ຍ້ອນຮອຍປະຫວັດສາດ ແລະ ຄວາມງົດງາມແຫ່ງພະລາດຊະວັງເກົ່າຫລວງພະບາງ

19/07/2026 11:20
ຂປລ ຂປລ. ຖ້າຫາກທ່ານມີໂອກາດໄດ້ເດີນທາງໄປຢ້ຽ​ມຢາມ ​ແຂວງ​ຫລວງ​ພະ​ບາງ​ ແລະ ຂຶ້ນໄປຊົມທິວ​ທັດ​ ອັນສວຍສົດງົດ​ງາມ ຈາກຍອດພູສີແລ້ວ ​ເມື່ອ​ແນມລົງມາເບື້ອງລຸ່ມ ທ່ານຈະເຫັນອາຄານຫລັງຄາຊົງລາວບູຮານມຸງດ້ວຍກະເບື້ອງສີແດງ ຕັ້ງໂດດເດັ່ນທາມກາງຕົ້ນຕານໃຫຍ່

ຂປລ. ຖ້າຫາກທ່ານມີໂອກາດໄດ້ເດີນທາງໄປຢ້ຽ​ມຢາມ ​ແຂວງ​ຫລວງ​ພະ​ບາງ​ ແລະ ຂຶ້ນໄປຊົມທິວ​ທັດ​ ອັນສວຍສົດງົດ​ງາມ ຈາກຍອດພູສີແລ້ວ ​ເມື່ອ​ແນມລົງມາເບື້ອງລຸ່ມ ທ່ານຈະເຫັນອາຄານຫລັງຄາຊົງລາວບູຮານມຸງດ້ວຍກະເບື້ອງສີແດງ ຕັ້ງໂດດເດັ່ນທາມກາງຕົ້ນຕານໃຫຍ່ ຊຶ່ງສະຖານທີ່ແຫ່ງນັ້ນຄື: "ພະລາດຊະວັງເກົ່າ" ຫລື ປັດຈຸບັນຖືກປ່ຽນເປັນ "ຫໍພິພິທະພັນແຫ່ງຊາດ ຫລວງພະບາງ" ຈຸດໝາຍປາຍທາງທີ່ຫ້າມພາດ ເພາະເປັນ ສະຖານທີ່ທ່ອງທ່ຽວທີ່ສຳຄັນອັນໄດ້ຮວບຮວມເລື່ອງລາວທາງປະຫວັດສາດ, ວັດທະນະທຳ ແລະ ສິລະປະອັນລ້ຳຄ່າຂອງລາວໄວ້ຢ່າງຄົບຖ້ວນ.

ພະລາດຊະວັງແຫ່ງນີ້ ສ້າງຂຶ້ນໃນປີ ພສ 2447 (ຄສ 1904) ໃນຄອງລາດຂອງເຈົ້າຊີວິດສີສະຫວ່າງວົງ ເພື່ອໃຊ້ເປັນພະລາດຊະວັງປະທັບ. ​ໂດຍຄວາມໂດດເດັ່ນຂອງພະລາດຊະວັງຄືການປະສົມປະສານລະຫວ່າງສິລະປະແບບລາວດັ້ງເດີມກັບສະຖາປັດຕະຍະກຳແບບບູຮານຂອງຝຣັ່ງຢ່າງກົມກຽ. ຕົວອາຄານຍົກພື້ນສູງ ແຕ່ມີຫລັງຄາຊົງຊໍ່ຟ້າ 3 ຊັ້ນ ຕາມແບບສິລະປະລ້ານຊ້າງ ທີ່ສະທ້ອນເອກະລັກ ແລະ ຄວາມສະຫງ່າງາມຂອງສະຖາປັດຕະຍະກຳລາວ, ເມື່ອຍ່າງຜ່ານປະຕູທາງເຂົ້າດ້ານໜ້າ ສິ່ງທຳອິດທີ່ດຶງດູດສາຍຕາຄື G “ຫໍພະບາງ ອາຄານຊົງເຈດີສີທອງອັນງົດງາມ ທີ່ຕັ້ງຢູ່ທາງທິດເໜືອຂອງພະລາດຊະວັງ ເປັນບ່ອນປະດິດສະຖານ ພະບາງ ​ແມ່ນ​ພະ​ທີ່​ຫລໍ່ດ້ວຍທອງຄຳປະສົມ (ສຳລິດ) ຊຶ່ງເປັນພະພຸດທະຮູບສັກສິດຄູ່ບ້ານຄູ່ເມືອງ ແລະ ເປັນທີ່ມາຂອງຊື່ ເມືອງຫລວງພະບາງ. ນັກທ່ອງທ່ຽວສາມາດເຂົ້າໄປກາບໄຫວ້ຂໍພອນເພື່ອຄວາມເປັນສິລິມົງຄຸນໄດ້ຢູ່ຈຸດນີ້. ເມື່ອຍ່າງເຂົ້າໄປພາຍໃນຕົວອາຄານໃຫຍ່ ທ່ານຈະໄດ້ສຳຜັດກັບບັນຍາກາດຄວາມຮຸ່ງເຮືອງໃນອະດີດ ໂດຍເພິ່ນໄດ້ຈັດສະແດງຫ້ອງຕ່າງໆ ໄວ້ຄືເກົ່າ ເຊັ່ນ: ຫ້ອງຮັບແຂກຂອງເຈົ້າຊີວິດ ໂດດເດັ່ນດ້ວຍພາບຈິດກຳຝາຜະໜັງ (Murals) ຝີມືຈິດຕະກອນຊາວຝຣັ່ງ ທີ່ບອກເລົ່າວິຖີຊີວິດຂອງຊາວລາວໃນອະດີດ ໂດຍສີຂອງພາບຈະປ່ຽນໄປຕາມແສງທຳມະຊາດທີ່ສ່ອງເຂົ້າມາ. ສ່ວນທ້ອງພະໂລງ (ຫ້ອງບັນລັງ) ແມ່ນບ່ອນຕັ້ງພະລາຊະບັນລັງຂອງເຈົ້າຊີວິດ, ຝາຜະໜັງປະດັບດ້ວຍແກ້ວສີ (Mosaic) ບອກເລົ່ານິທານພື້ນບ້ານ ແລະ ວັນນະຄະດີລາວ ຢ່າງປະນີດງົດງາມ. ນອກຈາກນີ້, ຢູ່ທາງດ້ານຫລັງຂອງພະລາດຊະວັງ ຍັງມີອາຄານຈັດສະແດງ ລົດພາຫະນະ (ລົດບູຮານຂອງເຈົ້າຊີວິດ) ໃຫ້ໄດ້ຊົມອີກດ້ວຍ.

