ຂປລ
ໂຄງການ ສຳຫລວດ ແຮ່ທາດ ສຳຄັນ ຈາກແຫລ່ງ ໃຕ້ທະເລເລິກ ແຄມຊາຍຝັ່ງເກາະມິນາມິໂທຣິ ຢູ່ມະຫາສະໝຸດປາຊິຟິກ ໄດ້ຄົ້ນພົບ ແຮ່ຫາຍາກ ຊະນິດ ປານກາງ ແລະ ຫລາຍປະເພດ ເຊິ່ງເປັນ ວັດຖຸດິບ ສຳຄັນ ໃນການຜະລິດ ສິນຄ້າເຕັກໂນໂລຊີຂັ້ນສູງ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ຍີ່ປຸ່ນ ເປີດເຜີຍວ່າ: ໂຄງການ ສຳຫລວດ ແຮ່ທາດ ສຳຄັນ ຈາກແຫລ່ງ ໃຕ້ທະເລເລິກ ແຄມຊາຍຝັ່ງເກາະມິນາມິໂທຣິ ຢູ່ມະຫາສະໝຸດປາຊິຟິກ ໄດ້ຄົ້ນພົບ ແຮ່ຫາຍາກ ຊະນິດ ປານກາງ ແລະ ຫລາຍປະເພດ ເຊິ່ງເປັນ ວັດຖຸດິບ ສຳຄັນ ໃນການຜະລິດ ສິນຄ້າເຕັກໂນໂລຊີຂັ້ນສູງ.
ສຳນັກງານ ວິທະຍາສາດ ແລະ ເຕັກໂນໂລຊີ ທາງທະເລ-ທໍລະນີ ແຫ່ງຍີ່ປຸ່ນ ເປີດເຜີຍວ່າ: ຜົນການວິເຄາະຕົວຢ່າງ ຂີ້ຕົມ ໃຕ້ທະເລ ກວດພົບວ່າ ແຮ່ຫາຍາກ ຊະນິດປານກາງ ແລະ ຊະນິດໜັກ ເຊັ່ນ: ອິດເຕຣຽມ; ແກໂດລິນຽມ ແລະ ດິສໂປຣຊຽມ ກວມເອົາ ອັດຕາສ່ວນ ປະມານ 54% ຂອງ ແຮ່ຫາຍາກທັງໝົດ ທີ່ ສະກັດໄດ້ ຈາກຕົວຢ່າງຂີ້ຕົມ, ໃນຂະນະທີ່ ແຮ່ຫາຍາກຊະນິດເບົາ ເຊັ່ນ: ນີໂອໄດມຽມ ມີອັດຕາສ່ວນ 46%. ເຖິງຢ່າງໃດກໍຕາມ, ບໍ່ມີການເປີດເຜີຍ ປະລິມານ ແຮ່ຫາຍາກ ທັງໝົດ ທີ່ ເກັບໄດ້ຈາກຕົວຢ່າງ ຂີ້ຕົມດັ່ງກ່າວ./
KPL