ຂປລ
ຂປລ. ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຂໍສະແດງຄວາມຊົມເຊີຍ ແລະ ອວຍພອນແດ່ບັນດາແມ່ຍິງລາວທົ່ວປະເທດ ໃຫ້ມີຄວາມສຸກ ຄວາມຈະເລີນ ແລະ ສືບຕໍ່ສ້າງຄຸນປະໂຫຍດແກ່ຊາດບ້ານເມືອງ. ຕະຫລອດໄລຍະຜ່ານມາ ແມ່ຍິງລາວໄດ້ສະແດງໃຫ້ເຫັນເຖິງຄຸນຄ່າອັນໂດດເດັ່ນ 4 ປະການ ຄື: ຄວາມງາມ, ຄວາມອ່ອນຫວານ, ຄວາມກ້າຫານ ແລະ ຄວາມສະເໝີພາບ.

(ເນື່ອງໃນໂອກາດ ວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 71 ປີ 20/7/1955 - 20/7/2026)
ຂປລ. ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຂໍສະແດງຄວາມຊົມເຊີຍ ແລະ ອວຍພອນແດ່ບັນດາແມ່ຍິງລາວທົ່ວປະເທດ ໃຫ້ມີຄວາມສຸກ ຄວາມຈະເລີນ ແລະ ສືບຕໍ່ສ້າງຄຸນປະໂຫຍດແກ່ຊາດບ້ານເມືອງ. ຕະຫລອດໄລຍະຜ່ານມາ ແມ່ຍິງລາວໄດ້ສະແດງໃຫ້ເຫັນເຖິງຄຸນຄ່າອັນໂດດເດັ່ນ 4 ປະການ ຄື: ຄວາມງາມ, ຄວາມອ່ອນຫວານ, ຄວາມກ້າຫານ ແລະ ຄວາມສະເໝີພາບ.
ຄວາມງາມແບບແມ່ຍິງລາວ
ແມ່ນຄວາມງາມທີ່ມາຈາກຮາກເຫງົ້າ ວັດທະນະທຳ. ແມ່ຍິງລາວ ງາມດ້ວຍກິລິຍາ ມາລະຍາດ ອັນຈົບງາມ ທີ່ຝັງເລິກໃນວັດທະນະທຳ. ການເວົ້າຈານຸ້ມນວນ, ການໄປມາຄ່ຽມຄົມ ແລະ ການມີຮອຍຍິ້ມອັນອົບອຸ່ນ; ຄວາມງາມບໍ່ໄດ້ຢູ່ແຕ່ຮູບນອກແຕ່ອອກມາຈາກໃຈທີ່ຮູ້ຈັກອ່ອນນ້ອມຖ່ອມຕົນ ແລະ ໃຫ້ກຽດຜູ້ອື່ນ.
ຄວາມອ່ອນຫວານ ຂອງແມ່ຍິງລາວ: ສະແດງອອກຜ່ານການເອົາໃຈໃສ່ຄອບຄົວ, ການປາກເວົ້າທີ່ຟັງແລ້ວຊຸ່ມຊື່ນໃຈແລະ ການຮູ້ຈັກອົດທົນອົດກັ້ນ. ແມ່ຍິງລາວຮູ້ຈັກດູແລຄົນອ້ອມຂ້າງດ້ວຍນ້ຳໃຈ, ການນຸ່ງສິ້ນທີ່ຖືກຮີດຄອງປະເພນີ, ການເກົ້າຜົມມວຍເປັນລະບຽບ...ຄວາມອ່ອນຫວານນີ້ຄືພະລັງງຽບໆທີ່ຜູກພັນຄອບຄົວ ແລະ ສັງຄົມໄວ້ນຳກັນ.
ຄວາມກ້າຫານ ທີ່ຊ້ອນໄວ້ໃນຄວາມສຸພາບ: ພາຍໃຕ້ຜ້າບ່ຽງຜືນງາມໆນັ້ນ ແມ່ນຫົວໃຈທີ່ກ້າຫານ. ແມ່ຍິງລາວກ້າແບກຫາບພາລະຄອບຄົວ, ກ້າສູ້ຊົນບຸກເບີກເຮັດທຸລະກິດ, ກ້າລຸກຂຶ້ນປົກປ້ອງສິ່ງທີ່ຖືກຕ້ອງ. ປະຫວັດສາດລາວກໍມີວິລະສະຕີຫລາຍຄົນທີ່ຈັບອາວຸດຕໍ່ສູ້ເພື່ອປະເທດຊາດ. ຄວາມກ້າຫານຂອງແມ່ຍິງລາວບໍ່ໄດ້ສ້າງສຽງດັງໂວຍວາຍ ແຕ່ມີຄວາມ
ໜັກແໜ້ນຄືຕົ້ນໄມ້ໃຫຍ່ທີ່ຢືນຕ້ານລົມພາຍຸ. ຄວາມກ້າຫານຂອງແມ່ຍິງລາວໃນສະໄໝສົງຄາມບໍ່ໄດ້ຢູ່ແຕ່ໃນຄົວເຮືອນ. ແມ່ຍິງລາວກ້າວອອກຈາກ "ເຮືອນຄົວ" ໄປສູ່ “ສະໜາມຮົບ” ທັງທາງກົງ ແລະ ທາງອ້ອມ. ແມ່ຍິງລາວເປັນນັກຮົບໃນປ່າດົງ, ແມ່ຍິງລາວຈັບປືນເຂົ້າປ່າ, ເປັນເຍົາວະຊົນ-ຊາວໜຸ່ມ - ເປັນພະຍາບານໃນສະໜາມຮົບ. ແມ່ຍິງລາວທົນຕໍ່ຄວາມອົດຢາກ, ຍ່າງຂ້າມປ່າຂ້າມພູ, ແບກລູກລະເບີດ, ສົ່ງຂ່າວລັບດ້ວຍຫົວໃຈທີ່ບໍ່ຍອມຈຳນົນຕໍ່ສັດຕູ. ແມ່ຍິງລາວ ເປັນແນວຫລັງທີ່ໜັກແໜ້ນ. ແມ່ຍິງລາວ ທີ່ຢູ່ບ້ານກໍເປັນ “ກອງທັບສະໜອງອາຫານ”, ແມ່ຍິງລາວ ຜະລິດເຂົ້າສົ່ງໃຫ້ກອງທັບ, ຕ່ຳຫູກທໍຜ້າ ເຮັດເຄື່ອງນຸ່ງໃຫ້ທະຫານ, ລ້ຽງລູກນ້ອຍ ໃນສະພາບສົງຄາມເພື່ອໃຫ້ຜົວໄປຮົບໄດ້ຢ່າງໝົດຫ່ວງກັງວົນ. ຄວາມກ້າຫານນີ້ ຄືການຍອມເສຍສະລະ “ຄວາມຝັນສ່ວນຕົວ” ເພື່ອ “ຄວາມຝັນຂອງຊາດ”. ແມ່ຍິງລາວ ເປັນພະລັງປຸກລະດົມ, ເປັນນັກເຄື່ອນໄຫວປຸກລະດົມຂວັນກຳລັງໃຈ.
ສະຫະພັນແມ່ຍິງລາວ ໄດ້ສ້າງຕັ້ງຂຶ້ນໃນສະໄໝສົງຄາມ (20/7/1955) ແມ່ນແນໃສ່ລວມພະລັງແມ່ຍິງທົ່ວປະເທດເຂົ້າໃນພາລະກິດປົດປ່ອຍຊາດ. ແມ່ຍິງ ລາວໃຊ້ທັງຄຳເວົ້າ, ທັງສຽງຂັບລຳ-ສຽງເພງ, ທັງຕົວຢ່າງການດຳລົງຊີວິດ ເພື່ອບອກໃຫ້ຮູ້ “ຊາດລາວນີ້ຕ້ອງເປັນເອກະລາດ”. ກິລິຍາມາລະຍາດ ຄືເຄື່ອງປະດັບທີ່ບໍ່ຮູ້ຈືດຈາງ, ສິ່ງທີ່ເຮັດໃຫ້ແມ່ຍິງລາວໂດດເດັ່ນຄື: “ຮີດຄອງປະເພນີ”. ການຮູ້ຈັກສູງຕ່ຳ, ການຕ້ອນຮັບແຂກດ້ວຍອັດທະຍາໄສອັນຈົບງາມ, ການເວົ້າຄຳວ່າ: “ເຈົ້າ” ຫລື “ໂດຍ” ຢ່າງອ່ອນໂຍນ. ກິລິຍາເລົ່ານີ້ບໍ່ໄດ້ຖືກສິດສອນເພື່ອຄວາມດຶງດູດແຕ່ເພື່ອຍົກລະດັບດ້ານຈິດໃຈ ໃຫ້ຮູ້ຈັກຄວາມງາມຂອງການຢູ່ຮ່ວມກັນ.
