ ຈີນ ໄດ້ເຜີຍແຜ່ “ແຜນພັດທະນາ 5 ປີຄັ້ງທີ 15 ກ່ຽວກັບ ການພັດທະນາ ການສຶກສາກວາງຊີ” ໂດຍລະບຸ ຢ່າງຈະແຈ້ງວ່າ: ຈະສ້າງສູນການສຶກສາພາກພື້ນທີ່ ອວ່າຍໜ້າໄປສູ່ ອາຊຽນ ໃນໄລຍະ ຈັດຕັ້ງປະຕິບັດ ແຜນພັດທະນາ 5 ປີຄັ້ງທີ 15 (2026-2030) ໂດຍສະເໜີ ໃຫ້ເພີ່ມທະວີ ການສ້າງຍີ່ຫໍ້ “ໄປຮຽນຕໍ່ຢູ່ກວາງຊີ”, ຈັດກອງປະຊຸມ ວ່າດ້ວຍການຮ່ວມມື ດ້ານອາຊີວະສຶກສາຈີນ-ອາຊຽນໃຫ້ດີ ແລະ ລົງເລິກ ການຮ່ວມມື ກັບອົງການຈັດຕັ້ງສາກົນ ໃນພາກພື້ນ ເຊັ່ນ: ອົງການ ລັດຖະມົນຕີສຶກສາທິການອາຊີ ຕາເວັນອອກສຽງໃຕ້ ແລະ ອື່ນໆ. ແຜນພັດທະນດັ່ງກ່າວ ສະເໜີອອກມາວ່າ: ກວາງຊີ ຈະເລີ່ມປະຕິບັດ ແຜນການພັດທະນາ ຜູ້ມີຄວາມຮູ້ຄວາມສາມາດດ້ານປັນຍາປະດິດ “ຮ້ອຍພັນໝື່ນ” ທີ່ອວ່າຍໜ້າສູ່ ອາຊຽນ ໂດຍຈະບຳລຸງສ້າງ ຜູ້ມີຄວາມຮູ້ຄວາມສາມາດ ດ້ານການປະດິດສ້າງໃໝ່ ລະດັບປະລິນຍາໂທ ຮ້ອຍຄົນ, ລະດັບປະລິນຍາຕີ ພັນຄົນ ແລະ ຜູ້ມີຄວາມຮູ້ ຄວາມສາມາດ ທີ່ທັກສະແຮງງານທີ່ດີໝື່ນຄົນ. ວາງແຜນຈະສ້າງວິທະຍາໄລ ນາຍຊ່າງທັນສະໄໝຈີນ-ອາຊຽນ ປະມານ 20 ແຫ່ງ ແລະ ສ້າງຫລັກສູດທີ່ມີຄຸນນະພາບສູງ “ພາສາແມ່ ຂອງບັນດາປະເທດ ສະມາຊິກ ອາຊຽນ+” 100 ວິຊາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL