ຄວາມໝາຍຂອງບຸນພັນສາ ຕາມຫລັກພຸດທະສາສະໜາ

28/07/2026 09:12
ຂປລ ຂປລ. ບຸນເຂົ້າພັນສາ ເປັນບຸນປະເພນີສຳຄັນອີກບຸນໜຶ່ງໃນຮີດສິບສອງຂອງຊາວລາວ ທີ່ສືບທອດມາແຕ່ບູຮານ ແລະ ເປັນວັນທີ່ພຸດທະສາສະນິກະຊົນທົ່ວປະເທດໄດ້ຮ່ວມກັນທຳບຸນ ຖວາຍສັງຄະທານ, ຖວາຍທຽນພັນສາ ແລະ ຜ້າ ອາບນ້ຳຝົນ ຊຶ່ງບຸນເຂົ້າພັນສາຈະຈັດຂຶ້ນໃນວັນຂຶ້ນ 15 ຄໍ່າ ເດືອນ 8 ຕາມປະຕິທິນຈັນທະຄະຕິ ເປັນວັນທີ່ພະສົງເລີ່ມເຂົ້າຈຳພັນສາເປັນເວລາ 3 ເດືອນໃນລະດູຝົນ.

ຂປລ. ບຸນເຂົ້າພັນສາ ເປັນບຸນປະເພນີສຳຄັນອີກບຸນໜຶ່ງໃນຮີດສິບສອງຂອງຊາວລາວ ທີ່ສືບທອດມາແຕ່ບູຮານ ແລະ ເປັນວັນທີ່ພຸດທະສາສະນິກະຊົນທົ່ວປະເທດໄດ້ຮ່ວມກັນທຳບຸນ ຖວາຍສັງຄະທານ, ຖວາຍທຽນພັນສາ ແລະ ຜ້າ ອາບນ້ຳຝົນ ຊຶ່ງບຸນເຂົ້າພັນສາຈະຈັດຂຶ້ນໃນວັນຂຶ້ນ 15 ຄໍ່າ ເດືອນ 8 ຕາມປະຕິທິນຈັນທະຄະຕິ ເປັນວັນທີ່ພະສົງເລີ່ມເຂົ້າຈຳພັນສາເປັນເວລາ 3 ເດືອນໃນລະດູຝົນ.

ເຂົ້າພັນສາ ແປວ່າ ພັກຝົນ ໝາຍເຖິງວ່າພະພິກຂຸສົງຕ້ອງຢູ່ປະຈຳໃນວັດໃດໜຶ່ງລະຫວ່າງລະດູຝົນ ໂດຍເຫດທີ່ພະພິກຂຸໃນສະໄໝພຸດທະການ ມີໜ້າທີ່ຈະຕ້ອງຈາລຶກໂຜດສັດ ແລະເຜີຍແຜ່ພະທຳອຳສັ່ງສອນແກ່ປະຊາຊົນໃນສະຖານທີ່ຕ່າງໆ ບໍ່ຈຳເປັນຕ້ອງມີບ່ອນຢູ່ປະຈຳເຖິງແມ່ນວ່າຈະເປັນລະດູຝົນ ຊາວບ້ານຈຶ່ງຕຳໜິວ່າໄປຢຽມເຂົ້າກ້າ ແລະພືດພັນອື່ນໆຈົນເສຍຫາຍພະພຸດທະເຈົ້າຈຶ່ງຊົງວາງລະບຽບການຈຳພັນສາໃຫ້ພະພິກຂຸຢູ່ປະຈຳບ່ອນເກົ່າຕະຫລອດ 3 ເດືອນ ໃນລະດູຝົນ ຄື: ເລີ່ມຕັ້ງແຕ່ມື້ແຮມ 15 ຄ່ຳ ເດືອນ 8 ຂອງທຸກປີ ເອີ້ນວ່າປຸຣິມະພັນສາ. ການຈຳພັນສາມີຕົ້ນກຳເນີດຕັ້ງແຕ່ສະໄໝພະພຸດທະເຈົ້າ ເມື່ອພະພຸດທະເຈົ້າຊົງກຳນົດໃຫ້ພະສົງພັກຢູ່ປະຈຳວັດໃນລະດູຝົນ ເພື່ອຫລີກເວັ້ນການເດີນທາງ ອັນອາດກໍ່ໃຫ້ເກີດຄວາມເສຍຫາຍຕໍ່ພືດພັນ ແລະ ສັດນ້ອຍ ພ້ອມທັງເປັນການເປີດໂອກາດໃຫ້ພະສົງມີເວລາຫລາຍຂຶ້ນໃນການສຶກສາພະທຳ ແລະ ການປະພຶດປະຕິບັດທາງທຳ.

