ຮູ້ທັນ ແລະ ຮັບມືກັບໄພພິບັດທາງທຳມະຊາດ

19/07/2026 11:33
ຂປລ ຂປລ. ໃນປັດຈຸບັນ, ການປ່ຽນແປງສະພາບພູມອາກາດຂອງໂລກ ເຮັດໃຫ້ເກີດໄພພິບັດທາງທຳມະຊາດ ເຊັ່ນ: ອຸທົກກະໄພ (ນ້ຳຖ້ວມ), ພາຍຸລົມແຮງ, ສັດຕູພືດ ແລະ ໄພແຫ້ງແລ້ງ ມີຄວາມຮຸນແຮງ ແລະ ຄາດເດົາໄດ້ຍາກຂຶ້ນ.

ຂປລ. ໃນປັດຈຸບັນ, ການປ່ຽນແປງສະພາບພູມອາກາດຂອງໂລກ ເຮັດໃຫ້ເກີດໄພພິບັດທາງທຳມະຊາດ ເຊັ່ນ: ອຸທົກກະໄພ (ນ້ຳຖ້ວມ), ພາຍຸລົມແຮງ, ສັດຕູພືດ ແລະ ໄພແຫ້ງແລ້ງ ມີຄວາມຮຸນແຮງ ແລະ ຄາດເດົາໄດ້ຍາກຂຶ້ນ. ເນື່ອງຈາກພວກເຮົາບໍ່ສາມາດຫ້າມທຳມະຊາດໄດ້, ສິ່ງທີ່ສຳຄັນທີ່ສຸດຄື "ການຮຽນຮູ້ທີ່ຈະຢູ່ລອດ ແລະ ຮັບມືຢ່າງມີສະຕິ". ສະນັ້ນ, ຄໍລຳ ສິ່ງແວດລ້ອມ ໜັງສືພິມປະເທດລາວ ຂໍຍົກເອົາ 3 ຂັ້ນຕອນຫລັກໃນການຮັບມືກັບໄພທຳມະຊາດ  ເພື່ອເປັນບົດຮຽນໃຫ້ແກ່ພວກເຮົາ ທັງກະກຽມຄວາມພ້ອມຮັບມືກັບໄພທຳມະຊາດທີ່ອາດເກີດຂຶ້ນໃນລະດູຝົນຄືປັດຈຸບັນນີ້. 

ອັນໜຶ່ງ: ການກຽມພ້ອມກ່ອນເກີດໄພພິບັດ (ກຽມກາຍ ແລະ ໃຈ); ການປ້ອງກັນ ແລະ ກຽມພ້ອມລ່ວງໜ້າ ແມ່ນວິທີທີ່ຫລຸດຜ່ອນຄວາມເສຍຫາຍໄດ້ດີທີ່ສຸດ: ພວກເຮົາຕ້ອງຕິດຕາມຂ່າວສານເປັນປະຈຳ, ໝັ່ນຕິດຕາມການແຈ້ງເຕືອນສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງໃກ້ຊິດໂດຍສະເພາະໃນລະດູຝົນຄືປັດຈຸບັນ; ກຽມກະເປົາສຸກເສີນ: ຄວນມີກະເປົາທີ່ຮວບຮວມສິ່ງຈຳເປັນ ທີ່ສາມາດຫິ້ວໜີໄດ້ທັນທີເຊັ່ນ: ນ້ຳດື່ມ, ອາຫານແຫ້ງ, ຢາປະຈຳຕົວ, ໄຟສາຍ, ໝໍ້ໄຟສຳຮອງ (Power bank), ເອກະສານສຳຄັນ (ໃສ່ຖົງຢາງກັນນ້ຳ) ແລະ ເງິນສົດຈຳນວນໜຶ່ງ; ວາງແຜນໃນຄອບຄົວ: ກຳນົດຈຸດນັດພົບທີ່ປອດໄພຮ່ວມກັນໃນຄອບຄົວ ຫາກເກີດເຫດການທີ່ຕ້ອງໄດ້ອົບພະຍົບ ແລະ ແຍກທາງກັນ.