ແມ່ຍິງລາວໃນປັດຈຸບັນ

ຄວາມກ້າຫານທີ່ບໍ່ເຄີຍຂາດຕອນ ຈາກອະດີດສູ່ປັດຈຸບັນ, ຄວາມກ້າຫານໃນສະໄໝສົງຄາມໄດ້ກາຍເປັນພະລັງງານສ້າງຄວາມເຊື່ອໝັ້ນສຳລັບຍຸກນີ້ ເພາະເຄີຍຜ່ານຄວາມຍາກລຳບາກໃນປ່າມາແລ້ວ, ມາຮອດມື້ນີ້ ແມ່ຍິງລາວຈຶ່ງບໍ່ຢ້ານບໍ່ຫວັ່ນໄຫວໃນຫ້ອງປະຊຸມ, ບໍ່ຢ້ານເວທີສາກົນ, ບໍ່ຢ້ານການແແຂ່ງຂັນ. ແມ່ຍິງລາວຍຸກປັດຈຸບັນຈຶ່ງຢືນຄຽງຂ້າງຜູ້ຊາຍໄດ້ຢ່າງສົມສັກສີ, ບໍ່ແມ່ນຍ້ອນມີຄົນຍື່ນຕຳແໜ່ງມາໃຫ້, ແຕ່ແມ່ນຍ້ອນແມ່ຍິງລາວຕໍ່ສູ້, ໄດ້ພິສູດ ແລະ ໄດ້ສ້າງວິລະກຳດັ່ງກ່າວຂຶ້ນມາດ້ວຍສອງຝາມືຂອງຕົນເອງ. ນີ້ຄືມໍລະດົກແຫ່ງຄວາມກ້າຫານທີ່ສົ່ງຕໍ່ຈາກແມ່ສູ່ລູກ, ຈາກປ່າສູ່ທຳນຽບການນຳ,ຈາກອະດີດສູ່ອະນາຄົດ.
ຄວາມກ້າຫານຕໍ່ສູ້ເພື່ອຄວາມສະເໝີພາບຍິງ-ຊາຍ ໃນຍຸກໃໝ່: ເມື່ອປະເທດຊາດມີຄວາມສະຫງົບ, ມີສັນຕິພາບ ສະໜາມຮົບຂອງແມ່ຍິງລາວກໍປ່ຽນໄປ, ຈາກການຕໍ່ສູ້ດ້ວຍປືນມາເປັນການຕໍ່ສູ້ດ້ວຍປັນຍາ, ກົດໝາຍ ແລະ ຄວາມພາກພູມ ເພື່ອໃຫ້ໄດ້ “ບ່ອນຢືນ” ທີ່ເທົ່າທຽມກັນ.
ແມ່ຍິງລາວ ກ້າທຳລາຍກຳແພງຮີດຄອງເກົ່າ: ແຕ່ກ່ອນແຕ່ກີ້ມີຄຳເວົ້າວ່າ: "ມີລູກຍິງໃຫ້ຮຽນຕ່ຳຫູກຕ່ຳຝ້າຍ, ມີລູກຊາຍໃຫ້ຮຽນໜັງສື". ແມ່ຍິງລາວຍຸກໃໝ່ກ້າສົ່ງລູກສາວໄປຮຽນ, ກ້າຮ່ຳຮຽນດ້ວຍຕົວເອງ, ກ້າໄປຮຽນຕໍ່ທັງພາຍໃນ ແລະ ຕ່າງປະເທດ. ປັດຈຸບັນນີ້ ເຮົາມີນັກບິນແມ່ຍິງລາວ, ນັກວິສະວະກອນແມ່ຍິງລາວ, ນັກຂຽນໂປຣແກຣມແມ່ຍິງລາວ, ແລະ ນັກການທູດແມ່ຍິງລາວ ເທົ່າທຽມກັບປະເທດຕ່າງໆ. ແມ່ຍິງລາວ ກ້າກ້າວສູ່ເວທີການເມືອງ ແລະ ເສດຖະກິດ ຄວາມກ້າຫານໃນຍຸກນີ້ຄື: “ກ້າສະໝັກ, ກ້າສະເໜີຕົວເອງ, ກ້າຕັດສິນໃຈ”. ແມ່ຍິງລາວກໍລົງສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ກ້າຂຶ້ນເປັນລັດຖະມົນຕີ, ເປັນເຈົ້າແຂວງ, ເປັນນາຍບ້ານ. ໃນວົງການທຸລະກິດກໍມີແມ່ຍິງລາວນັກທຸລະກິດຍິງລະດັບຊາດຫລາຍຄົນທີ່ສ້າງ ວຽກເຮັດງານທໍາ ໃຫ້ຄົນຫລາຍພັນຄອບຄົວ, ແມ່ຍິງລາວ ພິສູດໃຫ້ເຫັນວ່າ: "ຄວາມເປັນຜູ້ນໍາ" ບໍ່ຂຶ້ນກັບເພດ ແຕ່ຂຶ້ນກັບຄວາມສາມາດ. ການປ່ຽນແປງໃນຄອບຄົວ ການຕໍ່ສູ້ທີ່ງຽບທີ່ສຸດ ແຕ່ສໍາຄັນທີ່ສຸດ ຄື: ໃນຄອບຄົວແມ່ຍິງລາວຍຸກໃໝ່ ກ້າລົມກັບຜົວ ເລື່ອງແບ່ງເບົາວຽກບ້ານ, ກ້າສອນລູກຊາຍໃຫ້ຮູ້ຈັກຊ່ວຍວຽກຄອບຄົວ, ກ້າປະຕິເສດຄວາມຮຸນແຮງໃນຄອບຄົວ; ນາງປ່ຽນວັດທະນະທໍາ ຈາກ "ແມ່ຍິງເປັນຊ້າງເທົ້າຫລັງ “ໄປສູ່ ຍິງ-ຊາຍ ເປັນເພື່ອນຄູ່ຄຽງກັນ”.ສະຫະ ພັນແມ່ຍິງລາວ ຍັງຄົງເປັນອົງການຈັດຕັ້ງມະຫາຊົນທີ່ເຂັ້ມແຂງ, ເປັນແກນນໍາໃນການເຄື່ອນໄຫວເພື່ອຄວາມ ສະເໝີພາບຍິງ-ຊາຍ, ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ແລະ ສົ່ງເສີມບົດບາດແມ່ຍິງໃນທຸກຂົງເຂດ.