ສ່ວນພຸດທະສາສະນິກະຊົນ ບຸນເຂົ້າພັນສາເປັນຊ່ວງເວລາແຫ່ງການສະສົມຄຸນງາມຄວາມດີ ໂດຍການຮັກສາສິນ, ໄຫວ້ພະສູດມົນ, ຟັງທຳ, ຈະເລີນເມດຕາພາວະນາ, ເຮັດບຸນບຳເພັນກຸສົນນຳພະສົງສາມະເນນ, ລະເວັ້ນອະບາຍຍະມຸກ  ແລະ ເປັນການສະສົມບຸນກຸສົນ ດ້ວຍການເຮັດບຸນຕັກບາດ, ຖວາຍອາຫານ, ຖວາຍທຽນພັນສາ, ຜ້າອາບນ້ຳຝົນ ແລະ ປັດໄຈຕ່າງໆແກ່ພະສົງ. ນອກຈາກນັ້ນ, ປະຊາຊົນຫລາຍຄົນຍັງຕັ້ງໃຈຮັກສາສິນ 5 ຫລື ສິນ 8, ງົດເຫລົ້າ, ງົດອະບາຍມຸກ ແລະ ປະພຶດແຕ່ຄວາມດີຕະຫລອດໄລຍະເຂົ້າພັນສາ.

ສຳລັບພະສົງ ທີ່ຈຳພັນສາ ຖ້ວນໄຕຣມາດ ຫລື ຄົບ 3 ເດືອນ ຈະໄດ້ຮັບອານິສົງການຍົກເວັ້ນພະວິໄນ 5 ຂໍ້ ຄື: 1. ເດີນ ທາງອອກຈາກວັດໂດຍທີ່ບໍ່ຕ້ອງຂໍອະນຸຍາດເຈົ້າອະທິການວັດ ຫລື ພະສົງອົງອື່ນ; 2. ເດີນທາງໄປຄ້າງບ່ອນອື່ນ ໂດຍທີ່ບໍ່ຕ້ອງຖືຜ້າຈີວອນຄົບ 3 ຜືນ; 3. ສັນເຂົ້າຮ່ວມຄະນະໄດ້; 4. ເກັບອະຕິເຣກະຈີວອນ ໄດ້ຕາມຄວາມປາຖະນາ; 5. ເກັບຮັກສາຜ້າຈີວອນ ເມື່ອມີຄົນມາຖວາຍໄດ້ ໂດຍບໍ່ຕ້ອງສະລະເຂົ້າກອງກາງ.

ບຸນເຂົ້າພັນສາ ບໍ່ພຽງແຕ່ສະທ້ອນເຖິງຄວາມເລື່ອມໃສໃນພະພຸດທະສາສະໜາເທົ່ານັ້ນ ແຕ່ຍັງເປັນການປູກຝັງຄຸນນະທຳຈິດໃຈ, ສົ່ງເສີມຄວາມກະຕັນຍູ, ຄວາມສາມັກຄີ ແລະ ການດຳລົງຊີວິດຕາມຫລັກທຳຄຳສອນ. ຂະນະດຽວກັນ ປະເພນີດັ່ງກ່າວຍັງເປັນສ່ວນໜຶ່ງຂອງມໍລະດົກທາງວັດທະນະທຳອັນຊົງຄຸນຄ່າ ທີ່ຊາວລາວໄດ້ຮ່ວມກັນຮັກສາ ແລະ ສືບທອດຈາກຮຸ່ນສູ່ຮຸ່ນ. ການສືບສານປະເພນີອັນດີງາມນີ້ ເປັນການອະນຸລັກເອກະລັກທາງວັດທະນະທຳຂອງຊາດ ແລະ ປູກຈິດສຳນຶກໃຫ້ຄົນຮຸ່ນໃໝ່ໄດ້ຮູ້ຄຸນຄ່າຂອງປະເພນີ ແລະ ພະພຸດທະສາສະໜາ ເພື່ອຮ່ວມກັນສືບທອດໃຫ້ຄົງຢູ່ຄູ່ສັງຄົມລາວຕະຫລອດໄປ.

