ສປ ຈີນ ເລີ່ມກໍ່ສ້າງຖານຝຶກຊ້ອມຕົວຈິງສາທາລະນະ ປັນຍາປະດິດ

12/08/2026 19:46
ຂປລ ໂຄງ​ການ​ກໍ່​ສ້າງ​ ຖານ​ຝຶກ​ຊ້ອມ​ຕົວ​ຈິງ​ ສາ​ທາ​ລະ​ນະ(ປັນ​ຍາ​ປະ​ດິດ) ກວາງ​ຊີ ໄດ້​ເລີ່ມ​ກໍ່​ສ້າງ​ ຢູ່​ນະ​ຄອນ​ໜານ​ໜິງ ເທດ​ສະ​ບານ ​ເຂດກວາງ​ຊີ​ ຂອງ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 10 ສິງ​ຫາ​ນີ້, ໂຄງ​ການ​ກໍ່​ສ້າງ​ ຖານ​ຝຶກ​ຊ້ອມ​ຕົວ​ຈິງ​ ສາ​ທາ​ລະ​ນະ(ປັນ​ຍາ​ປະ​ດິດ) ກວາງ​ຊີ ໄດ້​ເລີ່ມ​ກໍ່​ສ້າງ​ ຢູ່​ນະ​ຄອນ​ໜານ​ໜິງ ເທດ​ສະ​ບານ ​ເຂດກວາງ​ຊີ​ ຂອງ ສປ ຈີນ. ເມື່ອ​ສ້າງ​ສຳ​ເລັດ​ແລ້ວ, ໂຄງ​ການ​ດັ່ງ​ກ່າວ​ ຈະ​ກາຍ​ເປັນ​ຖານ​ຝຶກ​ຊ້ອມ​ຕົວ​ຈິງ​ ລະ​ດັບ​ແຂວງ​ ແຫ່ງ​ທຳ​ອິດ ​ຢູ່​ເຂດກວາງ​ຊີ ເພື່ອ​ຊຸກ​ຍູ້​ເຂດ​ກວາງ​ຊີ ແລະ ປະ​ເທດ​ສະ​ມາ​ຊິກ​ ອາ​ຊຽ​ນ ​ດຳ​ເນີນ​ການ​ຮ່ວມ​ມື ແລະ ແລກ​ປ່ຽນ​ດ້ານ​ການ​ຝຶກ​ອົບ​ຮົມ​ທັກ​ສະ,ຊຸກ​ຍູ້​ໃຫ້ທັກ​ສະ ແລະ ບຸກ​ຄະ​ລາ​ກອນ​ຖືກ “ສົ່ງ​ໄປ​ຕ່າງ​ປະ​ເທດ”.ໂຄງ​ການ​ດັ່ງ​ກ່າວ​​ ຈະ​ສຸມ​ໃສ່ ​ລາຍ​ການ​ຝຶກ​ຊ້ອມ 20 ລາຍ​ການ ເຊັ່ນ: ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ, ຄູ​ຝຶກ​ ປັນຍາປະດິດ(AI), ການ​ດຳ​ເນີນ​ງານ ແລະ ບຳ​ລຸງ​ຮັກ​ສາຫຸ່ນ​ຍົນ, ນາຍ​ຊ່າງ​ ດີ​ຈີ​ຕອນ ແລະ​ອື່ນໆ ໂດຍ​ປີ່ນ​ອ້ອມ ​ປັນ​ຍາ​ປະ​ດິດ, ເສດ​ຖະ​ກິດ ​​ການ​ບິນອາ​ກາດ​ຕ່ຳ, ການ​ຜະ​ລິດ​ ອັດ​ສະ​ລິ​ຍະ ແລະ ຂົງ​ເຂດ​ຈຸດ​ສຸມ​ອື່ນໆ ເຊິ່ງ​ຂະ​ໜາດ​ ການ​ຝຶກ​ຊ້ອມ​ຕົວ​ຈິງ ​ສາ​ມາດ​ບັນ​ລຸ​ ຫລາຍກວ່າ 30.000 ເທື່ອ​ຄົນ​ຕໍ່​ປີ.ພະ​ແນກ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ປະ​ກັນ​ສັງ​ຄົມ ​ເຂດກວາງ​ຊີ ​ລະ​ບຸ​ວ່າ: ການ​ກໍ່​ສ້າງ​ຖານ​ດັ່ງ​ກ່າວ​ ຈະ​ເສີມ​ຂະ​ຫຍາຍ​ ບົດ​ບາດ​ຄ້ຳ​ປະ​ກັນ​ ທີ່​ສຳ​ຄັນ​ໃຫ້​ແກ່​ ການ​ລົງ​ເລິກ​ ການ​ຮ່ວມ​ມື ​ດ້າ​ນ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ລະ​ຫວ່າງ​ ສປ ຈີນ-ອາ​ຊຽນ​ ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ./.(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top