ສິ່ງທ້າທາຍແລະຄວາມກ້າຫານແບບໃໝ່
ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ມີຄວາມກ້າວໜ້າສູງໃນດ້ານອອກກົດໝາຍສົ່ງເສີມແມ່ຍິງ ໂດຍສະເພາະດ້ານ "ການເຮັດວຽກຫລັງມີລູກ" ແລະ "ອິດສະລະພາບທາງທຸລະກິດ", ແຕ່ວ່າ ເມື່ອມາວັດຜົນຂອງການຈັດຕັ້ງປະຕິບັດກົດໝາຍ, ລາວຍັງຢູ່ໃນລະດັບກາງ ໃນກຸ່ມປະເທດອາຊຽນ. ສປປ ລາວ ຢູ່ໃນບັນດາປະເທດແນວໜ້າ ໃນດ້ານ "ການເປີດໂອກາດໃຫ້ແມ່ຍິງເຮັດວຽກ ແລະ ອອກກົດໝາຍຄຸ້ມຄອງ", ແຕ່ວ່າ ໃນພາກປະຕິບັດ ເຮົາຍັງຈະຕ້ອງໄດ້ປັບປຸງດ້ານລາຍໄດ້ ເທົ່າທຽມກັນ, ການເປັນຜູ້ນໍາລະດັບສູງ ແລະ ເຂັ້ມງວດຂຶ້ນກວ່າເກົ່າ ໃນການຈັດຕັ້ງປະຕິບັດກົດໝາຍ. ນອກຈາກນີ້, ເຖິງ ແມ່ນວ່າແມ່ຍິງລາວ ຈະກ້າວໜ້າຫລາຍ, ແຕ່ວ່າຄວາມທ້າທາຍ ກໍຍັງມີຢູ່ເຊັ່ນການສ້າງຄວາມສົມດຸນ ລະຫວ່າງວຽກນອກບ້ານ ແລະ ຄອບຄົວ, ການແຂ່ງຂັນໃນສັງຄົມ ທີ່ຍັງມີປະກົດການ ອະຄະຕິທາງເພດຢູ່ບາງບ່ອນ, ຄວາມກ້າຫານຍຸກໃໝ່ຈຶ່ງແມ່ນວ່າ "ກ້າເວົ້າ, ກ້າສະເໜີແນວຄິດໃໝ່, ກ້າຕັດສິນໃຈ ຢູ່ເທິງໂຕະປະຊຸມ" ໃນຂະນະທີ່ຍັງຮັກສາກິລິຍາມາລະຍາດ ແບບລາວໄວ້.
ສະຫລຸບລວມແລ້ວ, ຈະເຫັນວ່າ ຈາກສະໜາມຮົບໃນປ່າມາສູ່ສະພາແຫ່ງຊາດ, ຈາກປາຍປືນມາສູ່ປາຍປາກກາ, ແມ່ ຍິງລາວໄດ້ກ້າວມາໄກດ້ວຍຄວາມກ້າຫານທີ່ສືບຕໍ່ກັນມາເປັນລຸ້ນໆ. ມື້ນີ້ ແມ່ຍິງລາວ ນາງບໍ່ໄດ້ເປັນພຽງແຕ່ "ຜູ້ຕາມ" ແຕ່ໄດ້ກາຍມາເປັນ "ຜູ້ຮ່ວມນໍາພາ" ທີ່ຮ່ວມສ້າງສາພັດ ທະນາປະເທດຊາດ ຄຽງບ່າຄຽງໄຫລ່ ເພດຊາຍຢ່າງແທ້ຈິງ.
ຊົມເຊີຍ ວັນທີ 20 ກໍລະກົດ ຢ່າງສຸດໃຈ !
ໂດຍ: ທູດ ມະໄລວຽງ ສາກົນນິຍົມ
KPL