ສໍາລັບນັກ​ທ່ອງ​ທ່ຽວ ທີ່ຈະ​ເຂົ້າ​ມາ​ສໍາຜັດ​ສະຖານ​ທີ່​ປະຫວັດສາດ​​ແຫ່ງ​ນີ້ ຕ້ອງແຕ່ງກາຍສຸພາບຮຽບຮ້ອຍ (ຫ້າມນຸ່ງສົ້ງຂາສັ້ນ, ສິ້ນ​ເຂີນ, ເສື້ອສາຍດ່ຽວ ຫລື ເສື້ອແຂນກຸດ),  ຖ້າ​ນຸ່ງ​ເຄື່ອງ​ບໍ່​ສຸພາບ ​ເພີ່ນ​ຈະມີບໍລິການໃຫ້ເຊົ່າ ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ແລະ ​ເປັນ​ການ​​ເຄົາລົບ​ສະຖານ​ທີ່​ປະຫວັດສາດ​ແຫ່ງ​ນີ້ ​ເນື່ອງ​ຈາກ​ວ່າ ພະລາດຊະວັງເກົ່າ ບໍ່ ພຽງແຕ່ແມ່ນສະຖານທີ່ທ່ອງທ່ຽວທີ່ສວຍງາມ,  ແຕ່ມັນເປັນສະຖານທີ່ທີ່ນຳພານັກທ່ອງທ່ຽວຍ້ອນເວລາກັບໄປສຳຜັດກັບກິ່ນອາຍ, ວັດທະນະທຳ ແລະ ປະຫວັດສາດອັນຍິ່ງໃຫຍ່ຂອງລາຊະອານາຈັກລາວໃນອະດີດ. 

ປັດຈຸບັນ ຫໍພິພິທະພັນແຫ່ງຊາດ ຫລວງພະບາງ ​ແມ່ນ​ເປີດບໍລິການທຸກມື້ (ຍົກເວັ້ນວັນອັງຄານ) ​ແຕ່ 8:00 ​ໂມງ​ເຊົ້າ -16:00 ​ໂມງ​ແລງ.

