ຂປລ
ຂປລ. ນັບແຕ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂ້ຶນໃນວັນທີ 22 ມີນາ 1955 ເປັນຕົ້ນມາ, ພັກໄດ້ໃຫ້ຄວາມສຳຄັນຕໍ່ການປຸກລະດົມ, ກໍ່ສ້າງ ແລະ ພັດທະນາແມ່ຍິງ ໃຫ້ມີຄວາມຕື່ນຕົວທາງການເມືອງ ເພື່ອເຂົ້າຮ່ວມພາລະກິດປະຕິວັດ ໂດຍຖືວ່າແມ່ຍິງເປັນກຳລັງແຮງສຳຄັນຂອງພັກ ແລະ ຂອງຊາດ.

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ, ວັນທີ 20 ກໍລະກົດ 1955- 20 ກໍລະກົດ 2026)
ຂປລ. ນັບແຕ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂ້ຶນໃນວັນທີ 22 ມີນາ 1955 ເປັນຕົ້ນມາ, ພັກໄດ້ໃຫ້ຄວາມສຳຄັນຕໍ່ການປຸກລະດົມ, ກໍ່ສ້າງ ແລະ ພັດທະນາແມ່ຍິງ ໃຫ້ມີຄວາມຕື່ນຕົວທາງການເມືອງ ເພື່ອເຂົ້າຮ່ວມພາລະກິດປະຕິວັດ ໂດຍຖືວ່າແມ່ຍິງເປັນກຳລັງແຮງສຳຄັນຂອງພັກ ແລະ ຂອງຊາດ.
ວັນທີ 20 ກໍລະກົດ ປີ 1955 ພັກໄດ້ຈັດຕັ້ງ “ໜ່ວຍຄົ້ນຄວ້າວຽກງານແມ່ຍິງ” ຂຶ້ນຢ່າງເປັນທາງການ ຊຶ່ງນັບເປັນຈຸດກຳເນີດຂອງອົງການຈັດຕັ້ງແມ່ຍິງລາວ. ຄະນະນຳຊຸດທຳອິດປະກອບດ້ວຍ 3 ສະຫາຍ ຄື: ນາງຄຳຫລ້າ ວົງສັກ ເປັນຫົວໜ້າ, ນາງ ຄຳສຸກ ວົງວິຈິດ ເປັນຮອງຫົວໜ້າ ແລະ ນາງ ຄແພງ ບຸບຜາ ເປັນກຳມະການ.
ໃນໄລຍະເລີ່ມຕົ້ນ, ຢູ່ຮາກຖານຍັງມີໜ່ວຍຍຸວັນນາລີ, ໜ່ວຍແມ່ຍິງນັກຮົບ ແລະ ໜ່ວຍເອື້ອຍນັກຮົບ ປະຕິບັດໜ້າທີ່ລ້ຽງດູ, ຊຸກເຊື່ອງ, ຕິດຕໍ່, ສົ່ງເອກະສານ ແລະ ລຳລຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມ ໃຫ້ແກ່ກຳລັງນັກຮົບຢູ່ແນວໜ້າ. ພ້ອມກັນນັ້ນ, ຍັງໄດ້ປຸກລະດົມຊາວໜຸ່ມ ແລະ ປະຊາຊົນເຂົ້າຮັບໃຊ້ຊາດ, ສົ່ງເສີມການຜະລິດ, ສ້າງຂະບວນການແນວຫລັງ ແລະ ເຕົ້າໂຮມແມ່ຍິງບັນດາເຜົ່າ ເຂົ້າຮ່ວມຕໍ່ສູ້ປົດປ່ອຍຊາດ ຄຽງບ່າຄຽງໄຫລ່ກັບອ້າຍນ້ອງຊາຍ. ເດືອນມັງກອນ 1956 ເພື່ອໃຫ້ສອດຄ່ອງກັບການເຕີບໃຫຍ່ຂອງອົງການ ແລະ ພາລະກິດການປະຕິວັດ, “ໜ່ວຍຄົ້ນຄວ້າວຽກງານແມ່ຍິງ” ໄດ້ປ່ຽນຊື່ເປັນ “ສະມາຄົມແມ່ຍິງລາວຮັກຊາດ”. ອົງການໃໝ່ນີ້ໄດ້ສືບຕໍ່ບົດບາດຈາກໜ່ວຍຄົ້ນຄວ້າວຽກງານແມ່ຍິງ ແລະ ຂະຫຍາຍການຈັດຕັ້ງລົງສູ່ຮາກຖານ ເພື່ອທົດແທນໜ່ວຍຍຸວັນນາລີ, ໜ່ວຍແມ່ຍິງນັກຮົບ ແລະ ໜ່ວຍເອື້ອຍນັກຮົບ. ສະມາຄົມແມ່ຍິງລາວຮັກຊາດ ແມ່ນເຮັດໜ້າທີ່ເຕົ້າໂຮມຄວາມສາມັກຄີຢ່າງກວ້າງຂວາງລະຫວ່າງແມ່ຍິງລາວບັນດາເຜົ່າ, ຜູ້ມີນ້ໍາໃຈຮັກຊາດ, ຮັກສັນຕິພາບ ໂດຍບໍ່ຈໍາແນກຜູ້ຮັ່ງມີ, ຜູ້ທຸກຈົນ, ຊົນຊັ້ນ, ຊົນຊາດ, ສາສະໜາ, ໂດຍຮ່ວມກັບປວງຊົນລາວທັງຊາດ ຕັດສິນໃຈຕໍ່ສູ້ໂຄ່ນລົ້ມຈັກກະພັດຜູ້ຮຸກຮານ ແລະ ລູກແຫລ່ງຕີນມື, ເພື່ອປົດປ່ອຍປະເທດຊາດ ຍາດເອົາຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງຊາດລາວ; ກໍ່ສ້າງປະເທດໃຫ້ມີສັນຕິພາບ, ເອກະລາດ, ເປັນກາງ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.