KPL

ຂ່າວອື່ນໆ

    • ສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງບົດ-ສາລະຄະດີ

      ສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງ

      7/28/2026 9:34:27 AM

      ງານສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງຈັດຂຶ້ນເມື່ອບໍ່ດົນຜ່ານມາຢູ່ບາງກອກ, ລາຊະອານາຈັກໄທ, ມີບັນດາຜູ້ກໍ່ຕັ້ງ, ຄະນະສະພາບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ ຕາງໜ້າຈາກພາກລັດ ແລະ ພາກ ເອກະຊົນຂອງບັນດາປະເທດອະນຸພາກພ້ືນແມ່ນໍ້າຂອງ, ລວມທັງບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

    • ການຈັດຕັ້ງປະບັດມະຕິວ່າດ້ວຍ ສອຈ ມີຫລາຍດ້ານພົ້ນເດັ່ນບົດ-ສາລະຄະດີ

      ການຈັດຕັ້ງປະບັດມະຕິວ່າດ້ວຍ ສອຈ ມີຫລາຍດ້ານພົ້ນເດັ່ນ

      7/28/2026 9:25:42 AM

      ຂປລ. ການຈັດຕັ້ງປະຕິບັດ ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ຖືເປັນທິດທາງຍຸດທະສາດທີ່ສໍາຄັນ ໃນການບູລະນະ ແລະ ຟື້ນຟູເສດຖະກິດ-ສັງຄົມ ຂອງສປປ ລາວ

    • ເຄື່ອນໄກວຢ້ຽມຢາມ ແລະ ໂອ້ລົມຢູ່ຕາແສງກະດັນບົດ-ສາລະຄະດີ

      ເຄື່ອນໄກວຢ້ຽມຢາມ ແລະ ໂອ້ລົມຢູ່ຕາແສງກະດັນ

      7/28/2026 9:21:45 AM

      ເມ່ືອບ່ໍດົນມານີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກດຖະມົນຕີ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ພົບປະໂອ້ລົມກັບຄະນະພັກ, ອົງການປົກຄອງເມືອງໂຂງ, ຄະນະກຳມະການປົກຄອງຕາແສງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພໍ່ແມ່ປະຊາຊົນຢູ່ຕາແສງກະດັນ ເມືອງໂຂງ ແຂວງຈຳປາສັກ.

    • ຂັບຂີ່ໃຫ້ປອດໄພ ຕ້ອງປະຕິບັດແນວໃດ?ບົດ-ສາລະຄະດີ

      ຂັບຂີ່ໃຫ້ປອດໄພ ຕ້ອງປະຕິບັດແນວໃດ?

      7/28/2026 9:20:49 AM

      ຂປລ. ການຂັບຂີ່ຢ່າງປອດໄພ ເປັນປັດໄຈສຳຄັນທີ່ຊ່ວຍຫລຸດຜ່ອນອຸບັດເຫດ ແລະ ປົກປ້ອງຊີວິດ ພ້ອມທັງຊັບສິນຂອງຕົນເອງ ແລະ ຜູ້ອື່ນ. ຜູ້ໃຊ້ລົດໃຊ້ຖະໜົນທຸກຄົນ ຄວນຍຶດໝັ້ນຫລັກການສຳຄັນດັ່ງຕໍ່ໄປນີ້:

    • ບໍລິສັດ ໂຊກຣີນລາວ ສົ່ງເສີມການລ້ຽງເຜິ້ງ-ຜະລິດນໍ້າເຜີ້ງທໍາມະຊາດອອກສູ່ສັງຄົມບົດ-ສາລະຄະດີ

      ບໍລິສັດ ໂຊກຣີນລາວ ສົ່ງເສີມການລ້ຽງເຜິ້ງ-ຜະລິດນໍ້າເຜີ້ງທໍາມະຊາດອອກສູ່ສັງຄົມ

      7/28/2026 9:19:03 AM

      ຂປລ. ເມື່ອ​ເວົ້າ​ເຖິງ​ນໍ້າເຜີ້ງ​ແລ້ວ​ຫລາຍ​ຄົນ ອາດ​ຈະ​ຄິດ​ວ່າ​ມີ​ແຕ່​ໃນ​ທໍາ​ມະ​ຊາດ​ຢ່າງ​ດຽວ​​ເທົ່າ​ນັ້ນ, ​ແຕ່​ຄວາມ​ຈິງ​ເປັນຈິງ ປັດຈຸບັນຫລາຍຄອບຄົວໄດ້ຫັນມາປະກອບອາຊີບລ້ຽງເຜິ້ງກັນຫລາຍຂຶ້ນ ເນ່ືອງຈາກນ້ຳເຜິ້ງທຳມະຊາດພຽງຢ່າງດຽວບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດໄດ້ພຽງພໍ.

ads
ads

Top