ຂປລ
ຣັດເຊຍ ຈະຂະຫຍາຍເວລາ ຫ້າມສົ່ງອອກນ້ຳມັນ ແອັດຊັງ ຈົນເຖິງທ້າຍປີ 2026 ເພື່ອຮັກສາ ສະຖຽນລະພາບ ຂອງ ປະລິມານ ເຊື້ອໄຟ ພາຍໃນປະເທດ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ອາເລັກຊານເດີ ໂນວັດ (Alexander Novak) ຮອງນາຍົກ ລັດຖະມົນຕີ ຣັດເຊຍ ເປີດເຜີຍ ວ່າ: ຣັດເຊຍ ຈະຂະຫຍາຍເວລາ ຫ້າມສົ່ງອອກນ້ຳມັນ ແອັດຊັງ ຈົນເຖິງທ້າຍປີ 2026 ເພື່ອຮັກສາ ສະຖຽນລະພາບ ຂອງ ປະລິມານ ເຊື້ອໄຟ ພາຍໃນປະເທດ.
ການຕັດສິນໃຈ ດັ່ງກ່າວ ໄດ້ເກີດຂຶ້ນ ໃນກອງປະຊຸມ ປະຕິບັດການ ຂອງ ລັດຖະບານ ໂດຍຈະມີ ຜົນບັງຄັບໃຊ້ ລວມທັງ ກຸ່ມຜູ້ຜະລິດ ແລະ ກຸ່ມທີ່ບໍ່ແມ່ນ ຜູ້ຜະລິດ ນ້ຳມັນແອັດຊັງ. ສ່ວນນ້ຳມັນ ກາຊວນນັ້ນ ລະບຸວ່າ ລັດຖະບານຣັດເຊຍຈະຍົກເລີກ ມາດຕະການ ຫ້າມສົ່ງອອກ ນ້ຳມັນ ກາຊວນ ເມື່ອຕະຫລາດ ພາຍໃນປະເທດ ກັບຄືນສູ່ພາວະປົກກະຕິ ເພື່ອໃຫ້ໂຮງກັ່ນນ້ຳມັນ ສາມາດ ຫລີກລ້ຽງ ພາວະ ອຸປະທານລົ້ນຕະຫລາດ ແລະ ບໍ່ຈຳເປັນຕ້ອງຫລຸດກຳລັງ ການກັ່ນລົງ./
KPL