ອັນທີສອງ: ການປະຕິບັດຕົວລະຫວ່າງເກີດໄພພິບັດ (ມີສະຕິ ແລະ ເອົາຕົວລອດ) ເມື່ອເກີດເຫດການຂຶ້ນ ສິ່ງທຳອິດທີ່ຕ້ອງເຮັດຄື: "ຕັ້ງສະຕິ ບໍ່ແຕກຕື່ນ": ກໍລະນີນ້ຳຖ້ວມຊືກຊົນ/ນ້ຳປ່າໄຫລຊຸ ກໍຟ້າວຍົກຍ້າຍສິ່ງຂອງ ແລະ ສັດ ລ້ຽງຂຶ້ນບ່ອນສູງ; ຕັດກະແສໄຟຟ້າ (ສະວິດໄຟ) ໃນເຮືອນທັນທີ ເພື່ອປ້ອງກັນໄຟດູດ; ຫລີກລ່ຽງການຍ່າງ ຫລືຂັບຂີ່ພາ ຫະນະຝ່ານ້ຳໄຫລຊຸ; ກໍລະນີພາຍຸລົມແຮງ ຕ້ອງຫລົບຢູ່ແຕ່ໃນອາຄານທີ່ໝັ້ນຄົງຖາວອນ, ຫ້າມຢູ່ໃກ້ປ່ອງຢ້ຽມແກ້ວ; ຢູ່ຫ່າງຈາກຕົ້ນໄມ້ໃຫຍ່, ປ້າຍໂຄສະນາ ແລະ ເສົາໄຟຟ້າ ເພາະອາດຫັກລົງມາທັບໄດ້.

ອັນທີສາມ: ການຟື້ນຟູ ແລະ ປະຕິບັດຕົວຫລັງເກີດໄພພິບັດ (ກວດເຊັກ ແລະ ລະວັງ) ຫລັງຈາກສະຖານະການຫລຸດລົງ ຍັງມີສິ່ງທີ່ຕ້ອງລະມັດລະວັງເພີ່ມເຕີມຄື: ກວດສອບຄວາມປອດໄພຂອງເຮືອນເປັນຕົ້ນແມ່ນໂຄງສ້າງເຮືອນ, ລະບົບໄຟຟ້າ ແລະ ລະບົບນ້ຳ ກ່ອນຈະເປີດນຳໃຊ້ ຫລື ເຂົ້າໄປຢູ່ອາໄສ; ລະວັງພະຍາດ ໄພໄຂ້ເຈັບເປັນ ພາຍຫລັງນ້ຳຖ້ວມມັກຈະເກີດພະຍາດເຊັ່ນ: ພະຍາດຖອກທ້ອງ, ໄຂ້ຍຸງ ແລະ ພະຍາດສັດກັດຕອດ (ງູ ຫລື ແມງງອດ ທີ່ໜີນ້ຳມາ); ຄວນກິນອາຫານທີ່ປຸງສຸກໃໝ່ໆ ແລະ ດື່ມນ້ຳສະອາດ.

ນອກຈາກນີ້, ຕ້ອງໄດ້ຟື້ນຟູສະພາບຈິດໃຈ,ໃຫ້ກຳລັງໃຈເຊິ່ງກັນ ແລະ ກັນໃນຄອບຄົວ ແລະ ຊຸມຊົນ ເພື່ອຮ່ວມກັນເລີ່ມຕົ້ນໃໝ່. ຂະນະທີ່ໄພພິບັດທາງທຳມະຊາດເປັນສິ່ງທີ່ພວກເຮົາຫລີກລ່ຽງບໍ່ໄດ້, ແຕ່ ຄວາມບໍ່ປະໝາດ ແລະ ການມີສະຕິ ຈະເປັນການປ້ອງກັນທີ່ດີທີ່ສຸດ. ການຮຽນຮູ້ວິທີຮັບມືຢ່າງຖືກຕ້ອງ ບໍ່ພຽງແຕ່ຊ່ວຍປົກປ້ອງຊັບສິນເທົ່ານັ້ນ, ແຕ່ມັນໝາຍເຖິງການຮັກສາຊີວິດຂອງຕົວເຮົາ ແລະ ຄົນທີ່ເຮົາຮັກໃຫ້ປອດໄພ.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ຜະລິດກະສິກຳອິນຊີ ສ້າງລາຍຮັບໝັ້ນຄົງ ຍົກລະດັບຊີວິດຄອບຄົວບົດ-ສາລະຄະດີ

      ຜະລິດກະສິກຳອິນຊີ ສ້າງລາຍຮັບໝັ້ນຄົງ ຍົກລະດັບຊີວິດຄອບຄົວ

      7/19/2026 12:01:20 PM

      ຂປລ.ການຫັນປ່ຽນຈາກການຜະລິດກະສິກຳເພື່ອບໍລິໂພກພາຍໃນຄອບຄົວ ມາສູ່ການຜະລິດເປັນສິນຄ້າກຳລັງເປັນທິດທາງສຳຄັນໃນການພັດທະນາຊົນນະບົດ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວຊາວກະສິກອນ. ເມື່ອກ່ອນການຜະລິດກະສິກຳຂອງປະຊາຊົນບັນດາເຜົ່າ ແມ່ນຍັງຜະລິດແບບປະຖົມປະຖານ, ຕາມມີຕາມເກີດພໍໃຜພໍລາວ