ໂດຍ​: ມາລີດາ

KPL

ຂ່າວອື່ນໆ

    • ຜະລິດກະສິກຳອິນຊີ ສ້າງລາຍຮັບໝັ້ນຄົງ ຍົກລະດັບຊີວິດຄອບຄົວບົດ-ສາລະຄະດີ

      ຜະລິດກະສິກຳອິນຊີ ສ້າງລາຍຮັບໝັ້ນຄົງ ຍົກລະດັບຊີວິດຄອບຄົວ

      7/19/2026 12:01:20 PM

      ຂປລ.ການຫັນປ່ຽນຈາກການຜະລິດກະສິກຳເພື່ອບໍລິໂພກພາຍໃນຄອບຄົວ ມາສູ່ການຜະລິດເປັນສິນຄ້າກຳລັງເປັນທິດທາງສຳຄັນໃນການພັດທະນາຊົນນະບົດ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວຊາວກະສິກອນ. ເມື່ອກ່ອນການຜະລິດກະສິກຳຂອງປະຊາຊົນບັນດາເຜົ່າ ແມ່ນຍັງຜະລິດແບບປະຖົມປະຖານ, ຕາມມີຕາມເກີດພໍໃຜພໍລາວ

    • ວິຖີຊີວິດ ແລະ ວັດທະນະທຳ ຂອງຊົນເຜົ່າມ້ອຍບົດ-ສາລະຄະດີ

      ວິຖີຊີວິດ ແລະ ວັດທະນະທຳ ຂອງຊົນເຜົ່າມ້ອຍ

      7/19/2026 11:55:35 AM

      ຂປລ. ຊົນເຜົ່າມ້ອຍ ເປັນໜຶ່ງໃນຊົນເຜົ່າທີ່ມີປະຫວັດຄວາມເປັນມາຍາວນານ ແລະ ມີເອກະລັກທາງດ້ານວັດທະນະທຳ ທີ່ຍັງຄົງຮັກສາໄວ້ຈົນເຖິງປັດຈຸບັນ. ຕາມຄຳບອກເລົ່າຂອງຜູ້ເຖົ້າຜູ້ແກ່ ບັນພະບຸລຸດຂອງຊາວມ້ອຍ ເຂົາເຈົ້າໄດ້ອົບພະຍົບຈາກເຂດຫົວເມືອງ ແຂວງແທງຮວາ ສສ ຫວຽດນາມ

    • ຄວາມສຳຄັນຂອງກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງທີ Iບົດ-ສາລະຄະດີ

      ຄວາມສຳຄັນຂອງກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງທີ I

      7/19/2026 11:52:46 AM

      ຂປລ. ເປັນຄັ້ງທຳອິດທີ່ປະເທດລາວ ໄດ້ຈັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຂຶ້ນ ທ່າມກາງທີ່ທົ່ວພັກ-ລັດ, ກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດພວມແຂ່ງຂັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ໃຫ້ປະສົບຜົນສຳເລັດຕາມໝາຍທີ່ວາງໄວ້.

    • ສ້າງມູນຄ່າເພີ່ມໃຫ້ວັດຖຸດິບທຳມະຊາດ ກ້າວສູ່ຕະຫລາດພາຍໃນ ແລະ ຕ່າງປະເທດບົດ-ສາລະຄະດີ

      ສ້າງມູນຄ່າເພີ່ມໃຫ້ວັດຖຸດິບທຳມະຊາດ ກ້າວສູ່ຕະຫລາດພາຍໃນ ແລະ ຕ່າງປະເທດ

      7/19/2026 11:48:38 AM

      ຂປລ. ການນຳເອົາວັດຖຸດິບທາງກະສິກຳມາແປຮູບ ເພື່ອສ້າງມູນຄ່າເພີ່ມ ກຳລັງເປັນທິດທາງສຳຄັນໃນການພັດທະນາສິນຄ້າຂອງລາວ. ໜຶ່ງໃນຕົວຢ່າງທີ່ໂດດເດັ່ນ ຄື ຜະລິດຕະພັນກ້ວຍທັນຍາພືດ ຂອງ ນາງ ບົວສະນິດ ມະນີວົງ ແຂວງຫລວງພະບາງ

    • ບົດບາດຂອງແມ່ຍິງລາວໃນໄລຍະປ່ຽນແປງໃໝ່ບົດ-ສາລະຄະດີ

      ບົດບາດຂອງແມ່ຍິງລາວໃນໄລຍະປ່ຽນແປງໃໝ່

      7/19/2026 11:41:38 AM

      ຂປລ. ແມ່ຍິງລາວເປັນກຳລັງສຳຄັນຂອງຊາດ ທີ່ມີຄຸນນະລັກສະນະອ່ອນໂຍນ, ຂະຫຍັນໝັ່ນພຽນ, ອົດທົນ ແລະ ມີຄວາມໂອບເອື້ອອາລີ. ຕະຫລອດປະຫວັດສາດ ແມ່ຍິງລາວໄດ້ປະກອບສ່ວນຢ່າງສຳຄັນໃນການປົກປ້ອງ ແລະ ພັດທະນາປະເທດຊາດ.ໃນໄລຍະການປ່ຽນແປງໃໝ່ ແມ່ຍິງລາວບັນດາເຜົ່າໄດ້ພັດທະນາຕົນເອງຢ່າງຕໍ່ເນື່ອງ

ads
ads

Top