ສປ ຈີນ-ກຳປູເຈຍ ຮັດແໜ້ນ ການຮ່ວມມືຫລາຍດ້ານ

17/07/2026 17:06
Email Print 116
ຂປລ ທ່ານ ຫລີສ​ຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ ໄດ້​ພົບ​ປະ​ກັບ​ ທ່ານ​ ຮຸນ​ມາເນດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ ທີ່​ເດີນ​ທາງ​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປັນ​ຍາ​ປະ​ດິດ​ໂລກ 2026 ແລະ ຢ້ຽມ​ຢາມ ສປ ​ຈີນ​ ທາງ​ລັດ​ຖະ​ກິດ.

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ໃນວັນ​ທີ 16 ກໍ​ລະ​ກົດ​ນີ້, ຢູ່​ນະ​ຄອນຫລວງ​ປັກ​ກິ່ງ, ທ່ານ ຫລີສ​ຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ ໄດ້​ພົບ​ປະ​ກັບ​ ທ່ານ​ ຮຸນ​ມາເນດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ ທີ່​ເດີນ​ທາງ​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປັນ​ຍາ​ປະ​ດິດ​ໂລກ 2026 ແລະ ຢ້ຽມ​ຢາມ ສປ ​ຈີນ​ ທາງ​ລັດ​ຖະ​ກິດ.

ທ່ານ ຫລີ​ສຽງ ກ່າວ​ວ່າ: ສປ ຈີນ ​ຍິນ​ດີ​ຮ່ວມ​ກັບ ​ກຳ​ປູ​ເຈຍ ​ສ້າງ​ສາພັດ​ທະ​ນາ ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ ທີ່​ສຳ​ຄັນ​ໃຫ້​ດີ ແລະ ເປີດກວ້າງ​ການ​ຄ້າ​ ລະ​ຫວ່າ​ງ​ ສອງ​ຝ່າຍ ​ຢ່າງ​ຕໍ່​ເນື່ອງ. ສປ ຈີນ ​ສະ​ໜັບ​ສະ​ໜູນ​ ວິ​ສາ​ຫະ​ກິດ​ຈີນ​ ທີ່​ມີ​ກຳ​ລັງ​​ແຮງ ຕົວ​ຈິງ​ໄປ​ລົງ​ທຶນ​ ໃນ​ຂົງ​ເຂດ​ພັດ​ທະ​ນາ​ໃໝ່​ ເຊັ່ນ: ພະ​ລັງ​ງານ​ໃໝ່ ແລະ ປັນ​ຍາ​ປະ​ດິດ ​ເປັນ​ຕົ້ນ​ຢູ່ ​ກຳ​ປູ​ເຈຍ​ ໃຫ້ຫລາຍກວ່າ​ເກົ່າ. ເພີ່ມ​ທະ​ວີ​ ການ​ຮ່ວມ​ມື ​ດ້ານ​ວັ​ດ​ທະ​ນະ​ທຳ ແລະ ຮ່ວມ​ກັນ​ປາບ​ປາມ​ ການ​ພະ​ນັນ​ ທາງ​ອິນ​ເຕີ​ເນັດ ແລະ ອາ​ຊະ​ຍາ​ກຳ ຫລອກ​ລວງ​ ທາງ​ໂທ​ລະ​ຄົມ. ໂດຍ​ຜະ​ເຊີນ​ໜ້າ​ກັບ ​ສະ​ຖາ​ນະ​ການ​ສາ​ກົນ ​ທີ່​ປັ່ນ​ປ່ວນ ​ວຸ່ນ​ວາຍ, ສປ ຈີນ ແລະ ກຳ​ປູ​ເຈຍ ​ຄວນ​ເພີ່ມ​ທະ​ວີ​ ການ​ປະ​ສານ​ງານ​ກັນ, ປົກ​ປັກ​ຮັກ​ສາ​ ລະ​ບຽບ​ການ​ຄ້າ ຫລາຍ​ຝ່າຍ, ​ສົ່ງ​ເສີມຍຸ​ຕິ​ທຳ ແລະ ຄວາມ​ເປັນ​ທຳ.

ທ່ານ​ ຮຸນ​ມາ ​ເນດ​ກ່າວ​ວ່າ: ບໍ່​ວ່າ​ສະ​ຖາ​ນະ​ການ​ສາ​ກົນ​ ຈະ​ເກີດ​ມີ​ການ​ປ່ຽນ​ແປງ​ແນວ​ໃດ, ລັດ​ຖະ​ບານ ​ກຳ​ປູ​ເຈຍ ​ລ້ວນ​ແຕ່​ຍຶດ​ໝັ້ນ​​ ໃນ​ການປະ​ຕິ​ບັດ​ ນະ​ໂຍ​ບາຍ​ ມີ​ມິດ​ຕະ​ພາບ​ຕໍ່​ ສປ ຈີນ ຢ່າງ​ໝັ້ນ​ໜຽວ​ ບໍ່​ປ່ຽນ​ແປງ, ຍຶດ​ໝັ້ນ​ຫລັກ​ການ​ ປະ​ເທດ​ຈີນ​ດຽວ ​ຢ່າງ​ໝັ້ນ​ໜຽວ​ ບໍ່​ປ່ຽນ​ແປງ. ກຳ​ປູ​ເຈຍ ​ຍິນ​ດີ​ເພີ່ມ​ທະ​ວີ​ ການ​ຮ່ວມ​ມື​ ໃນ​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ພະ​ລັງ​ງານ​ໃໝ່, ເຊື່ອມ​ໂຍງ​ ເຊື່ອມ​ຈອດ​ກັນ ແລະ ການ​ປະ​ຕິ​ບັດ​ກົດ​ໝາຍ​ ດ້ານ​ຄວາມ​ໝັ້ນ​ຄົງ ເພື່ອ​ຊຸກ​ຍູ້​ ກາ​ນ​ສ້າງ​ຄູ່ ​ຮ່ວມ​ຊາ​ຕາ​ກຳ​ ສອງ​ປະ​ເທດ​ ໃຫ້​ໄດ້​ຮັບ​ໝາກ​ຜົນ​ຕົວ​ຈິງ ແລະ ຮັດ​ແໜ້ນ​ ການ​ປະ​ສານ​ງານ​ໃນ ​ດ້ານ​ວຽກ​ງານຫລາຍ​ຝ່າຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top