    • ວິຖີຊີວິດ ແລະ ວັດທະນະທຳ ຂອງຊົນເຜົ່າມ້ອຍບົດ-ສາລະຄະດີ

      ວິຖີຊີວິດ ແລະ ວັດທະນະທຳ ຂອງຊົນເຜົ່າມ້ອຍ

      7/19/2026 11:55:35 AM

      ຂປລ. ຊົນເຜົ່າມ້ອຍ ເປັນໜຶ່ງໃນຊົນເຜົ່າທີ່ມີປະຫວັດຄວາມເປັນມາຍາວນານ ແລະ ມີເອກະລັກທາງດ້ານວັດທະນະທຳ ທີ່ຍັງຄົງຮັກສາໄວ້ຈົນເຖິງປັດຈຸບັນ. ຕາມຄຳບອກເລົ່າຂອງຜູ້ເຖົ້າຜູ້ແກ່ ບັນພະບຸລຸດຂອງຊາວມ້ອຍ ເຂົາເຈົ້າໄດ້ອົບພະຍົບຈາກເຂດຫົວເມືອງ ແຂວງແທງຮວາ ສສ ຫວຽດນາມ

    • ຄວາມສຳຄັນຂອງກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງທີ Iບົດ-ສາລະຄະດີ

      ຄວາມສຳຄັນຂອງກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງທີ I

      7/19/2026 11:52:46 AM

      ຂປລ. ເປັນຄັ້ງທຳອິດທີ່ປະເທດລາວ ໄດ້ຈັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຂຶ້ນ ທ່າມກາງທີ່ທົ່ວພັກ-ລັດ, ກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດພວມແຂ່ງຂັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ໃຫ້ປະສົບຜົນສຳເລັດຕາມໝາຍທີ່ວາງໄວ້.

    • ສ້າງມູນຄ່າເພີ່ມໃຫ້ວັດຖຸດິບທຳມະຊາດ ກ້າວສູ່ຕະຫລາດພາຍໃນ ແລະ ຕ່າງປະເທດບົດ-ສາລະຄະດີ

      ສ້າງມູນຄ່າເພີ່ມໃຫ້ວັດຖຸດິບທຳມະຊາດ ກ້າວສູ່ຕະຫລາດພາຍໃນ ແລະ ຕ່າງປະເທດ

      7/19/2026 11:48:38 AM

      ຂປລ. ການນຳເອົາວັດຖຸດິບທາງກະສິກຳມາແປຮູບ ເພື່ອສ້າງມູນຄ່າເພີ່ມ ກຳລັງເປັນທິດທາງສຳຄັນໃນການພັດທະນາສິນຄ້າຂອງລາວ. ໜຶ່ງໃນຕົວຢ່າງທີ່ໂດດເດັ່ນ ຄື ຜະລິດຕະພັນກ້ວຍທັນຍາພືດ ຂອງ ນາງ ບົວສະນິດ ມະນີວົງ ແຂວງຫລວງພະບາງ

    • ບົດບາດຂອງແມ່ຍິງລາວໃນໄລຍະປ່ຽນແປງໃໝ່ບົດ-ສາລະຄະດີ

      ບົດບາດຂອງແມ່ຍິງລາວໃນໄລຍະປ່ຽນແປງໃໝ່

      7/19/2026 11:41:38 AM

      ຂປລ. ແມ່ຍິງລາວເປັນກຳລັງສຳຄັນຂອງຊາດ ທີ່ມີຄຸນນະລັກສະນະອ່ອນໂຍນ, ຂະຫຍັນໝັ່ນພຽນ, ອົດທົນ ແລະ ມີຄວາມໂອບເອື້ອອາລີ. ຕະຫລອດປະຫວັດສາດ ແມ່ຍິງລາວໄດ້ປະກອບສ່ວນຢ່າງສຳຄັນໃນການປົກປ້ອງ ແລະ ພັດທະນາປະເທດຊາດ.ໃນໄລຍະການປ່ຽນແປງໃໝ່ ແມ່ຍິງລາວບັນດາເຜົ່າໄດ້ພັດທະນາຕົນເອງຢ່າງຕໍ່ເນື່ອງ

ads
ads

Top