ໃນໄລຍະຕໍ່ສູ້ກູ້ຊາດ, ແມ່ຍິງລາວໄດ້ປະກອບສ່ວນຢ່າງສຳຄັນທັງການຜະລິດ, ການສະໜອງສະບຽງອາຫານ, ການຮັກສາພະຍາບານ, ການລຳລຽງ, ການຂ່າວສານ ແລະ ການເຂົ້າຮ່ວມສູ້ຮົບ. ແມ່ຍິງຈຳນວນຫລາຍໄດ້ເສຍສະຫລະຊີວິດ ແລະ ອຸທິດແຮງກາຍແຮງໃຈເພື່ອເອກະລາດຂອງຊາດ. ຫລັງຈາກປະເທດລາວໄດ້ຮັບໄຊຊະນະໃນປີ 1975, ສະຫະພັນແມ່ຍິງລາວໄດ້ຫັນມາສຸມໃສ່ການຟື້ນຟູ ແລະ ພັດທະນາປະເທດ, ສົ່ງເສີມການສຶກສາ, ສາທາລະນະສຸກ, ການສ້າງອາຊີບ, ການພັດທະນາຄອບຄົວ ແລະ ຍົກສູງບົດບາດຂອງແມ່ຍິງໃນທຸກຂົງເຂດ.

ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ກໍຄືຂອງປະເທດຊາດໃນໄລຍະໃໝ່. ກອງປະຊຸມໃຫຍ່ຄັ້ງປະຫວັດສາດ ຂອງແມ່ຍິງລາວທົ່ວປະເທດ ຄັ້ງທີ I ໄດ້ໄຂຂຶ້ນ ໃນວັນທີ 21-24 ມີນາ 1984 ແລະ ໄດ້ຕົກລົງເປັນເອກະພາບ ປ່ຽນຊື່ຈາກ “ສະມາຄົມແມ່ຍິງລາວຮັກຊາດ” ມາເປັນ “ສະຫະພັນແມ່ຍິງລາວ" ນັບແຕ່ນັ້ນເປັນຕົ້ນມາ.
ຕະຫລອດໄລຍະ 71 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່, ສະຫະພັນແມ່ຍິງລາວ ໄດ້ສືບຕໍ່ພາລະກິດໃນການເຕົ້າໂຮມແມ່ຍິງລາວບັນດາເຜົ່າ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກ, ສົ່ງເສີມຄວາມສະ
ເໝີພາບຍິງ-ຊາຍ, ພັດທະນາຄຸນນະພາບຊີວິດ ແລະ ປະກອບສ່ວນສຳຄັນໃນການພັດທະນາ ແລະ ປົກປັກຮັກສາປະເທດຊາດ.
KPL